ເພສກົມໂຄສະນາ

40 ປີ ແຫ່ງການເຕີບໃຫຍ່ ຂະຫຍາຍຕົວ ວາລະສານ “ໂຄສະນາ”

ໃນຕອນບ່າຍ ຂອງວັນທີ 28 ຕຸລາ 2026 ທີ່ຫ້ອງປະຊຸມໃຫຍ່ (ຫຼັກ 6) ຂອງຄະນະໂຄສະນາອົບຮົມສູນກາງພັກ, ກົມໂຄສະນາ ໄດ້ຈັດກອງປະຊຸມຖອດຖອນບົດຮຽນ ໃນພິທີສະເຫຼີມສະຫຼອງ ວັນສ້າງຕັ້ງວາລະສານ “ໂຄສະນາ” ຄົບຮອບ 40 ປີ (ວັນທີ 28 ຕຸລາ 1986-28 ຕຸລາ 2026) ຂຶ້ນ ພາຍໃຕ້ການເຂົ້າຮ່ວມ ແລະ ເປັນປະທານ ຂອງທ່ານ ປອ ຄໍາພັນ ເຜີຍຍະວົງ, ກໍາມະການກົມການເມືອງສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາຄະນະພັກ-ຄະນະນໍາ ຂອງ ຄອສພ, ບັນດາພະນັກງານອາວຸໂສບໍານານ ອະດີດຫົວໜ້າຄະນະບັນນາທິການ ວາລະສານ “ໂຄສະນາ”, ແຂກຖືກເຊີນ ແລະ ພະນັກງານ ຂອງກົມໂຄສະນາ ເຂົ້າຮ່ວມ.   ໃນພິທີ, ທ່ານ ບົວໄລ ພານຸວົງ, ຄະນະພັກ ຄອສພ, ຫົວໜ້າກົມໂຄສະນາ ທັງເປັນຫົວໜ້າຄະນະບັນນາທິການ ວາລະສານ […]

ແຂວງຫຼວງນໍ້າທາ ເປີດຊຸດຝຶກອົບຮົມ ວຽກງານໂຄສະນາປາຖະກະຖາປະຈໍາປີ 2026

ເພື່ອເຮັດໃຫ້ພະນັກງານຫຼັກແຫຼ່ງ ພາຍໃນແຂວງຫຼວງນໍ້າທາ ໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ກັບວຽກງານໂຄ ສະນາປາຖະກະຖາ ແນ່ໃສ່ຍົກສູງຄວາມຮູ້ຄວາມສາມາດ ໃນການເຮັດວຽກງານໂຄສະນາປາຖະກະຖາ ໃຫ້ມີບາດກ້າວຫັນປ່ຽນໄປສູ່ຄຸນນະພາບໃໝ່ ໃນການເປັນເສນາທິການ ໃຫ້ແກ່ຄະນະພັກຂັ້ນຂອງຕົນ ໃຫ້ນັບມື້ນັບສູງຂຶ້ນເລື້ອຍໆ.

ກົມໂຄສະນາ ຈັດຝຶກອົບຮົມ ຄວາມຮູ້ຟື້ນຖານກ່ຽວກັບການຜະລິດສາລະຄະດີ

ໃນຕອນເຊົ້າ ຂອງວັນທີ 28 ກໍລະກົດ 2026, ກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ເປີດຊຸດຝຶກອົບຮົມ ຄວາມຮູ້ຟື້ນຖານກ່ຽວກັບການຜະລິດ ສາລະຄະດີ (ການຂຽນບົດ, ການຖ່າຍທໍາ ແລະ ຕັດຕໍ່) ຢູ່ທີ່ຫ້ອງປະຊຸມ ຄອສພ ໃຫ້ກຽດເຂົ້າຮ່ວມພິທີເປີດ ໂດຍ ທ່ານ ບົວໄລ ພານຸວົງ ຄະນະພັກ, ຫົວໜ້າກົມໂຄສະນາ, ມີທ່ານຫົວໜ້າກົມກວດກາ, ຜູ້ຕາງໜ້າຈາກກົມຈັດຕັ້ງ, ຫ້ອງການ, ກົມສື່ມວນຊົນ, ຄູ-ອາຈານຈາກ ໂທລະພາບແຫ່ງຊາດລາວ, ຂ່າວສານປະເທດລາວ, ມີນັກສໍາມະນາກອນຈາກກົມໂຄສະນາ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມທັງໝົດ ຈໍານວນ 37 ທ່ານ, ຍິງ 14 ທ່ານ. ໂດຍປະຕິບັດຕາມແຜນພັດທະນາວຽກງານ ຂອງກົມໂຄສະນາ ທີ່ໄດ້ຮັບຮອງເອົາໃນກອງປະຊຸມໃຫຍ່ຄັ້ງທີ IX ຂອງໜ່ວຍພັກ ກໍຄື ປະຕິບັດຕາມແຜນດໍາເນີນງານ ຂອງກົມໂຄສະນາ ປະຈໍາປີ 2026 ເວົ້າລວມ, ເວົ້າສະເພາະ ແມ່ນປະຕິບັດຕາມຂໍ້ຕົກລົງ ຂອງຄະນະໂຄສະນາອົບຮົມສູນກາງພັກສະບັບເລກທີ 207/ຄອສພ, ລົງວັນທີ […]

ຫົວໜ້າກົມໂຄສະນາ ຄອສພ ເຂົ້າຮ່ວມປາຖະກະຖາມູນເຊື້ອ 2 ວັນສໍາຄັນ ແລະ ມອບເຄື່ອງຊ່ວຍເຫຼືອ ຢູ່ສູນເສຍອົງຄະພິເສດ 790

ໃນວັນທີ 30 ມີນາ 2026, ຢູ່ທີ່ສູນເສຍອົງຄະພິເສດ 790 ສະຫາຍ ບົວໄລ ພານຸວົງ ຫົວໜ້າກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ)

ກອງໂຄສະນາເຄື່ອນທີ່ ຄອສພ ລົງເຄື່ອນໄຫວວຽກ ຢູ່ແຂວງຈໍາປາສັກ

ກອງໂຄສະນາເຄື່ອນທີ່ ກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ລົງເຄື່ອນໄຫວເກັບກໍາຂໍ້ມູນ ໂດຍສະເພາະ ຄອບຄົວຕົວແບບທີ່ພົ້ນເດັ່ນໃນການປູກຝັງ-ການລ້ຽງສັດ ມາສ້າງເປັນສາລະຄະດີ ເພື່ອຮັບໃຊ້ເຂົ້າໃນການເຄື່ອນໄຫວວຽກງານ ແລະ ນໍາເອົາແນວທາງນະໂຍບາຍ ຂອງພັກ ກໍຄືກົດໝາຍຂອງລັດ,

1 2 3 … 12