ພິທີໂອ້ລົມຂອງທ່ານຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ

ພິທີໂອ້ລົມຂອງທ່ານຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ.

               ໃນຕອນເຊົ້າວັນທີ 6 ພະຈິກ 2020 ທີ່ສະໂມສອນໃຫຍ່ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີຮັບຟັງການໂອ້ລົມ ແລະ ອຳລາຂອງທ່ານ ຄຳເຈນ ວົງໂພສີ ກຳມະການສູນກາງພັກ, ອະດີດຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກທີ່ຍ້າຍໄປຮັບໜ້າທີ່ຢູ່ບ່ອນໃໝ່ເຂົ້າຮ່ວມໃນພິທີມີ: ທ່ານ ນ. ສົມພອຍ ພົມມະຈັກ  ຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ, ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ພ້ອມທັງວິຊາການທັງໝົດທົ່ວຄອສພ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ທ່ານ ນ. ໄພວັນ ວັນນະໄຊ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານໄດ້ຂື້ນກ່າວຈຸດປະສົງຂອງພິທີຫຼັງຈາກນັ້ນ ທ່ານ ນ. ວິໄລວັນ ເພັງສະຫວັດ ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກໄດ້ຂື້ນຜ່ານຂໍ້ຕົກລົງວ່າດ້ວຍການຍົກຍ້າຍ ທ່ານ ຄຳເຈນ ວົງໂພສີ ກຳມະການສູນກາງພັກ, ອະດິດຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກໄປຮັບໜ້າທີ່ໃໝ່ຢູ່ສຳນັກງານນາຍົກລັດຖະມົນຕີ.

ຫຼັງຈາກນັ້ນ ທ່ານ ຄຳເຈນ ວົງໂພສີ ກຳມະການສູນກາງພັກ, ອະດີດຮອງເລຂາຄະນະພັກ, ອະດີດຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ຂື້ນກ່າວສະແດງຄວາມຂອບໃຈຕໍ່ພະນັກງານຫຼັກແຫຼ່ງຂັ້ນຕ່າງໆ, ເພື່ອນມິດສະຫາຍຕະຫຼອດຮອດອ້າຍນ້ອງວິຊາການທັງໝົດທີ່ຮ່ວມອາຊີບດຽວກັນໃນຕະຫຼອດໄລຍະ 1 ປີ ທີ່ຜ່ານມາ ແລະ ຍັງເຊື່ອໝັ້ນຢ່າງໜັກແໜ້ນວ່າບັນດາສະຫາຍນັກຮົບແນວຄິດຈະສືບທອດຮັກສາມູນເຊື້ອສາມັກຄີຮັກແພງອັນເປັນມູນເຊື້ອເວົ້າລວມ ເວົ້າສະເພາະກໍແມ່ນການເຮັດວຽກງານການເມືອງ-ແນວຄິດໃຫ້ດີ ແລະ ສືບຕໍ່ກັນປັບປຸງແກ້ໄຂ ເພື່ອນໍາພາວຽກງານດັ່ງກ່າວໃຫ້ຢູ່ແຖວໜ້າ. ນອກນັ້ນ ໄດ້ເນັ້ນໜັກໃຫ້ສະມາຊິກພັກ-ພະນັກງານ ທຸກສະຫາຍ ຈົ່ງພ້ອມກັນສືບຕໍ່ເສີມຂະຫຍາຍມູນເຊື້ອຄວາມສາມັກຄີໃຫ້ເປັນປຶກແຜ່ນ ແລະ ສືບທອດມູນເຊື້ອຂອງພັກ ເຂົ້າໃນການຝຶກຝົນຫຼໍ່ຫຼອມຕົນເອງໃນການຈັດ ຕັ້ງປະຕິບັດໜ້າທີ່ການເມືອງທີ່ການຈັດຕັ້ງມອບໝາຍໃຫ້ໄດ້ຮັບຜົນສໍາເລັດຢ່າງຈົບງາມ.

ໃນທ້າຍພິທີທ່ານ ນ. ສົມພອຍ ພົມມະຈັກ ຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ອະດີດຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ທີ່ໄດ້ຮັບຄວາມໄວ້ວາງໃຈຈາກຂັ້ນເທິງ ແລະ ມີຜົນງານພົ້ນເດັ່ນໃນການເຄື່ອນໄຫວວຽກງານໃນໄລຍະທີ່ຜ່ານມາເຊິ່ງເພີ່ນໄດ້ຍົກໃຫ້ເຫັນເຖິງຜົນງານອັນໃຫຍ່ຫຼວງໃນຫຼາຍໆດ້ານເຊັ່ນ: ການຈັດຕັ້ງປະຕິບັດມະຕິ, ຄຳສັ່ງຕ່າງໆຂອງພັກ, ການຊີ້ນຳ-ນຳພາວຽກງານການເມືອງແນວຄິດໃຫ້ພະນັກງານ ໂດຍສະເພາະວຽກງານກໍ່ສ້າງພັກກໍ່ສ້າງພະນັກງານ, ສ້າງພະນັກງານຫຼັກແຫຼ່ງໃຫ້ມີຄວາມຮູ້ຄວາມສາມາດ, ເປັນແບບຢ່າງທາງທີ່ດີໃນການເຮັດວຽກງານວິຊາສະເພາະ, ແບບແຜນການດຳລົງຊີວິດທີ່ປອດໃສຂາວສະອາດ. ນອກນັ້ນທ່ານຍັງໄດ້ຮຽກຮ້ອງໃຫ້ສະມາຊິກພະນັກງານລັດຖະກອນທັງໝົດໃຫ້ເພີ່ມຄວາມບຸກບືນເປັນເຈົ້າການປະຕິບັດໜ້າທີ່ວຽກງານທີ່ຮັບຜິດຊອບ ແລະ ເພີ່ມຄວາມເອົາໃຈໃສ່ໃນການປະຕິບັດໜ້າທີ່ຂອງຕົນໃຫ້ດີຂື້ນ ເພື່ອຄຳນັບຮັບຕ້ອນການດຳເນີນກອງປະຊຸມຂອງໜ່ວຍພັກແຕ່ລະໜ່ວຍ ແລະ ກອງປະຊຸມໃຫຍ່ອົງຄະນະພັກຂອງຄະນະໂຄສະນາອົບຮົມສູນກາງພັກຄັ້ງທີ V ໃນຕໍ່ໜ້າຢ່າງມີຜົນສຳເລັດ.

ໃນ​ຕອນ​ແລງຂອງວັນດຽວກັນ ຢູ່​ທີ່​ຫ້ອງ​ຮັບ​ແຂກຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສູນ​ກາງ​ພັກ ໄດ້​ມີ​ພິ​ທີ​ມອບ-ຮັບ​ເຄື່ອງ​ອຸ​ປະ​ກອນດົນ​ຕຼີ ​​ຈາກຄອບ​ຄົວທ່ານ ຄຳ​ເຈນ ວົງ​ໂພ​ສີ ກຳ​ມະ​ການ​ສູນ​ກາງ​ພັກ, ​ລັດ​ຖະ​ມົນ​ຕີ, ຫົວ​ໜ້າ​ຫ້ອງວ່າ​ການ​ສຳ​ນັກ​ງານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຊິ່ງໄດ້​ນຳ​ເອົາ​ເຄື່ອງ​ອຸ​ປະ​ກອນ​​ດົນ​ຕຼີ (ຄີ​ບອດ) ລວມມູນ​ຄ່າ: 20.800.000 ກີບ ມອບ​ໃຫ້​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສູນ​ກາງ​ພັກ ເພື່ອເປັນການ​ປະ​ກອບ​ສ່ວນຊຸກຍູ້ສົ່ງເສີມກອງສິລະປະຄະນະຊາວໜຸ່ມ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສູນ​ກາງ​ພັກ ໃຫ້ກຽດມອບ​ໂດຍ ທ່ານ ຄຳ​ເຈນ ວົງ​ໂພ​ສີ ກຳ​ມະ​ການ​ສູນ​ກາງ​ພັກ, ​ລັດ​ຖະ​ມົນ​ຕີ, ຫົວ​ໜ້າ​ຫ້ອງວ່າ​ການ​ສຳ​ນັກ​ງານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ກຽດ​ຮັບ​ໂດຍ ທ່ານ ອານົງ​ສັກ ອິນ​ທະ​ວົງ ຄະ​ນະ​ພັກ, ຫົວ​ໜ້າ​ກົມ​ຈັດ​ຕັ້ງ-ພະ​ນັກ​ງານ, ມີຮັກສາການ​ຫົວ​ໜ້າ​ຫ້ອງ​ການ ແລະ ຕາງ​ໜ້າອົງການຈັດຕັ້ງຊາວໜຸ່ມ ຂອງ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສູນ​ກາງ​ພັກ ເຂົ້າ​ຮ່ວມນຳ.