





ຂ່າວໃໝ່
ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ສປປ ລາວ ເຂົ້າຢ້ຽມຢາມ ແລະ ພົບປະຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ
ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ສປປ ລາວ ເຂົ້າຢ້ຽມຢາມ ແລະ ພົບປະຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໃນວັນທີ 15 ກໍລະກົດ 2025 ທີ່ຫ້ອງຮັບແຂກຄະນະໂຄສະນາອົບຮົມສູນກາງພັກ ທ່ານ ນ. ເມແກນ ໂຈນສ (Megan Jones)
ຂ່າວສານ
ກອງປະຊຸມວຽກງານແນວຄິດທົ່ວປະເທດຄັ້ງທີ V


ປະທານ ໄກສອນ ພົມວິຫານ ເຄີຍເຕືອນວ່າ:
“ຜູ້ເຮັດວຽກການເມືອງ-ແນວຄິດ ຕ້ອງແມ່ນຜູ້ທີ່ໜັກແໜ້ນ-ບໍ່ອະນຸຍາດ ໃຫ້ຜູ້ບໍ່ກໍາແໜ້ນແນວທາງ ໄປເຜີຍແຜ່ແນວທາງ”

ພະນັກງານ ແລະ ນັກຮົບແນວຄິດທຸກຄົນ
ມີຄວາມຈຳເປັນຕ້ອງຮ່ຳຮຽນຄຸນສົມບັດສິນທຳປະຕິວັດຂອງ ປະທານໄກສອນ ພົມວິຫານ ເວົ້າລວມ -ເວົ້າສະເພາະ ຮ່ຳຮຽນເອົາແບບແຜນ ວິທີການໂຄສະນາສຶກສາອົບຮົມ ທີ່ປ່ຽມລົ້ນໄປດ້ວຍຫຼາຍຮູບຫຼາຍສີ ແລະ ມີພະລັງແຮງດຶງດູດຫົວໃຈຂອງພະນັກງານ,ທະຫານ ແລະ ປະຊາຊົນລາວທຸກຊັ້ນວັນນະ ແລະ ເຜົ່າຕ່າງໆ.

ປະທານ ໄກສອນ ພົມວິຫານ ໄດ້ເວົ້າວ່າ:
“ແຕ່ໃດໆມາພັກເຮົາໄດ້ຖືວ່າ ວຽກງານການເມືອງ-ແນວຄິດ ແລະ ທິດສະດີເປັນວຽກທີ່ສຳຄັນ,ມັນເປັນເສັ້ນໄຫມແດງທີ່ສອດຫ້ອຍໄປໃນທຸກວຽກງານ ຂອງພັກທຸກຂັ້ນ ແລະ ທຸກເວລາ”
ສາຍພົວພັນລາວ-ຫວຽດນາມ
ສະຫາຍເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ ຕີລາຄາສູງຕໍ່ການປະກອບສ່ວນຢ່າງຕັ້ງໜ້າຂອງ ສະຫາຍ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ.
ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານ ສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕີລາຄາສູງຕໍ່ການປະກອບສ່ວນຢ່າງຕັ້ງໜ້າ ຂອງສະຫາຍ ຫງວຽນ ຝູ໋ ຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ເຮັດໃຫ້ສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ໄດ້ຮັບການພັດທະນາຂຶ້ນຢ່າງບໍ່ຢຸດຢັ້ງ ໃນໄລຍະທີ່ສະຫາຍມີຊີວິດຢູ່.
ໂທລະເລກສະແດງຄວາມເສົ້າສະຫຼົດໃຈ
ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ລັດຖະບານແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສູນກາງແນວລາວສ້າງຊາດ ໄດ້ສົ່ງໂທລະເລກ ສະແດງຄວາມເສົ້າສະຫຼົດໃຈ ຕໍ່ການມໍລະນະກໍາຂອງ ສະຫາຍ ຫງວຽນຟູຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໃນວັນທີ 19 ກໍລະກົດ 2024, ໂດຍໂທລະເລກມີເນື້ອໃນດັ່ງນີ້:



ການນຳສູງສຸດ ຂອງພັກ-ລັດສາມຊາດ ລາວ, ຫວຽດນາມ ແລະ ກຳປູເຈັຍ ໄດ້ມີການພົບປະກັນ (ເລຂາທິການໃຫຍ່ ແລະ ນາຍົກລັດຖະມົນຕີ) ຢູ່ນະຄອນໂຮຈີມິນ ສສຫວຽດນາມ











ສ້າງການຫັນປ່ຽນຢ່າງແຂງແຮງ ໃນວຽກງານໂຄສະນາອົບຮົມໄປສູ່ຄຸນນະພາບໃໝ່
“ໜັກຕ້ອງເອົາ,ເບົາຕ້ອງສູ້ ແລະ ຜ່ານຜ່າຂໍ້ຫຍຸ້ງຍາກ ຈື່ງຈະເຮັດໃຫ້ຕົນເອງເຂັ້ມແຂງຂື້ນ”
