ສະຫະພັນກຳມະບານ ຄະນະໂຄສະນາອົບຮົມສູນກາງພັກ ແລະ ສະຫະພັນກຳມະບານສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດຮ່ວມກັນສ້າງຂະບວນການຫຼິ້ນກິລາເຕະບານຊາຍ-ຍິງ.

ສະຫະພັນກຳມະບານ ຄະນະໂຄສະນາອົບຮົມສູນກາງພັກ ແລະ ສະຫະພັນກຳມະບານສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດຮ່ວມກັນສ້າງຂະບວນການຫຼິ້ນກິລາເຕະບານຊາຍ-ຍິງ.

    ໃນຕອນບ່າຍວັນທີ 25 ກັນຍາ 2020 ສະຫະພັນກຳມະບານຄະນະໂຄສະນາອົບຮົມສູນກາງພັກສົມທົບກັບສະຫະພັນກຳມະບານສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດໄດ້ຈັດຂະບວນການກິລາບານເຕະຊາຍ-ຍິງ ຂື້ນທີ່ສະໜາມກິລາສະຖາບັນການເມືອງການປົກຄອງແຫ່ງຊາດ(ສມປຊ) ໃຫ້ກຽດເຂົ້າຮ່ວມມີທ່ານ ຮສ ພູວົງ ອຸ່ນແສນຄຳ ຫົວໜ້າ ສມປຊ ແລະ ທ່ານ ນ. ສົມພອຍ ພົມມະຈັກ ຮອງຫົວໜ້າ ຄອສພ , ຕາງໜ້າໂຮງພິມ ໂຊກພາໄຊ, ຄະນະບໍລິຫານງານສະຫະພັນກຳມະບານ ຄອສພ ພ້ອມດ້ວຍຄະນະ, ຄະນະບໍລິຫານງານສະຫະພັນກຳມະບານ ສມປຊ ພ້ອມດ້ວຍຄະນະ ແລະ ສະມາຊິກກຳມະບານທັງສອງຝ່າຍເຂົ້າຮ່ວມຢ່າງພ້ອມພຽງ.

    ໃນພິທີແຂ່ງຂັນບານເຕະໃນຄັ້ງນີ້ຕາງໜ້າໂຮງພິມໂຊກພາໄຊໄດ້ໃຫ້ກຽດມອບຊຸດກິລາຈຳນວນ 100ຊຸດເງິນສົດຈຳນວນ 1,000,000 ກີບ ແລະ ອຶ່ນໆຄິດສະເລ່ຍເປັນມູນຄ່າ 4,500,000 ກີບ ມອບໃຫ້ຄະນະນັກກິລາທັງສອງຝ່າຍ. ໃນພິທີທ່ານ ວັນຕຸລາ ຣັກນຸດ ປະທານຄະນະບໍລິຫານງານສະຫະພັນກຳມະບານ ຄອສພ ໃຫ້ກຽດມອບໃບກຽດຕິຄຸນໃຫ້ໂຮງພິມໂຊກພາໄຊທີ່ໄດ້ໃຫ້ການອຸປະຖຳໃນຄັ້ງນີ້.

    ຈຸດປະສົງຂອງການຈັດກິດຈະກຳໃນຄັ້ງນີ້ເພື່ອເປັນການຊົມເຊີຍຜົນສໍາເລັດກອງປະຊຸມໃຫຍ່ສະຫະພັນກໍາມະບານ ຂອງທັງສອງພາກສ່ວນ   ກໍຄືການສ້າງຂະບວນການຕ້ອນຮັບການກະກຽມກອງປະຊຸມໃຫຍ່ຜູ້ແທນກຳມະບານທົ່ວປະເທດຄັ້ງທີ VIII ທີ່ຈະເປີດຂື້ນໃນຕໍ່ໜ້າ ທັງເປັນການສ້າງຄວາມສາມັກຄີຮັກແພງ ລະຫວ່າງສະມາຊິກກໍາມະບານ ກໍຄື ພະນັກງານ-ຄູອາຈານ ສມປຊ ກັບ ພະນັກງານ ຄອສພ ໃຫ້ນັບມືແໜ້ນແຟ້ນຍິ່ງຂຶ້້ນ.