ທ່ານ ສຈ ປອ ກິແກ້ວ ໄຂຄໍາພິທູນ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ມາດດັບ ກຸມມານ ເນປານ ຜູ້ນໍາອາວຸດໂສ ເລຂາທິການສູນກາງພັກ ກໍາມະການຄະນະປະຈໍາສູນກາງພັກກອມມູນິດເນປານ ອາດີດນາຍົກລັດຖະມົນຕີເນປານ ພ້ອມດ້ວຍຄະນະ.
ໃນຕອນບ່າຍຂອງ ວັນທີ 31 ມັງກອນ 2019 ຜ່ານມາ,
ທ່ານ ສຈ ປອ ກິແກ້ວ ໄຂຄໍາພິທູນ ເລຂາທິການສູນກາງພັກຫົວໜ້າຄະນະໂຄສະນາອົບຮົມສູນກາງພັກຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ມາດດັບ ກຸມມານ ເນປານ ຜູ້ນໍາອາວຸດໂສ ເລຂາທິການສູນກາງພັກກໍາມະການຄະນະປະຈໍາສູນ ກາງພັກກອມມູນິດເນປານ ອາດີດນາຍົກລັດ ຖະມົນຕີເນປານ ພ້ອມດ້ວຍຄະນະ ເນື່ອງໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ, ເຂົ້າຮ່ວມຝ່າຍລາວມີ: ທ່ານ ປອ ນາງ ສູນທອນ ໄຊຍະຈັກ ກຳມະການສູນກາງພັກ ຫົວໜ້າຄະນະພົວ ພັນຕ່າງປະເທດສູນກາງພັກ, ສະຫາຍ ສົມພອນ ສີຈະເລີນ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ສະ ຫາຍ ນາງ ມະນີລາ ສົມບັນ ດິດ ຫົວໜ້າກົມອາຊີ-ປາຊີຟິກ ແລະ ອາຟຣິກກາ ຄະນະພົວພັນຕ່າງປະເທດສູນກາງພັກ, ສະຫາຍ ນາງ ວິລາວັນ ເຍ່ຍປໍເຮີ ຫົວໜ້າກົມຄົ້ນຄວ້າ-ສັງລວມ ຄະນະພົວພັນຕ່າງປະເທດສູນກາງພັກ, ສະຫາຍ ຈັນ ທະພອນ ຄໍາມະນີຈັນ ຮອງຫົວໜ້າກົມອາຊີ-ປາຊີຟິກ ແລະ ອາ ຟຣິກກາ ຄະນະພົວພັນຕ່າງປະເທດສູນກາງພັກ, ສະ ຫາຍ ວິຣະພົງສ໌ ພົມດວງສີ ເລຂາປະຈໍາຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ.
ໃນໂອກາດທີ່ມີຄວາມໝາຍ ຄວາມສໍາຄັນດັ່ງກ່າວ ທ່ານ ສຈ ປອ ກິແກ້ວ ໄຂຄໍາພິທູນ ໄດ້ສະ ແດງຄວາມຍິນດີຕ້ອນຮັບຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງ ທ່ານ ມາດດັບ ກຸມມານ ເນປານ ພ້ອມດ້ວຍຄະນະ; ໃນການພົບປະດັັ່ງກ່າວ ບັນດາສະຫາຍການນໍາລາວໄດ້ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງຄະນະຜູ້ແທນຂັ້ນສູງພັກກອມມູນິດເນປານ ຄັ້ງນີ້ ຊຶ່ງເປັນການປະກອບສ່ວນສໍາຄັນອັນໜຶ່ງເຂົ້າໃນການເພີ່ມພູນຄູນສ້າງ, ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງພັກ ສອງລັດ ແລະ ປະ ຊາຊົນສອງຊາດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ - ສະຫະພັນ ສາທາລະນະລັດ ປະຊາທິປະໄຕ ເນ ປານ. ນອກນັ້ນ ທ່ານ ສຈ ປອ ກິແກ້ວ ໄຂຄໍາພິທູນ ຍັງໄດ້ລາຍງານສະພາບການທີ່ພົ້ນເດັ່ນ ຂອງ ສປປ ລາວ ໃນມໍ່ໆມານີ້ ໃຫ້ຝ່າຍຄະນະຜູ້ແທນຂັ້ນສູງພັກກອມມູນິດເນປານ ຊາບໂດຍສະເພາະແມ່ນການຈັດຕັ້ງປະຕິບັດມະຕິກອງປະ ຊຸມໃຫຍ່ຄັ້ງທີ X ຂອງພັກ ແລະ ການຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ່ VIII; ໄດ້ແລກປ່ຽນບົດຮຽນໃນການຊີ້ນໍານໍາພາຂອງພັກ ປປ ລາວ ໃນໄລຍະທີ່ຜ່ານ, ແລກປ່ຽນທັດສະນະຕໍ່ສະພາບການພາກພຶ້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈນໍາກັນ ພ້ອມທັງຕີລາຄາສູງ ແລະ ຊົມເຊີຍຕໍ່ຜົນງານການເຄື່ອນ ໄຫວຂອງ ພັກກອມມູນິດເນປານ ໃນໄລຍະທີ່ຜ່ານມາເຫັນໄດ້ເຖິງບົດບາດໃນການນໍາພາຂອງພັກກອມມູນິດເນປານ ມີບາດ ກ້າວຂະຫຍາຍຕົວໃໝ່, ເປັນພັກທີ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຢ່າງກວ້າງຂວາງໃນສັງຄົມເນປານ ແລະ ເຊື່ອໝັ້ນວ່າພາຍໃຕ້ການຊີ້ນໍາ-ນໍາພາ ຂອງພັກກອມມູນິດເນປານ ປະຊາຊົນເນປານຈະສືບຕໍ່ຍາດໄດ້ຜົນສໍາເລັດອັນໃໝ່ໃຫຍ່ຫຼວງກວ່າເກົ່າໃນການສ້າງສາປະເທດຊາດຂອງຕົນ; ສອງຝ່າຍໄດ້ສະແດງຄວາມປິຕິຍິນດີ ທີ່ເຫັນວ່າສາຍພົວພັນມິດຕະ ພາບ ລະຫວ່າງ ສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ລາວ-ເນປານ ຈະສືບຕໍ່ເສີມຂະຫຍາຍມູນ ເຊື້ອຄວາມສາ ມັກຄີພິເສດຢ່າງຕໍ່ເນື່ອງ ແລະ ຊຸກຍູ້ສົ່ງເສີມການພົວພັນຮ່ວມມື ໃນບັນດາຂົງເຂດຕ່າງໆທີ່ສອງປະເທດມີທ່າແຮງເພື່ີອ ນໍາເອົາຜົນປະໂຫຍດຕົວຈິງມາໃຫ້ແກ່ປະຊາຊົນສອງຊາດລາວ-ເນປານ. ພ້ອມທັງອວຍພອນໃຫ້ທ່ານ ມາດດັບ ກຸມ ມານ ເນປານ ຜູ້ນໍາອາວຸດໂສ ເລຂາທິການສູນກາງພັກ ກໍາມະການຄະນະປະຈໍາສູນກາງພັກກອມມູນິດເນປານ ອາດີດນາຍົກລັດຖະມົນຕີເນປານ ພ້ອມດ້ວຍຄະນະ ຈົ່ງປະສົບຜົນສໍາເລັດ ແລະ ໄດ້ຮັບໝາກຜົນຢ່າງຈົບງາມໃນການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວໃນຄັ້ງນີ້.
ແຈ້ງໄຟໄໝ້ : 1190
ຕຳຫຼວດ : 1191
ລົດໂຮງໝໍ : 1195
ໄຟຟ້າ : 1199
ນ້ຳປະປາ : 1169
ໜ່ວຍກູ້ໄພ : 1624