ກົມສັງລວມເປີດຊຸດຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມ ທີ່ແຂວງ ອຸດົມໄຊ.
ໃນລະຫວ່າງ ວັນທີ 13-15 ສິງຫາ 2019 ຜ່ານມາ, ກົມສັງລວມ, ຄະນະໂຄສະນາອົບຮົມສູນ ກາງພັກ ໄດ້ສົມທົບກັບຄະນະໂຄສະນາອົບຮົມແຂວງ ອຸ
ດົມໄຊ, ຈັດຕັ້ງຊຸດຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມໃຫ້ແກ່ພະນັກງານການນຳຫຼັກແຫຼ່ງບັນດາພະແນກການ, ກົມກອງອ້ອມຂ້າງແຂວງ ແລະ ເມືອງ, ຊຶ່ງຈັດຂຶ້ນທີ່ຫ້ອງປະຊຸມໃຫຍ່ຂອງແຂວງອຸດົມໄຊ, ໂດຍພາຍ ໃຕ້ການເປັນປະທານຂອງທ່ານ ນາງ ຈັນສະໝອນ ທິບພະຫົງ, ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ.
ຊຸດຝຶກອົບຮົມຄັ້ງນີ້ ມີນັກສໍາມະນາກອນເຂົ້າຮ່ວມທັງຫມົດ 110 ທ່ານ, ຍິງ 31 ທ່ານ, ໃນນັ້ນ ມີຜູ້ຊີ້ນຳວຽກງານຕິດຕາມ, ເກັບກຳສະພາບແນວຄິດ-ຫາງສຽງສັງຄົມ ຈຳນວນ 59 ທ່ານ, ຜູ້ເຮັດວຽກ ຕົວຈິງມີ 51 ທ່ານ, ຄະນະໂຄສະນາອົບຮົມແຂວງ 7 ທ່ານ, ຄະນະໂຄສະນາອົບຮົມເມືອງ 7 ທ່ານ. ຊຸດຝຶກອົບຮົມຄັ້ງນີ້ ໄດ້ນໍາໃຊ້ເອກະສານ ທີ່ເປັນຄູ່ມືໃຫ້ແກ່ນັກສຳມະນາກອນ ຈຳນວນ 4 ບົດ, ໃນນັ້ນ, ເອກະສານກ່ຽວກັບວຽກງານຫາງສຽງສັງຄົມ ຈຳນວນ 3 ບົດ ແລະ ວຽກງານຄົ້ນຄ້ວາ-ສັງລວມ 1 ບົດຄື:
1. ບັນຫາພື້ນຖານກ່ຽວກັບວຽກງານຫາງສຽງສັງຄົມ.
2. ວິທີການເກັບກໍາ ແລະ ນໍາໃຊ້ຫາງສຽງສັງຄົມ ເຂົ້າໃນວຽກງານການເມືອງ-ແນວຄິດ.
3. ຕາໜ່າງເພື່ອນຮ່ວມງານ.
4. ວຽກງານຄົ້ນຄວ້າ-ສັງລວມ.
ນອກຈາກບັນດາເອກະສານດັ່ງກ່າວແລ້ວ ຍັງມີເອກະສານຈຳນວນໜຶ່ງທີ່ເປັນນິຕິກຳ ກ່ຽວກັບ ການເຄື່ອນໄຫວ ວຽກງານຫາງສຽງສັງຄົມເຊັ່ນ: ຄຳສັ່ງເລກທີ 04/ຄລສພ, ລົງວັນທີ 10/7/2017 ວ່າ ດ້ວຍການເພີ່ມທະວີວຽກງານຕິດຕາມ, ເກັບກຳສະພາບແນວຄິດ-ຫາງສຽງສັງຄົມ ໃນໄລຍະໃໝ່, ຄຳ ແນະນຳເລກທີ 08/ຄອສພ, ກ່ຽວກັບການຈັດຕັ້ງປະຕິບັດ ຄຳສັ່ງເລກທີ 04/ ຄລສພ ແລະ ຂໍ້ກຳນົດ ເລກທີ 133/ຄອສພ ກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວຂອງຕາໜ່າງ ເພື່ອນຮ່ວມງານ ແລະ ບັນດານິຕິກຳຈຳນວນໜຶ່ງຂອງແຂວງ ເປັນຕົ້ນ: ຄຳສັ່ງຂອງຄະນະປະຈຳພັກແຂວງ ເລກທີ 914/ຄປພຂ, ລົງວັນທີ 11/8/ 2017 ວ່າດ້ວຍ ການເພີ່ມທະວີວຽກງານຕິດຕາມ, ເກັບກຳສະພາບແນວຄິດ-ຫາງສຽງ ສັງຄົມ ຢູ່ແຂວງອຸດົມໄຊ, ຄຳແນະນຳ ຂອງຄະນະໂຄສະນາອົບຮົມແຂວງ ເລກທີ 005/ຄອຂ, ລົງວັນທີ 21 ສິງຫາ 2017, ກ່ຽວກັບ ການຈັດຕັ້ງປະຕິບັດຄຳສັ່ງເລກທີ 914/ຄປພຂ ວ່າດ້ວຍ ການເພີ່ມທະວີ ວຽກງານຕິດຕາມ, ເກັບກຳສະພາບ ແນວຄິດ-ຫາງສຽງສັງຄົມ ຢູ່ແຂວງອຸດົມໄຊ.
ຈຸດປະສົງຂອງການຝຶກອົບຮົມຄັ້ງນີ້ ແມ່ນເພື່ອເຮັດໃຫ້ນັກສຳມະນາກອນ ໄດ້ມີຄວາມຮູ້ພື້ນຖານໃນການ ເຮັດວຽກຄົ້ນຄວ້າ-ສັງລວມ ແລະ ວິທີການເກັບກຳສະພາບແນວຄິດ-ຫາງສຽງສັງຄົມ, ຮັບຮູ້,ເຂົ້າໃຈ ເຖິງພາລະບົດບາດ, ຫນ້າທີ່, ຄວາມຮັບຜິດຊອບຂອງຕົນ ໃນການຕິດຕາມ, ເກັບກຳສະພາບແນວຄິດ-ຫາງສຽງສັງຄົມ ແລະ ນຳໃຊ້ຫາງສຽງ ສັງຄົມເຂົ້າໃນວຽກງານການເມືອງ-ແນວຄິດ, ທັງສາມາດສັງລວມ ຫາງສຽງທີ່ພົ້ນເດັ່ນ ລາຍງານໃຫ້ຂັ້ນເທິງ ມີວິທີການ ແລະ ມາດຕະການແກ້ໄຂໃຫ້ຖືກຕ້ອງ ແລະ ທັນເວລາ.
ພາຍຫລັງສຳເລັດຊຸດຝຶກອົບຮົມ ໄດ້ມີພິທີມອບໃບຢັ້ງຢືນ ໃຫ້ແກ່ນັກສຳມະນາກອນທີ່ເຂົ້າຮ່ວມຊຸດຝຶກອົບຮົມ, ຊຶ່ງໃຫ້ກຽດມອບໃບຢັ້ງຢຶນໂດຍທ່ານ ນາງ ຈັນສະໝອນ ທິບພະຫົງ, ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ແລະ ໃຫ້ມີຄວາມເຫັນໂອ້ລົມໂດຍທ່ານ ຄຳພຽງ ຢາຈົງວາ, ຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກງານພັກ-ພະນັກງານຂອງແຂວງ.
ແຈ້ງໄຟໄໝ້ : 1190
ຕຳຫຼວດ : 1191
ລົດໂຮງໝໍ : 1195
ໄຟຟ້າ : 1199
ນ້ຳປະປາ : 1169
ໜ່ວຍກູ້ໄພ : 1624