ຄຸນປະໂຫຍດຂອງໝາກນັດ.
ໝາກນັດມີຄຸນປະໂຫຍດຕໍ່ຮ່າງກາຍຄົນເຮົາຢ່າງຫຼວງຫຼາຍເຊັ່ນ:
1. ສ້າງພູມຄຸ້ມກັນພາຍໃນຮ່າງກາຍໃຫ້ແຂງແຮງ ເພາະມີວິຕາມິນຊີສູງ ເຮັດໃຫ້ຮ່າງກາຍຕິດເຊື້ອພະຍາດໄດ້
ຍາກ ແລະ ສາມາດຕໍ່ສູ້ກັບພະຍາດຕ່າງໆໄດ້.
2. ຊ່ວຍຮັກສາສຸຂະພາບພາຍໃນປາກໃຫ້ແຂງແຮງ ບໍ່ມີບັນຫາກ່ຽວກັບໂລກເຫືອກ, ຊ່ວຍເສີມສ້າງກະດູກ ເຮັດໃຫ້ກະດູກ ແລະ ແຂ້ວແຂງແຮງ.
3. ມີສານຕ້ານອະນຸມູນອິດສະລະ ຊ່ວຍປ້ອງກັນເຊວໃນຮ່າງກາຍ, ຊ່ວຍບຳລຸງຜິວພັນໃຫ້ສົດໃສ ຊ່ວຍລົດຮອຍຫ່ຽວຍານ ສາເຫດທີ່ເຮັດໃຫ້່ເຖົ້າໄວ.
4. ຊ່ວຍບັນເທົາອາການຫວັດ, ຂັບຂີ້ກະເທິໃນລໍາຄໍ.
5. ຊ່ວຍເຮັດໃຫ້ລະບົບຍ່ອຍອາຫານເຮັດວຽກໄດ້ດີ, ເປັນຍາລະບາຍອ່ອນໆ ຊ່ວຍເຮັດໃຫ້ລະບົບຂັບຖ່າຍດີຂຶ້ນ (ແຕ່ບໍ່ຄວນກິນຫຼາຍເກີນໄປຈະເຮັດໃຫ້ເຈັບທ້ອງ).
6. ສາມາດປ້ອງກັນໂລກຫົວໃຈ ແລະ ຫຼອດເລືອດ.
7. ຊ່ວຍຫຼຸດອັດຕາສ່ຽງການເກີດໂລກມະເຮັງເຊັ່ນ: ມະເຮັງກະເພາະອາຫານ, ມະເຮັງເຕົ້ານົມ, ມະເຮັງຮັງໄຂ່, ມະເຮັງປອດ.
8. ຊ່ວຍຫຼຸດອາການເຈັບຂໍ່ ຂໍ່ອັກເສບ.
9. ຊ່ວຍຂັບປັດສະວະ ຮັກສາໂລກໜິ້ວ.
10. ຊ່ວຍເພີ່ມຮໍໂມນເພດຊາຍ ເປັນຢາບຳລຸງກຳລັງຈາກທຳມະຊາດສຳລັບຜູ້ຊາຍ.
11. ຊ່ວຍບັນເທົາອາການເຈັບທ້ອງປະຈຳເດືອນ.
12. ມີວິຕາມິນບີ 1 ແລະ ວິຕາມິນບີ 6 ຊ່ວຍປ້ອງກັນອາການເມື່ອຍງ່າຍ ເຮັດໃຫ້ລະບົບປະສາດເຮັດວຽກໄດ້ດີຂຶ້ນ.
v ເຖິງວ່າໝາກນັດຈະມີສັບພະຄຸນຫຼວງຫຼາຍ ແຕ່ຄວນກິນໃນປະລິມານທີ່ເໝາະສົມ, ຜູ້ທີ່ເປັນໂລກເລືອດຈາງບໍ່ຄວນກິນໝາກນັດໃນປະລິມານຫຼາຍ.
ร
ແຈ້ງໄຟໄໝ້ : 1190
ຕຳຫຼວດ : 1191
ລົດໂຮງໝໍ : 1195
ໄຟຟ້າ : 1199
ນ້ຳປະປາ : 1169
ໜ່ວຍກູ້ໄພ : 1624