ຫົວໜ້າ ຄະນະໂຄສະນາອົບຮົມສູນກາງພັກ ຊີ້ນຳການກະກຽມກອງປະຊຸມໃຫຍ່ອົງຄະນະພັກແຂວງໄຊສົມບູນ

ຫົວໜ້າ ຄະນະໂຄສະນາອົບຮົມສູນກາງພັກ ຊີ້ນຳການກະກຽມກອງປະຊຸມໃຫຍ່ອົງຄະນະພັກແຂວງໄຊສົມບູນ

          ໃນວັນທີ່11 ກັນຍາ 2020 ສະຫາຍຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກທັງເປັນຫົວໜ້າອະນຸກຳມະການເນື້ອໃນກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກໄດ້ລົງເຄື່ອນໄຫວຊີ້ນໍາການກະກຽມກອງປະຊຸມໃຫຍ່ຄັ້ງທີ I ຂອງອົງຄະນະພັກແຂວງໄຊສົມບູນ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກສະຫາຍ ພົຕ ຄຳລຽງ ອຸທະໄກສອນ ເລຂາພັກແຂວງ, ເຈົ້າແຂວງໄຊສົມບູນ.

ພິທີຕ້ອນຮັບໄດ້ຈັດຂື້ນຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງໂດຍມີທ່ານເຈົ້າແຂວງ, ຄະນະນຳຂອງແຂວງ ແລະ ບັນດາຫົວໜ້າອະນຸກຳມະການກະກຽມກອງປະຊຸມໃຫ່ຍຂອງແຂວງເຂົ້າຮ່ວມ. ໃນໂອກາດດັ່ງກ່າວສະຫາຍ ພົຕ ຄຳລຽງ ອຸທະໄກສອນ ໄດ້ລາຍງານສະພາບການພັດທະນາເສດຖະກິດ-ສັງຄົມອັນທີ່ພົ້ນເດັ່ນ ແລະ ບັນຫາທີ່ເປັນສິ່ງທ້າທາຍຂອງແຂວງໄຊສົມບູນໂດຍຫຍໍ້ ແລະ ສະພາບການກະກຽມກອງປະຊຸມໃຫຍ່ຄັ້ງທີ I ຂອງອົງຄະນະພັກແຂວງໃຫ້ແກ່ສະຫາຍ ຄຳພັນ ພົມມະທັດ ຮັບຊາບເຊິ່ງເຫັນວ່າແຂວງໄຊສົມບູນໄດ້ມີການຫັນປ່ຽນທີ່ຕັ້ງໜ້າເຊັ່ນ:ພື້ນຖານໂຄງລ່າງໄດ້ຮັບການປັບປຸງ-ກໍ່ສ້າງ, ຊີວິການເປັນຢູ່ຂອງປະຊາຊົນໄດ້ຮັບການພັດທະນາດີຂື້ນ ແລະ ປະກົດການຫຍໍ້ທໍ້ຕ່າງໆໄດ້ຮັບການແກ້ໄຂເທື່ອລະກ້າວ.

ສຳລັບການກະກຽມກອງປະຊຸມໃຫຍ່ຄັ້ງທີ I ຂອງອົງຄະນະພັກແຂວງໄຊສົມບູນທ່ານເຈົ້າແຂວງໄດ້ລາຍງານສະພາບການກະກຽມ ແລະ ຄວາມຄືບໜ້າໂດຍອິງໃສ່ຄຳສັ່ງເລກທີ 04/ຄລສພ ແລະ ຄຳສັ່ງແນະນຳຂອງຄະນະຈັດຕັ້ງສູນກາງພັກເພື່ອຈັດຕັ້ງປະຕິບັດເຊິ່ງໄດ້ແຕ່ງຕັ້ງຄະນະຮັບຜິດຊອບ ແລະ ຜູ້ຊີ້ນຳແຕ່ລະອະນຸກຳມະການໂດຍມີການຊີ້ນຳ-ກວດກາຢ່າງໃກ້ຊິດ. ກອງປະຊຸມອົງຄະນະພັກເມືອງ ແລະ ອົງຄະນະພັກຮາກຖານແຕ່ລະພະແນກການອ້ອມຂ້າງແຂວງແມ່ນສຳເລັດ 100% ປັດຈຸບັນພວມສຸມໃສ່ກະກຽມກອງປະຊຸມໃຫຍ່ຄັ້ງທີ I ຂອງອົງຄະນະພັກແຂວງ, ມາຮອດປັດຈຸບັນແມ່ນສຳເລັດໂດຍພື້ນຖານເປັນຕົ້ນດ້ານເນື້ອໃນ, ດ້ານບຸກຄະລາກອນ ແລະ ດ້ານຂະບວນການຄາດວ່າຈະໄດ້ໄຂຂື້ນໃນກາງເດືອນຕຸລາທີ່ຈະມາເຖິງນີ້;

ໃນໂອກາດດັ່ງກ່າວ ສະຫາຍ ຄຳພັນ ພົມມະທັດໄດ້ຍ້ອງຍໍຊົມເຊີຍຕໍ່ຄວາມພະຍາຍາມບາກບັ່ນຂອງຄະນະພັກ, ຄະນະນຳແຕ່ລະຂັ້ນ ແລະ ປະຊາຊົນພາຍໃນແຂວງໄຊສົມບູນທີ່ໄດ້ສຸມໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກມີຜົນສໍາເລັດໃນຫຼາຍດ້ານເຮັດໃຫ້ແຂວງໄຊສົມບູນມີການຫັນປ່ຽນຢ່າງຕັ້ງໜ້າ ແລະ ໄດ້ໃຫ້ທິດຊີ້ນຳບາງດ້ານຕໍ່ການກະກຽມກອງປະຊຸມໃຫຍ່ຄັ້ງທີ I ຂອງອົງຄະນະພັກແຂວງດັ່ງນີ້:

– ດ້ານເນື້ອໃນ: ຕ້ອງຕີລາຄາຢ່າງສັດຈະວິພາກຊອກໃຫ້ເຫັນຈຸດອ່ອນ ແລະ ຂໍ້ຄົງຄ້າງທີ່ແທ້ຈິງ ແລະ ທ່າແຮງບົ່ມຊ້ອນຂອງແຂວງເພື່ອກຳນົດທິດທາງແກ້ໄຂໃນຕໍ່ໜ້າຢ່າງຖືກຕ້ອງ; ພ້ອມດຽວກັນນີ້ກໍ່ຕ້ອງພາກພູມໃຈກັບຜົນງານທີ່ຍາດມາໄດ້ອັນສຳຄັນອັນໜຶ່ງການກຳນົດຄາດ   ໝາຍສູ້ຊົນໃນແຕ່ລະໄລຍະຕ້ອງວາງຄາດໝາຍສິງທີ່ສາມາດເຮັດໄດ້ ແລະ ເໝາະສົມກັບສະພາບຄວາມເປັນຈິງຂອງແຂວງ.

– ດ້ານບຸກຄະລາກອນ: ບັນຫາດັ່ງກ່າວມີຄວາມສໍາຄັນຫຼາຍເພາະແນວທາງນະໂຍບາຍຂອງພັກ ກໍ່ຄື ແຜນຍຸດທະສາດຂອງແຂວງຈະໄດ້ຮັບການຈັດຕັ້ງປະຕິບັດໜ້ອຍ ຫຼື ຫຼາຍສຳໃດແມ່ນຂື້ນກັບພະນັກ ງານຂັ້ນຍຸດທະສາດເປັນຜູ້ຊີ້ນຳ-ນຳພາ ສະນັ້ນຈະຕ້ອງໄດ້ເອົາໃຈໃສ່ສຶກສາອົບຮົມພະນັກງານ, ສະມາຊິກພັກ ແລະ ປະຊາຊົນຈົ່ງຍົກສູງຄວາມຮັບຜິດຊອບໃນການຄັດເລືອກເປົ້າໝາຍພະນັກງານທີ່ຈະສະໝັກເປັນຄະນະພັກຕ້ອງມີຄວາມຮູ້-ຄວາມສາມາດໃນການນຳພາ-ຄຸ້ມຄອງ, ມີຄຸນສົມບັດສິນທຳປະຕິວັດ, ມີຄຸນທາດການເມືອງໜັກແໜ້ນ ແລະ ມີແບບແຜນການດຳລົງຊີວິດທີ່ປອດໃສ ທັງຫັນເປັນໜຸ່ມແໜ້ນທີ່ມີຄຸນນພາບ; ການສ້າງຂະບວນການກໍ່ຕ້ອງຖືເອົາດ້ານເນື້ອໃນສຳຄັນກວ່າດ້ານຮູບການໂດຍຕິດພັນກັບຂະບວນການຮັກຊາດ ແລະ ພັດທະນາ.

ນອກນີ້ ສະຫາຍຄຳພັນ ພົມມະທັດ ຍັງໄດ້ເນັ້ນຕື່ມບັນຫາການກຳນົດຄຳຂວັນຂອງແຂວງຍ້ອນວ່າແຂວງໄຊສົມບູນເປັນແຂວງທີ່ໄດ້ຮັບການສ້າງຕັ້ງຂື້ນໃໝ່ ແລະ ການກະກຽມກອງປະຊຸມຄັ້ງນີ້ເປັນກອງປະຊຸມໃຫຍ່ອົງຄະນະພັກແຂວງສະໄໝທຳອິດ ສະນັ້ນ ການກຳນົດຄຳຂວັນຂອງແຂວງກໍ່ຕ້ອງຮັບປະກັນດ້ານຍຸດທະສາດ ແລະ ເປົ້າໝາຍສູ້ຊົນທີ່ແທດເໝາະກັບຈຸດພິເສດທັງມີເອກະລັກສະເພາະຂອງແຂວງ; ພ້ອມດຽວກັນນັ້ນສະຫາຍຍັງໄດ້ໄປຢ້ຽມຢາມຄະນະໂຄສະນາອົບຮົມແຂວງ ແລະ ໃຫ້ທິດຊີ້ນຳໃນການເຄື່ອນໄຫວວຽກງານໂຄສະນາໂດຍສະເພາະແມ່ນການໂຄສະນາສຶກສາອົບຮົມແນວຄິດຂອງພະນັກງານ ແລະ ປະຊາຊົນໃນໄລຍະການກະກຽມກອງປະຊຸມໃຫຍ່ອົງຄະນະພັກແຂວງເພື່ອໃຫ້ບັນລຸຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້.

ພາບ-ຂ່າວ: ປາລິສັກ ເຂັມທອງ