ເພສກົມສັງລວມ

ຮອງຫົວໜ້າ ຄອສພ ເຄື່ອນໄຫວວຽກງານ ຢູ່ແຂວງບໍ່ແກ້ວ

ຮອງຫົວໜ້າ ຄອສພ ເຄື່ອນໄຫວວຽກງານ ຢູ່ແຂວງບໍ່ແກ້ວ     ໃນລະຫວ່າງວັນທີ 28-29 ພະຈິກ 2022 ສະຫາຍ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະ ໄດ້ໄປເຄື່ອນໄຫວ ແລະ ຊີ້ນໍາວຽກງານເກັບກໍາຫາງສຽງສັງຄົມ ຢູ່ແຂວງບໍ່ແກ້ວ ໂດຍໄດ້ຮັບການຕ້ອນຮັບອັນອົບອຸ່ນຈາກການນໍາ ຂອງແຂວງ, ຂອງເມືອງ ກໍຄື ຄະນະໂຄສະນາອົບຮົມແຂວງ.     ການເຄື່ອນໄຫວເຮັດວຽກ ຢູ່ແຂວງບໍ່ແກ້ວ ໃນຄັ້ງນີ້ແມ່ນ ໄດ້ເຂົ້າພົບ ສະຫາຍ ບົວຄົງ ນາມມະວົງ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງບໍ່ແກ້ວ ເພື່ອຮັບຟັງການລາຍງານສະພາບການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ການພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ໂດຍສະເພາະ ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ສະພາບແນວຄິດ ກໍຄືຫາງສຽງສັງຄົມໂດຍລວມ ຂອງພະນັກງານ, ສະມາຊິກພັກ ແລະ ປະຊາຊົນທົ່ວແຂວງ […]

ກົມສັງລວມ ຄະນະໂຄສະນາອົບຮົມສູນກາງພັກ ສົມທົບກັບ ຄະນະໂຄສະນາອົບຮົມແຂວງ ສາລະວັນ ຈັດ​ຕັ້ງ​ຝຶກ​ອົບຮົມ​ວຽກ​ງານ​ສັງ​ລວມ-ຫາງ​ສຽງ​ສັງ​ຄົມ ຄັ້ງ​ທີ III ຂຶ້ນທີ່​​ ແຂວງ​ສາລະວັນ.

ກົມສັງລວມ ຄະນະໂຄສະນາອົບຮົມສູນກາງພັກ ສົມທົບກັບ ຄະນະໂຄສະນາອົບຮົມແຂວງ ສາລະວັນ ຈັດ​ຕັ້ງ​ຝຶກ​ອົບຮົມ​ວຽກ​ງານ​ສັງ​ລວມ–ຫາງ​ສຽງ​ສັງ​ຄົມ ຄັ້ງ​ທີ III ຂຶ້ນທີ່​​ ແຂວງ​ສາລະວັນ.​ ໃນ​ລະຫວ່າງ ວັນ​ທີ 12-13 ກໍລະກົດ 2022 ກົມ​ສັງລວມ ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ ​ໄດ້​ສົມທົບ​ກັບ ຄະນະ​ໂຄສະນາ​ອົບຮົມ​ແຂວງສາລະວັນ

ກົມສັງລວມ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ສົມທົບກັບ ຄະນະໂຄສະນາອົບຮົມແຂວງວຽງຈັນ ຈັດ​ຕັ້ງ​ຝຶກ​ອົບຮົມ​ວຽກ​ງານ​ສັງ​ລວມ-ຫາງ​ສຽງ​ສັງ​ຄົມ ຄັ້ງ​ທີ I ທີ່​​ ເມືອງວັງວຽງ ແຂວງ​ວຽງຈັນ.

ກົມສັງລວມ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ສົມທົບກັບ ຄະນະໂຄສະນາອົບຮົມແຂວງວຽງຈັນ ຈັດ​ຕັ້ງ​ຝຶກ​ອົບຮົມ​ວຽກ​ງານ​ສັງ​ລວມ–ຫາງ​ສຽງ​ສັງ​ຄົມ ຄັ້ງ​ທີ I ທີ່​​ ເມືອງວັງວຽງ ແຂວງ​ວຽງຈັນ.​     ໃນ​ລະຫວ່າງ ວັນ​ທີ 18-19 ພຶດສະພາ 2022 ກົມ​ສັງລວມ ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ ​ໄດ້​ສົມທົບ​ກັບ ຄະນະ​ໂຄສະນາ​ອົບຮົມ​ແຂວງວຽງຈັນ

ກົມສັງລວມ ຄະນະໂຄສະນາອົບຮົມສູນກາງພັກ ລົງເຄື່ອນໄຫວວຽກງານທີ່ ແຂວງຄໍາມ່ວນ.

     ໃນລະຫວ່າງວັນທີ 14-16 ມີນາ 2022 ກົມສັງລວມ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ສົບທົບກັບຄະນະໂຄສະນາອົບຮົມ ແຂວງຄໍາມ່ວນ ຈັດຕັ້ງການຝຶກອົບຮົມວຽກ ງານສັງລວມ-ຫາງສຽງສັງຄົມ ຢູ່ແຂວງ ປະຈໍາປີ 2022 ທີ່ຫ້ອງປະຊຸມຫ້ອງວ່າການແຂວງຄໍາມ່ວນ ໃຫ້ກຽດເປັນປະທານ ແລະ ກ່າວເປີດພິທີໂດຍ ທ່ານ ສົມພົງ ວັນໄພທອງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ແລະ ທ່ານ ນາງ ແສງຕານ ແກ້ວອິນດາປີງ, ຫົວໜ້າກົມສັງລວມ ຄະນະໂຄສະນາອົບຮົມສູນກາງພັກ ເຊິ່ງມີນັກສໍາມະນາ ກອນທີ່ມາຈາກ ບັນດາຫ້ອງການອ້ອມຂ້າງແຂວງ ໂດຍແມ່ນບັນດາຄະນະພັກ-ຫົວໜ້າຫ້ອງການ, ເລຂາພັກ ເຂົ້າຮ່ວມທັງໝົດ 47 ສະຫາຍ, ຍິງ 12 ສະຫາຍ.      ການຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອເຮັດໃຫ້ພະນັກງານການນຳຫຼັກແຫຼ່ງທົ່ວແຂວງ ຜູ້ທີ່ເຮັດວຽກງານຄົ້ນຄວ້າສັງລວມ-ເກັບກໍາຫາງສຽງສັງຄົມ ມີຄວາມຮັບຮູ້ເຂົ້າໃຈ ແລະ ກໍາໄດ້ຄວາມໝາຍຄວາມສໍາຄັນ, ພາລະບົດບາດ, ໜ້າທີ່ຂອງພະນັກງານ ທີ່ເຮັດວຽກງານຄົ້ນຄວ້າສັງລວມ-ຫາງສຽງສັງຄົມ ເລິກເຊິ່ງກວ່າເກົ່າ.    […]

ພະນັກງານໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມຝຶກອົບຮົມທາງໄກໃນ ຫົວຂໍ້ “ການຕອບໂຕ້ຕໍ່ການໃສ່ຮ້າຍໂດຍທີ່ບໍ່ມີມູນຄວາມຈິງ”

ພະນັກງານໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມຝຶກອົບຮົມທາງໄກໃນ ຫົວຂໍ້ “ການຕອບໂຕ້ຕໍ່ການໃສ່ຮ້າຍໂດຍທີ່ບໍ່ມີມູນຄວາມຈິງ” ໃນວັນທີ 16-17 ມີນາ 2022 ພະນັກງານໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມຝຶກອົບຮົມທາງໄກ ໃນຫົວຂໍ້ “ການຕອບໂຕ້ຕໍ່ການໃສ່ຮ້າຍໂດຍທີ່ບໍ່ມີມູນຄວາມຈິງ”

1 2