ພິທີເປີດຊຸດອົບຮົມວຽກງານໄອທີ ໃຫ້ແກ່ພະນັກງານຄະນະໂຄສະນາອົບຮົມແຂວງ ບໍລິຄໍາໄຊ.
ພິທີເປີດຊຸດອົບຮົມວຽກງານໄອທີ ໃຫ້ແກ່ພະນັກງານຄະນະໂຄສະນາອົບຮົມແຂວງ ບໍລິຄໍາໄຊ. ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ສົມທົບກັບຄະນະໂຄສະນາອົບຮົມແຂວງ ບໍລິຄໍາໄຊ ເປີດຊຸດຝຶກອົບຮົມວຽກງານໄອທີ ໃຫ້ແກ່ພະນັກງານຄະນະໂຄສະນາອົບຮົມແຂວງ ໃນລະຫວ່າງວັນທີ 20-22 ກັນຍາ 2022 ຜ່ານມາ, ຢູ່ທີ່ຫ້ອງປະຊຸມຊັ້ນ3ຂອງຫ້ອງວ່າການແຂວງ ບໍລິຄໍາໄຊ ພາຍໃຕ້ການເປັນປະທານ ແລະ ໃຫ້ກຽດກ່າວເປີດໂດຍ ທ່ານ ອຸດອນ ສອນສຸລິນ ກໍາມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ບໍລິຄໍາໄຊ, ເຂົ້າຮ່ວມມີທ່ານ ວັນຕຸລາ ຣັກນຸດ ຄະນະພັກ ຫົວໜ້າກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະ, ມີພະນັກງານຈາກຄະນະໂຄສະນາອົບຮົມແຂວງ ແລະ ເມືອງ ເຂົ້າຮ່ວມທັງໝົດ 13 ທ່ານ, ຍິງ 10 ທ່ານ.