ພິທີພົບປະຄະນະນຳຄະນະໂຄສະນາອົບຮົມສູນກາງພັກ ກັບ ນັກສຶກສາປະລິນຍາຕີ ສາຂາວິຊາໂຄສະນາອົບຮົມ

ພິທີພົບປະຄະນະນຳຄະນະໂຄສະນາອົບຮົມສູນກາງພັກ ກັບ ນັກສຶກສາປະລິນຍາຕີ ສາຂາວິຊາໂຄສະນາອົບຮົມ

ໃນຕອນເຊົ້າວັນທີ 11 ທັນວາ 2019 ຜ່ານມາ ທີ່ຫ້ອງປະຊຸມຊັ້ນ5 ຄະນະໂຄສະນາອົບຮົມສູນກາງພັກໄດ້ຈັດພິທີພົບປະລະຫວ່າງຄະນະນຳຄະນະໂຄສະນາ

ອົບຮົມສູນກາງພັກ ກັບ ນັກສຶກສາປະລິນຍາຕີ ສາຂາວິຊາໂຄສະນາອົບຮົມ ໃຫ້ກຽດເປັນປະທານໂດຍ ທ່ານ ຄຳເຈນ ວົງໂພສີ ກຳມະການສູນກາງພັກ, ຮອງເລຂາຄະນະພັກ,​ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມີ: ບັນດາຫົວໜ້າກົມ, ຮອງກົມ, ຕາງໜ້າອົງການຈັດຕັ້ງມະຫາຊົນ, ຄູອາຈານ ແລະ ນັກສຶກສາເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີຕາງໜ້າຄະນະຮັບຜິດຊອບໄດ້ຂື້ນລາຍງານສະພາບລວມຂອງນັກສຶກສາ ສາຂາວິຊາໂຄສະນາອົບຮົມປີທີ 4 ຮູ່ນທີ XXII ມີຈໍານວນທັງໝົດ 16 ສະຫາຍ, ຍິງ 4 ສະຫາຍ ທີ່ມາຈາກ 7 ແຂວງ (ຫຼວງນໍ້າທາ, ບໍ່ແກ້ວ, ຫຼວງພະບາງ, ບໍລິຄໍາໄຊ, ສະຫວັນນະເຂດ, ເຊກອງ ແລະ ອັດຕະປື). ໃນນັ້ນມາຈາກຄະນະໂຄສະນາອົບຮົມແຂວງ ແລະ ເມືອງ ຈຳນວນ 6 ສະຫາຍ, ຍິງ 2 ສະຫາຍ; ມາຈາກຖະແຫຼ່ງຂ່າວ 6 ສະຫາຍ; ສະຫະພັນນັກຮົບເກົ່າ 2 ສະຫາຍ; ສະຫະພັນແມ່ຍິງ 1 ສະຫາຍ ແລະ ຫ້ອງການ ປກຊ-ປກສ 1 ສະຫາຍ. ກ່ຽວກັບການຮຽນ-ການສອນມີທັງໝົດ 10 ວິຊາຮຽນ; ໃນນັ້ນ ຄະນະໂຄສະນາອົບຮົມສູນກາງພັກ ຮັບຜິດຊອບ 6 ວິຊາຄື: ວິຊາຄວາມຮູ້ພື້ນຖານກ່ຽວກັບວຽກງານແນວຄິດ, ວິຊາໂຄສະນາ, ອົບຮົມ, ຫາງສຽງສັງຄົມ, ເຕັກນິກການຂຽນບົດປະເພດຕ່າງໆ ແລະ ວິຊາຂໍ້ມູນ-ຂ່າວສານຊຶ່ງລວມທັງໝົດ 265 ຊົ່ວໂມງ; ຫຼັງຈາກນັ້ນຕາງໜ້າ ນັກສຶກສາກໍໄດ້ຂຶ້ນມີຄໍາເຫັນສະເໜິດ້ານດີ-ຂໍ້ຄົງຄ້າງ, ຂໍທິດຊີ້ນຳບາງບັນຫາ ແລະ ໃຫ້ຄຳໝັ້ນສັນຍາວ່າຈະຕັ້ງໜ້າຄົ້ນຄວ້າຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມຕົນເອງ, ນໍາເອົາບົດຮຽນ ທີ່ໄດ້ສຶກສາໄປໝູນໃຊ້ປະຕິບັດໃນໜ້າທີ່ຂອງຕົນໃຫ້ປະກົດຜົນເປັນຈິງ.

ໃນໂອກາດດັ່ງກ່າວ ທ່ານ ຄຳເຈນ ວົງໂພສີ ກຳມະການສູນກາງພັກ, ຮອງເລຂາຄະນະພັກ,​ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ມີຄຳເຫັນໂອ້ລົມຕໍ່ກັບບັນດານັກສຶກສາ ຈົ່ງຕັ້ງໃຈຄົ້ນຄວ້າຮ່ຳຮຽນທິດສະດີມາກເລນິນ, ແນວຄິດປະທານໄກສອນ ພົມວິຫານ, ທັດສະນະຫຼັກໝັ້ນອັນໝັກແໜ້ນ, ສືບຕໍ່ຜັນຂະຫຍາຍສີ່ງທີ່ໄດ້ຮຽນຮູ້ ໄປນຳໃຊ້ໃນຂົງເຂດວຽກງານຂອງຕົນຢູຸ່ທ້ອງຖິ່ນ ແລະ ເນັ້ນໃຫ້ພະນັກງານທີ່ເຮັດວຽກການເມືອງແນວຄິດເພີ່ມທະວີການຮ່ວມມືພາຍໃນ 6 ອົງການຈັດຕັ້ງພັກໃຫ້ແໜ້ນແຟ້ນ ແລະ ສືບຕໍ່ນໍາພາປະຊາຊົນ ປະຕິບັດ 2 ໜ້າທີ່ຍຸດທະ ສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕາມແນວທາງປ່ຽນແປງໃໝ່ຂອງພັກ.