ກອງປະຊຸມໃຫຍ່ຄັ້ງທີ III ຂອງໜ່ວຍພັກກົມຈັດຕັ້ງ-ພະນັກງານ
ໃນຕອນເຊົ້າ ຂອງວັນທີ 30 ກັນຍາ 2019 ຜ່ານມາ ໜ່ວຍພັກກົມຈັດຕັ້ງ-ພະນັກງານຄະນະໂຄສະນາອົບຮົມສູນກາງພັກ ໄດ້ເປີດກອງປະຊຸມໃຫຍ່ ຄັ້ງທີ III
ຂອງຕົນຂຶ້ນຢູ່ທີ່ຫ້ອງປະຊຸມ ຊັ້ນ 5 ຂອງຄະນະໂຄສະນາອົບຮົມສູນກາງພັກ ພາຍໃຕ້ການເປັນປະທານຮ່ວມຂອງສະຫາຍ ສຈ.ປອ ກິແກ້ວ ໄຂຄຳພິທູນ ເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ເຂົ້າຮ່ວມມີຜູ້ຕາງໜ້າໜ່ວຍພັກບັນດາກົມອ້ອມຂ້າງ ຄອສພ ແລະ ບັນດາສະມາຊິກພັກສຳຮອງ-ສົມບູນພາຍໃນກົມຈັດຕັ້ງ-ພະນັກງານເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມໄດ້ຮັບຟັງບົດລາຍງານການເມືອງ ຕໍ່ກອງປະຊຸມໃຫຍ່ ຄັ້ງທີ III ຂອງໜ່ວຍພັກກົມຈັດຕັ້ງ-ພະນັກງານຄະນະໂຄສະນາອົບຮົມສູນກາງພັກ, ເຊິ່ງໃຫ້ກຽດສະເໜີລາຍງານໂດຍສະຫາຍ ອານົງສັກ ອິນທະວົງ ເລຂາໜ່ວຍພັກກົມຈັດຕັ້ງ-ພະນັກງານເຊິ່ງໄດ້ສະຫຼູບຕີລາຄາຈຸດດີ, ຈຸດອ່ອນ ແລະ ຂໍ້ຄົງຄ້າງ ໃນການເຄື່ອນໄຫວປະຕິບັດໜ້າທີ່ເປັນເສນາທິການໃຫ້ແກ່ຄະນະພັກຄະນະໂຄສະນາອົບຮົມສູນກາງພັກ ເວົ້າລວມ, ເວົ້າສະເພາະກໍແມ່ນການເຄື່ອນໄຫວປະຕິບັດໜ້າທີຢູ່ພາຍໃນໜ່ວຍພັກກົມຈັດຕັ້ງ-ພະນັກງານຕະຫຼອດໃນໄລຍະ 5 ປີຜ່ານມາ(2015-2019) ແລະ ວາງທິດທາງວຽກງານຈຸດສຸມໃນ 5 ປີຕໍ່ໜ້າ; ຈາກນັ້ນ, ຄະນະໜ່ວຍພັກກົມຈັດຕັ້ງ-ພະນັກງານ ຊຸດເກົ່າ ໄດ້ຂື້ນຜ່ານບົດສຳຫຼວດໃນການຊີ້ນຳ-ນຳພາ ໃນໄລຍະຜ່ານມາ ພ້ອມທັງລາໜ້າທີ່ ແລະ ປ່ອນບັດຄັດເລືອກເອົາຄະນະໜ່ວຍພັກກົມຈັດຕັ້ງ-ພະນັກງານ ຊຸດໃໝ່ ເຊິ່ງມີຜູ້ລົງສະມັກເລືອກຕັ້ງຈຳນວນ 5 ສະຫາຍ, ຍິງ 2 ສະຫາຍ ໃນນັ້ນເລືອກເອົາ 3 ສະຫາຍຜ່ານການປ່ອນບັດເລືອກຕັ້ງສາມາດເລືອກໄດ້ 3 ສະຫາຍຄື: ສະຫາຍ ອານົງສັກ ອິນທະວົງ, ສະຫາຍ ນ. ຈັນສຸກ ພິມມະວັນ ແລະ ສະຫາຍ ນ. ໄພວັນ ວັນນະໄຊ.
ຜ່ານກອງປະຊຸມຄັ້ງປະຖົມມະລຶກ ໄດ້ເລືອກເອົາຄະນະໜ່ວຍພັກກົມຈັດຕັ້ງ-ພະນັກງານຊຸດໃໝ່
1. ສະຫາຍ ອານົງສັກ ອິນທະວົງ ເປັນເລຂາໜ່ວຍພັກກົມຈັດຕັ້ງ-ພະນັກງານ
2. ສະຫາຍ ນ. ຈັນສຸກ ພິມມະວັນ ເປັນຮອງເລາຂາໜ່ວຍກົມ
3. ສະຫາຍ ນ. ໄພວັນ ວັນນະໄຊ ເປັນຄະນະ, ຜູ້ກວດກາໜ່ວຍພັກກົມ
ກອງປະຊຸມໄດ້ຮັບຟັງການການໂອ້ລົມຂອງສະຫາຍ ສຈ.ປອ ກິແກ້ວ ໄຂຄຳພິທູນເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ກ່ອນອື່ນໝົດທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານການເຄື່ອນໄຫວໃນໄລຍະ 5 ປີຜ່ານມາ ທີ່ໜ່ວຍພັກກົມຈັດຕັ້ງ-ພະນັກງານ ຍາດໄດ້ຜົນງານອັນໃຫຍ່ຫຼວງ ແລະ ຜ່ານຜ່າຄວາມຫຍຸ້ງຍາກຕ່າງໆ ເວົ້າລວມ, ເວົ້າສະເພາະກໍຄືວຽກງານວິຊາສະເພາະຂອງຕົນ ແລະ ຜົນງານໃນການປະກອບສ່ວນເຂົ້າໃນກິດຈະ ກໍາຕ່າງໆຂອງໜ່ວຍພັກກົມຈັດຕັ້ງ-ພະນັກງານ ຄະນະໂຄສະນາອົບຮົມສູນກາງພັກ ເຊິ່ງມັນສະແດງອອກໃນຄວາມເປັນເຈົ້າການຕໍ່ໜ້າທີ່ວຽກງານ, ສະຕິຕໍ່ການຈັດຕັ້ງ, ຄວາມຈົ່ງຮັກພັກດີຕໍ່ພັກຕໍ່ປະເທດຊາດ, ການປະກອບສ່ວນເຂົ້າໃນການເຄື່ອນໄຫວປະຕິບັດໜ້າທີ່ການເມືອງຂອງຕົນຢ່າງຕັ້ງໜ້າ. ນອກນັ້ນ, ທ່ານຍັງໄດ້ຮຽກຮ້ອງມາຍັງຄະນະໜ່ວຍ, ສະມາຊິກພັກທຸກສະຫາຍຈົ່ງເພີ່ມທະວີຄວາມສາມັກຄີເປັນເອກະພາບ, ພ້ອມກັນບຸກບືນພັດທະນາຕົນເອງຢ່າງ ຮອບດ້ານ ແລະ ເອົາໃຈໃສ່ຄົ້ນຄວ້າຮ່ຳຮຽນທິດສະດີ, ແນວທາງ ແລະ ວຽກງານວິຊາສະເພາະເຊີດຊູນ້ຳໃຈຮັກຊາດ, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເພີ່ມທະວີຄວາມຮັບຜິດຊອບເຂົ້າໃນການຈັດຕັ້ງປະຕິບັດທິດທາງໜ້າທີ່ຈຸດສຸມ ທີ່ມະຕິກອງປະຊຸມໃຫຍ່ຄັ້ງ III ຂອງໜ່ວຍພັກກົມຈັດຕັ້ງ-ພະນັກງານ ໄດ້ຮັບຮອງເອົາ.
ແຈ້ງໄຟໄໝ້ : 1190
ຕຳຫຼວດ : 1191
ລົດໂຮງໝໍ : 1195
ໄຟຟ້າ : 1199
ນ້ຳປະປາ : 1169
ໜ່ວຍກູ້ໄພ : 1624