ເພສວາລະສານອະລຸນໃໝ່

ພິທີເປີດວາລະສານອະລຸນໃໝ່ເອເລັກໂຕຣນິກ ຢ່າງເປັນທາງ ການ.

ໃນວັນທີ 9 ຕຸລານີ້ ທີ່ຫ້ອງວ່າການສູນກາງພັກ ໄດ້ມີພິທີເປີດວາລະສານອະລຸນໃໝ່ເປັນວາລະສານເອເລັກໂຕຣນິກ ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ສະຫາຍ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ, ສະຫາຍ ລາວປາວຊົງ ນະວົງໄຊ ກຳມະການສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍນາງ ວິລະວອນ ພັນທະວົງ ຮອງຫົວໜ້າໂຄສະນາອົບຮົມສູນກາງພັກ ຜູ້ຊີ້ນໍາວາລະສານອະລຸນໃໝ່, ມີພາກສ່ວນທີ່ກ່ຽວເຂົ້າຮ່ວມ ແລະ ບັນດາສື່ສິ່ງພິມອອນລາຍເຂົ້າຮ່ວມຢ່າງພ້ອມພຽງ.

ວາລະສານອະລຸນໃໝ່ຄະນະໂຄສະນາອົບຮົມສູນກາງພັກ ໄດ້ພົບ ປະແລກປ່ຽນບົດຮຽນການຫັນເປັນທັນສະໄໝ ກັບ ສຳນັກຂ່າວ ສານປະເທດລາວ.

ວາລະສານອະລຸນໃໝ່ຄະນະໂຄສະນາອົບຮົມສູນກາງພັກ ໄດ້ພົບປະແລກປ່ຽນບົດຮຽນການຫັນເປັນທັນສະໄໝ ກັບ ສຳນັກຂ່າວສານປະເທດລາວ. ໃນຕອນເຊົ້າວັນທີ 20 ມິຖຸນາ 2023 ວາລະສານ ອະລຸນໃໝ່ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ພົບປະແລກປ່ຽນບົດຮຽນການຫັນເປັນທັນສະໄໝ ກັບ ຂ່າວສານປະເທດລາວ ເຊິ່ງນໍາໂດຍ ທ່ານ ປອ ວັນລາຕີ ຄຳວານວົງສາ ວ່າການຫົວໜ້າວາລະສານອະລຸນໃໝ່ພ້ອມດ້ວຍຄະນະ ແລະ ວິຊາການຈາກກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໂດຍການຕ້ອນຮັບຂອງ ທ່ານ ວິໄລ ມະນີລັດ ຮອງຜູ້ອຳນວຍການໃຫຍ່ສຳນັກຂ່າວສານປະເທດລາວ ພ້ອມດ້ວຍຄະນະ. ໃນພີທີທັງສອງຝ່າຍໄດ້ລາຍງານສະພາບການຈັດຕັ້ງ-ເຄື່ອນໄຫວວຽກງານ ໃນໄລຍະຜ່ານມາໂດຍສັງເຂບໃຫ້ກັນຮັບຊາບ ໂດຍສະເພາະແມ່ນວຽກງານຂ່າວ ສານ, ວຽກງານການຫັນເປັນສື່ເອເລັກໂຕຼນິກ, ວຽກງານການພັດທະນາຍົກລະດັບຂອງວຽກງານສື່ມວນຊົນ ແລະ ອື່ນໆທີ່ທັງສອງຝ່າຍໃຫ້ຄວາມສົນໃຈ. ໃນໂອກາດດັ່ງກ່າວ ທ່ານ ປອ ວັນລາຕີ ຄຳວານວົງສາ ວ່າການຫົວໜ້າວາລະສານອະລຸນໃໝ່ ໄດ້ກ່າວສະແດງຄວາມຂອບໃຈຕໍ່ ຄະນະນຳຂອງສຳນັກຂ່າວສານປະເທດລາວທີ່ໄດ້ເສຍສະຫຼະເວລາຕ້ອນຮັບ, ໃຫ້ຄວາມຮູ້, ບົດຮຽນ ແລະ ປະສົບການຕ່າງໆ ໃນການເຄື່ອນໄຫວວຽກງານ ຢ່າງລະອຽດເລິກເຊິ່ງຈະແຈ້ງ. ການພົບປະແລກປ່ຽນບົດຮຽນໃນຄັ້ງນີ້ ແມ່ນເປັນບົດຮຽນທີ່ມີຄວາມສໍາຄັນ ແລະ […]

ຄະນະບັນນາທິການ ວາລະສານອະລຸນໃໝ່ ລົງເຄື່ອນໄຫວເກັບກຳຂໍ້ມູນວິຊາສະເພາະຢູ່ ແຂວງ ຫຼວງນ້ຳທາ.

ຄະນະບັນນາທິການ ວາລະສານອະລຸນໃໝ່ ລົງເຄື່ອນໄຫວເກັບກຳຂໍ້ມູນວິຊາສະເພາະຢູ່ ແຂວງ ຫຼວງນ້ຳທາ. ໂດຍປະຕິບັດຕາມແຜນການເຄື່ອນໄຫວວຽກງານ ປະຈຳປີ 2023 ຂອງວາລະສານອະລຸນໃໝ່ ໃນຕອນເຊົ້າຂອງ ວັນທີ 13 ມີນາ 2023 ວາລະສານອະລຸນໃໝ່ ເຊິ່ງເປັນວາລະສານທິດສະດີ ແລະ ພຶດຕິກຳຂອງພັກປະຊາຊົນປະຕິວັດລາວ ໄດ້ລົງເຄື່ອນໄຫວເກັບກຳຂໍ້ມູນ ວຽກງານວິຊາສະເພາະ ຢູ່ແຂວງຫຼວງນ້ຳທາ ເຊິ່ງນຳພາໂດຍ ທ່ານ ບຸນທ່ຽງ ພັນນະຈັນ ຮອງຫົວໜ້າບັນນາທິການວາລະສານອະລຸນໃໝ່ ພ້ອມດ້ວຍຄະນະ ເຊິ່ງໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ແລະ ໃຫ້ຄວາມຮ່ວມມືເປັນຢ່າງດີ ຈາກຄະນະໂຄສະນາອົບຮົມແຂວງ ກໍຄືພາກສ່ວນທີ່ກ່ຽວຂ້ອງຕ່າງໆ ເຮັດໃຫ້ການເຄື່ອນໄຫວວຽກງານສຳເລັດໄປຕາມຄາດໝາຍ ໃນໂອກາດດັ່ງກ່າວ, ທ່ານ ບຸນມາ ພັນດາວົງ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ກໍໄດ້ລາຍງານສະພາບການພົ້ນເດັ່ນຂອງແຂວງໂດຍສັງເຂບ ເປັນຕົ້ນແມ່ນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃນໄລຍະປີຜ່ານມາ (2022) ແລະ ທິດທາງແຜນການ 5 ປີ ຕໍ່ໜ້າ; ວຽກງານກໍ່ສ້າງພັກ-ພະນັກງານ ຕິດພັນການຍົກສູງຄວາມສາມາດນຳພາຂອງຄະນະພັກຮາກຖານ; ການພັດທະນາການທ່ອງທ່ຽວ ຕິດພັນກັບການເສີມຂະຫຍາຍທ່າແຮງຂອງແຂວງ ແລະ ການສົ່ງເສີມການຜະລິດເປັນສິນຄ້າເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນ. ຄ່ຽງຄູ່ກັນນັ້ນ […]

ກອງປະຊຸມປຶກສາຫາລືກ່ຽວກັບການຊ່ວຍສ້າງວາລະສານ ອະລຸນໃໝ່ເປັນວາລະສານເອເລັກໂຕຼນິກຈາກວາລະສານກົງສ້ານ ສສ ຫວຽດນາມ

ກອງປະຊຸມປຶກສາຫາລືກ່ຽວກັບການຊ່ວຍສ້າງວາລະສານ ອະລຸນໃໝ່ເປັນວາລະສານເອເລັກໂຕຼນິກຈາກວາລະສານກົງສ້ານ ສສ ຫວຽດນາມ ໃນວັນທີ 22 ກຸມພາ 2023 ໄດ້ຈັດກອງປະຊຸມປຶກສາຫາລື 3 ຝ່າຍໂດຍມີ: ຕາງໜ້າຝ່າຍ ຄອສພ, ບໍລິສັດຫວຽດເທວ ແລະ ວາລະສານກົງສ້ານ

ວາ​ລະ​ສານ ອະ​ລຸນ​ໃໝ່ ລົງ​​ເຄື່ອນ​ໄຫວ​ວຽກ​ງານ ແລະ ແລກ​ປ່ຽນ​ບົດ​ຮຽນ ຢູ່​ນະ​ຄອນຫຼວງວຽງ​ຈັນ

ວາ​ລະ​ສານ ອະ​ລຸນ​ໃໝ່ ລົງ​​ເຄື່ອນ​ໄຫວ​ວຽກ​ງານ ແລະ ແລກ​ປ່ຽນ​ບົດ​ຮຽນ ຢູ່​ນະ​ຄອນຫຼວງວຽງ​ຈັນ ໂດຍ​ປະ​ຕິ​ບັດ​ຕາມ​ແຜນການ​ເຄື່ອນ​ໄຫວ​ວຽກ​ງານ ປະ​ຈຳ​ປີ 2022 ຂອງວາ​ລະ​ສານ​ອະ​ລຸນ​ໃໝ່. ໃນ​ຕອນ​ເຊົ້າ​ຂອງວັນ​ທີ 10 ພະ​ຈິກ 2022

1 2