ໂຮງພິມແຫ່ງລັດມອບປຶ້ມບົດສຳຫຼວດການນຳພາລວມຂອງຄະນະບໍລິຫານງານສູນກາງພັກສະໄໝທີ X ໃຫ້ແກ່ຄະນະໂຄສະນາອົບຮົມສູນກາງພັກ


ໂຮງພິມແຫ່ງລັດມອບປຶ້ມບົດສຳຫຼວດການນຳພາລວມຂອງຄະນະບໍລິຫານງານສູນກາງພັກສະໄໝທີ X ໃຫ້ແກ່ຄະນະໂຄສະນາອົບຮົມສູນກາງພັກ

          ໃນວັນທີ 11 ສິງຫາ 2021 ທີ່ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ), ໂຮງພິມແຫ່ງລັດ ໄດ້ນໍາເອົາປື້ມບົດ​ສໍາ​ຫຼວດການ​ນໍາພາ​ລວມຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ສະ​ໄໝທີ X ທີ່ລາຍງານຕໍ່​ກອງ​ປະຊຸມ​​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ ຄັ້ງທີ XI ຂອງ​ພັກ ຈໍານວນ 140 ຫົວ ມອບໃຫ້ແກ່ຄະນະໂຄສະນາອົບຮົມສູນກາງພັກ.

          ໃນພິທີມອບ-ຮັບປຶ້ມຄັ້ງນີ້ ທ່ານ ໄມອອນ ທໍາມະວົງ ຜູ້ອໍານວຍການໂຮງພິມແຫ່ງລັດໄດ້ໃຫ້ກຽດມອບ ແລະ ໃຫ້ກຽດກ່າວຮັບໂດຍ ທ່ານ ປອ. ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ.

          ປຶ້ມຈຳນວນ 140 ຫົວດ່ັງກ່າວແມ່ນໂຮງພິມ​ແຫ່ງ​ລັດເປັນຜູ້ອຸປະ​ຖໍາການພິມ​ໂດຍ​ບໍ່​ຄິດ​ໄລ່​ລາຄາ ເພື່ອປະກອບສ່ວນທີ່ສຳຄັນເຂົ້າໃນການຈັດເອກະສານທີ່ສຳຄັນຂອງພັກໃຫ້ແກ່ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກເພື່ອແຈກຍາຍໃຫ້ແກ່ພະນັກງານການນຳຂັ້ນສູງຂອງລາວໄດ້ຄົ້ນຄວ້າ, ຖອດຖອນບົດຮຽນເຮັດໃຫ້ການນຳພານັບມື້ນັບດີຂຶ້ນ.