ຍົກສູງຄຸນທາດ, ຄຸນສົມບັດ ແລະ ຄວາມສາມາດຂອງພະນັກງານ
ຍົກສູງຄຸນທາດ, ຄຸນສົມບັດ ແລະ ຄວາມສາມາດຂອງພະນັກງານ ໂດຍ: ປອ ບົວຈັນ ເພັງສະຫວັດ ວາລະສານອະລຸນໃໝ່, ສະບັບທີ 5/2025(ເຫຼັ້ມທີ 302, ປີທີ 40) (ກົດອ່ານ ຫຼື ດາວໂຫຼດ)
ຍົກສູງຄຸນທາດ, ຄຸນສົມບັດ ແລະ ຄວາມສາມາດຂອງພະນັກງານ ໂດຍ: ປອ ບົວຈັນ ເພັງສະຫວັດ ວາລະສານອະລຸນໃໝ່, ສະບັບທີ 5/2025(ເຫຼັ້ມທີ 302, ປີທີ 40) (ກົດອ່ານ ຫຼື ດາວໂຫຼດ)
ຜົນສໍາເລັດກອງປະຊຸມໃຫຍ່່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ໄດ້ດຳ ເນີນມາແຕ່ວັນທີ 05 ຮອດວັນທີ 08 ມັງກອນ 2026 ທີ່ນະຄອນຫຼວງວຽງຈັນ ເປັນເວລາ 03 ວັນເຕັມ ໂດຍມີຜູ້ແທນທັງໝົດ 835 ສະຫາຍ, ຍິງ123 ສະຫາຍ ເຊິ່ງເປັນຕົວແທນໃຫ້ແກ່ສະ ມາຊິກພັກ ທັງໝົດ 421,865 ສະຫາຍ ຈາກທົ່ວປະເທດເຂົ້າຮ່ວມ. ພ້ອມນັ້ນ ຍັງມີແຂກຖືກເຊີນ ຈໍານວນ 391 ສະຫາຍ, ລວມຜູ້ເຂົ້າຮ່ວມກອງປະຊຸມໃຫຍ່ ທັງໝົດ 1,226 ສະຫາຍ. ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແມ່ນເຫດການທາງດ້ານການເມືອງ-ສັງຄົມ ອັນສຳຄັນຍິ່ງ ຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໄດ້ດຳເນີນ ຢ່າງຖືກຕ້ອງຕາມກົດລະບຽບຂອງພັກ ພາຍໃຕ້ບັນຍາກາດສ້າງສັນ ເອົາການເອົາງານ ມີຄວາມຮັບຜິດຊອບສູງ ແລະ […]
(ເນື່ອງໃນໂອກາດວັນຄ້າຍວັນເກີດຂອງເພິ່ນຄົບຮອບ 105 ປີ 13/12/1920-13/12/2025) ————————– ປະທານ ໄກສອນ ພົມວິຫານ ເຄີຍເວົ້າໃນນິພົນເລືອກເຟັ້ນເຫຼັ້ມທີ 4 ຂອງເພິ່ນ, ສຳນັກພິມຈຳໜ່າຍໂຮງພິມແຫ່ງລັດ, ປີ 2005, ໜ້າ 509 ວ່າ: “ວຽກງານການເມືອງ-ແນວຄິດຂອງພັກ ແມ່ນວຽກທີ່ນຳເອົາທັດສະນະ, ແນວທາງ, ແຜນນະໂຍບາຍຂອງພັກລົງສູ່ມະຫາຊົນ, ເຮັດໃຫ້ກາຍເປັນການກະທຳຂອງມະຫາຊົນ”. ພັກປະຊາຊົນປະຕິວັດລາວ ນັບແຕ່ມື້ກຳເນີດໄດ້ຖືເອົາລັດທິມາກ-ເລນິນເປັນພື້ນຖານແນວຄິດ, ເປັນທິດສະດີ, ພັກເຮົາຍຶດໝັ້ນທັດສະນະທີ່ວ່າ: ບໍ່ມີທິັ້ດສະດີປະຕິວັດ ກໍບໍ່ມີຂະບວນການປະຕິວັດ; ມີແຕ່ພັກໃດທີ່ປະກອບອາວຸດ ໂດຍມີທິດສະດີປະຕິວັດເທົ່ານັ້ນ ຈຶ່ງສາມາດເຮັດສຳເລັດພາລະກຳປະຫວັດສາດຂອງຕົນ. ດັ່ງນັ້ນ ປະທານ ໄກສອນ ພົມວິຫານ ໄດ້ຖືເອົາວຽກງານການເມືອງ-ແນວຄິດເປັນພາຫະນະອັນແຫຼມຄົມ, ເປັນສ່ວນປະກອບໜຶ່ງທີ່ສຳຄັນຂອງວຽກງານກໍ່ສ້າງພັກ, ພະນັກງານ; ເປັນວຽກງານກົກ, ເປັນວຽກທີ່ຕ້ອງໄດ້ເຮັດເປັນປະຈຳ ແລະ ສອດຫ້ອຍໄປທຸກຂົງເຂດວຽກງານ. ປະທານ ໄກສອນ ພົມວິຫານ ຍັງໄດ້ຊີ້ແຈງໃນນິພົນເລືອກເພັ້ນເຫຼັ້ມທີ 4, ໜ້າ 397 ຂອງເພິ່ນ ອີກວ່າ: “ແຕ່ໃດໆມາ, ພວກເຮົາໄດ້ຖືວ່າວຽກງານການເມືອງ-ແນວຄິດ ແລະ ທິດສະດີ […]
ປະທານ ໄກສອນ ພົມວິຫານ ແມ່ນນັກຮັກຊາດຜູ້ຍິ່ງໃຫຍ່ແມ່ນໜຶ່ງໃນຜູ້ນຳທີ່ດີເດັ່ນ ຂອງພັກ -ລັດ ແລະ ແມ່ນລູກຜູ້ປະເສີດ ຂອງປະຊາຊົນລາວບັນດາເຜົ່າແມ່ນນັກປະຕິວັດຜູ້ດີເລີດ, ເພິ່ນເປັນຜູ້ນຳສະຫຼາດຫຼັກແຫຼມ, ມີໄຫວພິບອັນແຫຼມຄົມ ແລະ ພຽບພ້ອມໄປດ້ວຍຄຸນສົມບັດສິນທໍາປະຕິວັດອັນຜ່ອງໃສ ມີນໍາ້ໃຈຮັກຊາດອັນດູດດື່ມ ແລະ ນໍ້າໃຈເສຍສະຫຼະເພື່ອຊາດ
ໃນພາລະກິດປ່ຽນແປງໃໝ່, ພັກເຮົາຍາມໃດກໍຖືເອົາວຽກງານການເມືອງແນວຄິດ-ທິດສະດີ ເປັນກົກ, ເປັນວຽກທີ່ຕ້ອງ ເຮັດດຳເນີນຢ່າງເປັນປົກກະຕິ, ວຽກງານການເມືອງແນວຄິດ ແມ່ນວຽກທີ່ສຳຄັນ, ມັນເປັນເສັ້ນໄໝແດງທີ່ສອດຫ້ອຍໄປໃນທຸກວຽກງານ ຂອງຄະນະພັກທຸກຂັ້ນ. ໂດຍເຫັນໄດ້ຄວາມສຳຄັນດັ່ງກ່າວ, ໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13/12/ 1920-13/12/2025)