ຝຶກອົບຮົມໃຫ້ແກ່ພະນັກງານທີ່ວຽກງານອົບຮົມຢູ່ແຂວງຫຼວງພະບາງ

ໃນວັນທີ 2-3 ເມສາ 2025 ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບ ຄະນະໂຄສະນາອົບຮົມແຂວງຫຼວງພະບາງ ໄດ້ສົມທົບກັນຈັດຕັ້ງຝຶກອົບຮົມວຽກງານງານອົບຮົມ ໃຫ້ກຽດເປັນປະທານຮ່ວມກ່າວເປີດພິທີຊຸດຝຶກອົບຮົມຂອງ ສະຫາຍ ສົມຈິດ ສິງລໍຄໍາ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງຫຼວງພະບາງ; ສະຫາຍ ຄໍາກອງ ທຳມະເທວາ ຄະນະພັກ ຫົວໜ້າກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ.

ຊຸດຝຶກອົບຮົມວຽກງານອົບຮົມໃຫ້ພະນັກງານທີ່ເຮັດວຽກງານອົບຮົມຢູ່ແຂວງຫຼວງພະບາງຊຸດທີ  I ປະຈຳປີ 2025. ຊຸດຝຶກອົບຮົມຊຸດນີ້ມີນັກສຳມະນາກອນມາຈາກ ຂົງເຂດພັກພະນັກງານ, ອົງການຈັດຕັ້ງມະຫາຊົນມີ 16 ທ່ານ, ຂົງເຂດວັດທະນາທຳ-ສັງຄົມ  4 ທ່ານ ຂົງເຂດເສດຖະກິດ ມີ 6 ທ່ານ ຄະນະໂຄສະນາອົບຮົມເມືອງ 10 ທ່ານ  ແລະ ນະຄອນຫຼວງພະບາງ 1 ທ່ານ  ລວມທັງໝົດ 40 ທ່ານ,ຍິງ 17 ທ່ານ ນັກວິທະຍາກອນບັນຍາຍເອກະສານ ມາຈາກ ຄະນະໂຄສະນາອົບຮົມສູນກາງພັກ 1 ທ່ານ ຄະນະໂຄສະນາອົບຮົມແຂວງ 1 ທ່ານ.

  1. ເນື້ອໃນເອກະສານອົບຮົມປະກອບມີ 5 ບົດ ຄືື:

ບົດທີ 1: ວຽກງານໂຄສະນາອົບຮົມຂອງພັກ (ບັນຍາຍໂດຍ ສະຫາຍ ຄໍາກອງ ທໍາມະເທວາ ຄະນະພັກ ຫົວໜ້າກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ).

ບົດທີ 2: ຄວາມຮູ້ພື້ນຖານກ່ຽວກັບວຽກງານອົບຮົມ (ບັນຍາຍໂດຍ ສະຫາຍ ຄໍາກອງ ທໍາມະເທວາ ຄະນະພັກ ຫົວໜ້າກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ).

ບົດທີ 3: ການຂຽນ ແລະ ການປັບປຸງເອກະສານອົບຮົມ (ບັນຍາຍໂດຍ ສະຫາຍ ຄໍາກອງ ທໍາມະເທວາ ຄະນະພັກ ຫົວໜ້າກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ).

ບົດທີ 4: ການບັນຍາຍເອກະສານອົບຮົມ (ບັນຍາຍໂດຍ ສະຫາຍ ຄໍາກອງ ທໍາມະເທວາ ຄະນະພັກ ຫົວໜ້າກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ).

ບົດທີ 5: ການຈັດຕັ້ງຝຶກອົບຮົມວຽກງານອົບຮົມ (ບັນຍາຍໂດຍ ສະຫາຍ ສົມຈິດ ສິງລໍຄໍາ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ຫຼວງພະບາງ).

   ຜູ້ບັນຍາຍສ່ວນຫຼາຍແມ່ນຜູ້ທີ່ມີບົດບາດ ແລະ ມີປະສົບການ ຊຶ່ງສາມາດອະທິບາຍ, ຊີ້ແຈ້ງເນື້ອໃນເອກະສານໄດ້ຢ່າງເລິກເຊິ່ງ ແລະ ກວ້າງຂວາງ; ມີການສົມທຽບລະຫວ່າງທິດສະດີກັບພຶດຕິກໍາຕົວຈິງ ເຮັດໃຫ້ຜູ້ເຂົ້າຮ່ວມອົບຮົມມີຄວາມຮັບຮູ້, ເຂົ້າໃຈເນື້ອໃນເອກະສານເປັນຢ່າງດີ.

ໃນຕອນທ້າຍຂອງການຝຶກອົບຮົມ ແມ່ນໄດ້ມີພິທີມອບໃບຢັ້ງຢືນໃຫ້ນັກຝຶກອົບຮົມທີ່ເຂົ້າຮ່ວມ ຊຶ່ງໃຫ້ກຽດມອບໃບຢັ້ງຢືນໂດຍ ແລະ ໂອ້ລົມ ພ້ອມກ່າວປິດຊຸດຝຶກອົບຮົມໂດຍ ສະຫາຍ ທ່ານ ນາງ ວຽນ ວີໄລ ດີລະພັນ ກຳມະການປະຈຳພັກແຂວງ, ສະມາຊິກສະພາແຫ່ງຊາດ ຫົວໜ້າຄະນະໂຄສະນາອົບຮົມແຂວງ.