3 ອົງການຈັດຕັ້ງມະຫາຊົນ

ພິທີປາຖະກະຖາ ແລະ ສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 114 ປີ (08 ມີນາ 1910-08 ມີນາ 2024)ຂອງສະຫະພັນແມ່ຍິງ 06 ອົງການພັກ.

ໃນຕອນເຊົ້າຂອງວັນທີ 12 ມີນາ 2024 ສະຫະພັນແມ່ຍິງ 6 ອົງການຂອງພັກ ອ້ອມຂ້າງຫລັກ 6 ໄດ້ຈັດພິທີປາຖະກະຖາເນື່ອງໃນໂອກາດວັນແມ່ຍິງສາກົນ ຄົບຮອບ 114ປີ ຂຶ້ນທີ່ ສະໂມສອນໃຫຍ່ ຂອງຫ້ອງວ່າການສູນກາງພັກ ໃຫ້ກຽດເປັນປະທານ ແລະ ປາຖະກະຖາໂດຍທ່ານ ນາງ   ສີລິກິດ ບຸບຜາ ກໍາມະການຄະນະບໍລິຫານງານພັກ, ຮອງປະທານສູນກາງສະຫະພັນແມ່ຍິງລາວ; ເຂົ້າຮ່ວມມີ: ປະທານສະຫະພັນແມ່ຍິງ, ຮອງປະທານສະຫະພັນແມ່ຍິງ , ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ ແລະ ສະມາຊິກສະຫະພັນແມ່ຍິງຂອງ 6 ອົງການຂອງພັກ ອ້ອມຂ້າງຫຼັກ6 ເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.

ກອງປະຊຸມປະເມີນ 4 ບຸກ ຂອງຄະນະຊາວໜຸ່ມ ຄະນະໂຄສະນາອົບຮົມສູນກາງພັກ ປະຈໍາປີ 2023.

ກອງປະຊຸມປະເມີນ 4 ບຸກ ຂອງຄະນະຊາວໜຸ່ມ ຄະນະໂຄສະນາອົບຮົມສູນກາງພັກ ປະຈໍາປີ 2023.    ໃນຕອນບ່າຍຂອງວັນທີ 21 ກຸມພາ 2023, ຄະນະຊາວໜຸ່ມ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດກອງປະຊຸມປະເມີນ 4 ບຸກປະຈໍາປີ 2023

ສະຫະພັນກໍາມະບານ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 68 ປີ.

ໃນຕອນເຊົ້າຂອງວັນທີ 2 ກຸມພາ 2024, ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມສູນກາງພັກ ສະຫະພັນກໍາມະບານ ຄະນະໂຄສະນາອົບຮົມສູນກາງພັກໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 68ປີ (01/02/1956- 01/02/2024) ໃຫ້ກຽດປາຖະກະຖາໂດຍ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ ເຂົ້າຮ່ວມມີ: ທ່ານ ວັນຕຸລາ ຣັກນຸດ ຄະນະພັກ, ປະທານສະຫະພັນກໍາມະບານ ຄອສພ, ຄະນະກໍາມະບານຮາກຖານ ພ້ອມດ້ວຍສະມາຊິກກໍາມະບານທົ່ວຄອສພ ເຂົ້າຮ່ວມຢ່າງພ້ອມພຽງ.

ກຳມະບານຄະນະໂຄສະນາອົບຮົມສູນກາງພັກເຂົ້າຮ່ວມບໍລິຈາກເລືອດຊ່ວຍເຫຼືອສັງຄົມ

ກຳມະບານຄະນະໂຄສະນາອົບຮົມສູນກາງພັກເຂົ້າຮ່ວມບໍລິຈາກເລືອດຊ່ວຍເຫຼືອສັງຄົມ ໃນຕອນເຊົ້າວັນທີ 30 ມັງກອນ 2024 ເນື່ອງໃນໂອກາດ ວັນສ້າງຕັ້ງກຳມະບານລາວ ຄົບຮອບ 68 ປີ ພະນັກງານກຳມະບານຄະນະໂຄສະນາອົບຮົມສູນກາງພັກເຂົ້າຮ່ວມບໍລິຈາກເລືອດຊ່ວຍເຫຼືອສັງຄົມ ເຊິ່ງນຳພາໂດຍທ່ານ ນາງ ໄພວັນ ວັນນະໄຊ, ຮອງປະທານສະຫະພັນກຳມະບານ ຄອສພ.

ສະຫະພັນກຳມະບານ ຄະນະໂຄສະນາອົບຮົມສູນກາງພັກ ປະກອບສ່ວນວັດຖຸປັດໃຈໃຫ້ຫ້ອງການກຳມະບານກອງທັບເນື່ອງໃນໂອກາດວັນສ້າງຕັ້ງກອງທັບຄົບຮອບ 75 ປີ

ສະຫະພັນກຳມະບານ ຄະນະໂຄສະນາອົບຮົມສູນກາງພັກ ປະກອບສ່ວນວັດຖຸປັດໃຈໃຫ້ຫ້ອງການກຳມະບານກອງທັບເນື່ອງໃນໂອກາດວັນສ້າງຕັ້ງກອງທັບຄົບຮອບ 75 ປີ     ໃນຕອນບ່າຍວັນທີ 04 ມັງກອນ 2024 ທີ່ຫ້ອງປະຊຸມກຳມະບານກະຊວງປ້ອງກັນປະເທດ ສະຫາຍ ປອ ວັນລາຕີ ຄຳວານວົງສາ ຮອງປະທານສະຫະພັນກຳມະບານຄະນະໂຄສະນາອົບຮົມສູນກາງພັກ

1 2 3 10