ກົມອົບຮົມ

ວຽກງານອົບຮົມຂອງພັກເປັນ

ວຽກປົກປ້ອງອຸດົມການ ແລະ ລະບອບການເມືອງ-ການປົກຄອງຂອງພວກເຮົາ; ສ້າງຄວາມເປັນເອກະພາບທາງດ້ານແນວຄິດ ແລະ ການກະທຳຂອງທົ່ວພັກ ກໍຄືທົ່ວປວງຊົນລາວທັງຊາດ; ສ້າງຄວາມສາມັກຄີປອງດອງຂອງຄົນພາຍໃນຊາດ;ປຸກລະດົມປະຊາຊົນທຸກຊັ້ນຄົນປະຕິບັດ ແນວທາງແຜນນະໂຍບາຍຂອງພັກໃຫ້ເປັນຈິງ.

ເອກະສານອົບຮົມຂອງພັກແມ່ນ

ອາວຸດຕໍ່ສູ້ອັນແຫຼມຄົມຂອງພັກ.ສະນັ້ນ,ລັກສະນະຕໍ່ສູ້ ຫຼື ຕຳນິວິຈານ ຕ້ອງສະແດງອອກຢ່າງຈະແຈ້ງ, ເດັ່ນຊັດ ໂດຍແນໃສ່ໄຈ້ແຍກອັນຜິດ,ອັນບໍ່່ສອດຄ່ອງ,ຕຳນິວິຈານສີ່ງທີ່ບໍ່ດີ ເພື່ອຕໍ່ສູ້ຕ້ານຄືນຢ່າງທັນການ ແລະ ຍົກມຫ້ເຫັນອັນທີ່ຖືກຕ້ອງເປັນທຳ, ອັນດີງາມ ເພື່ອປົກປັກຮັກສາ ແລະ ເສີມຂະຫຍາຍ , ສ້າງຄວາມເຊື່ອໝັ້ນໃຫ້ແກ່ຜູ້ສຶກສາອົບຮົມ.

ການຂຽນເອກະສານອົບຮົມ

ຕ້ອງກຳແໜ້ນຈຸດປະສົງ-ລະດັບຄາດໝາຍ ຂອງເອກະສານອົບຮົມແຕ່ລະບົດວ່າຢາກໃຫ້ຮູ້ບັນຫາຫຍັງ, ເລິກຕື້ນຊ່ຳໃດ ແລະ ຮູ້ແລ້ວເພື່ອຫຍັງ? ຖ້າບໍ່ເຮັດຄືແນວນັ້ນ, ການຂຽນເອກະສານຈະລາມປາມ, ນ້ຳຖ້ວມທົ່ງ, ອັນໃດກໍຂຽນເຂົ້າ, ບໍ່ມີຈຸດສຸມ, ເຮັດໃຫ້ເອກະສານບໍ່ມີຄຸນນະພາບສູງ.

ເອກະສານອົບຮົມ

ເອກະສານປາຖະກະຖາ ລະນຶກວັນເກີດຂອງປະທານ ຄຳໄຕ ສິີພັນດອນ ຄົບຮອບ 100 ປີ