ກົມສັງລວມ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ສົມທົບກັບ ຄະນະໂຄສະນາອົບຮົມແຂວງວຽງຈັນ ຈັດ​ຕັ້ງ​ຝຶກ​ອົບຮົມ​ວຽກ​ງານ​ສັງ​ລວມ-ຫາງ​ສຽງ​ສັງ​ຄົມ ຄັ້ງ​ທີ I ທີ່​​ ເມືອງວັງວຽງ ແຂວງ​ວຽງຈັນ.

ກົມສັງລວມ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ສົມທົບກັບ ຄະນະໂຄສະນາອົບຮົມແຂວງວຽງຈັນ ຈັດຕັ້ງຝຶກອົບຮົມວຽກງານສັງລວມຫາງສຽງສັງຄົມ ຄັ້ງທີ I ທີ່​​ ເມືອງວັງວຽງ ແຂວງວຽງຈັນ.

    ໃນ​ລະຫວ່າງ ວັນ​ທີ 18-19 ພຶດສະພາ 2022 ກົມ​ສັງລວມ ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ ​ໄດ້​ສົມທົບ​ກັບ ຄະນະ​ໂຄສະນາ​ອົບຮົມ​ແຂວງວຽງຈັນ ຈັດຕັ້ງ​ຊຸດ​ຝຶດອົບຮົມວຽກ​ງານ​ຄົ້ນຄວ້າ​ສັງ​ລວມ-ຫາງ​ສຽງ​ສັງຄົມ ຂຶ້ນ​ທີ່​ຫ້ອງ​ປະຊຸມ​ໃຫຍ່ຫ້ອງວ່າການເມືອງໆວັງວຽງ. ​​ໂດຍ​ການ​ເປັນ​ປະທານກ່າວເປີດ ຂອງ​ທ່ານ ບຸນຈັນ ມາລາວົງ ກໍາມະການພັກແຂວງ, ເລຂາ​ພັກ​ເມືອງ, ເຈົ້າເມືອງວັງວຽງ ​ແລະ ​​ໃຫ້​ກຽດ​ເຂົ້າ​ຮ່ວມ ​ຂອງທ່ານ ນ.ແສງຕາແກ້ວອິນດາປິງ ຫົວໜ້າ​ກົມ​ສັງ​ລວມ ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ, ທ່ານ ນ. ຮັ່ງລີ ແກ້ວວິໄລສັກ ຮອງຫົວໜ້າຄະນະ​ໂຄສະນາ​ອົບຮົມ​ແຂວງວຽງຈັນ ພ້ອມດ້ວຍຄະນະຮັບຜິດຊອບຊຸດຝຶດອົບຮົມ ແລະ ມີ​ນັກ​ສໍາ​ມະ​ນາກ​ອນ ເຂົ້າ​ຮ່ວມ​ທັງ​ໝົດ 41 ສະຫາຍ, ຍິງ 5 ສະຫາຍ.

    ການຈັດຕັ້ງ​ຝຶກ​ອົບຮົມ​ໃນ​ຄັ້ງ​ນີ້ ​ແມ່ນ​ເພື່ອ​ເຮັດໃຫ້​ຜູ້​ເຂົ້າ​ຮ່ວມ​ຝຶກ​ອົບຮົມ ມີ​ຄວາມ​ຮັບ​ຮູ້ ​ແລະ ​ເຂົ້າ​ໃຈ​ ບັນຫາ​ພື້ນຖານ​ກ່ຽວກັບວຽກ​ງານ​ຫາງ​ສຽງ​ສັງຄົມ, ວິທີ​ການ​ເກັບ​ກໍາ ແລະ ການ​ນໍາ​ໃຊ້​ຫາງ​ສຽງ​ສັງຄົມ​ເຂົ້າ​ໃນ​ວຽກ​ງານ​ການ​ເມືອງ-​ແນວ​ຄິດ, ການ​ສ້າງຕາໜ່າງ​ເພື່ອນ​ຮ່ວມ​ງານ ​ແລະ ວຽກ​ງານ​ຄົ້ນຄວ້າ​ສັງ​ລວມ ທັງ​ໝົດ​ນີ້​ກໍ​ເພື່ອ​ຍົກ​ສູງ​ຄວາມຮັບ​ຮູ້-ເຂົ້າໃຈຢ່າງເລິກເຊິ່ງ, ຮັບຮູ້ພາລະບົດບາດ ແລະ ຄວາມສໍາຄັນ ​ຕໍ່​ກັບ​ບັນດາ​ບັນຫາ​ດັ່ງກ່າວ ​ເພື່ອເຮັດໃຫ້​ນັກ​ສໍາ​ມະ​ນາກ​ອນສາມາດ​ນໍາໄປຈັດຕັ້ງປະຕິບັດເຂົ້າໃນວຽກງານວິຊາສະເພາະຂອງຕົນ ແລະ ສາມາດ​​​ເປັນ​ເສນາ​ທິການ​ໃຫ້​ແກ່​ຄະນະ​ພັກ, ຄະນະ​ນໍາ ​ໃນ​ການສະຫຼຸບ​ສັງ​ລວມ​ບັນຫາຕ່າງໆ ​ທາງດ້ານດີທີ່ຄວນສົ່ງເສີມ ແລະ ດ້ານຫຍໍ້ທໍ້ທີ່ຄວນປັບປຸງແກ້ໄຂໃຫ້​ຂັ້ນ​ເທິງ​ຊອກ​ຫາ​ວິທີ​ການ​ແກ້​ໄຂໃຫ້​ຖຶກຕ້ອງ ​ແລະ ທັນ​ການ.

    ຊຸດຝຶກອົບຮົມຄັ້ງນີ້້ໄດ້ຮັບຟັງການໂອ້ລົມ ຂອງ ທ່ານ ບຸນຈັນ ມາລາວົງ ກໍາມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງວັງວຽງ ໂດຍທ່ານໄດ້ຍົກໃຫ້ເຫັນເຖິງຄວາມສໍາຄັນ ຂອງວຽກງານສັງລວມ-ຫາງສຽງສັງຄົມ ເຊິ່ງເປັນວຽກໜຶ່ງທີ່ຈໍາເປັນ ແລະ ມີຄວາມສໍາຄັນໃນການນໍາພາ-ຊີ້ນໍາຂອງພັກ ແລະ ການຄຸ້ມຄອງ-ບໍລິຫານຂອງລັດ ພ້ອມນັ້ນ, ຍັງໄດ້ເນັ້ນໃຫ້ຄະນະພັກຂອງບັນດາຫ້ອງການ, ກົມກອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ຍົກສູງຄວາມຮັບຜິດຊອບໃນການຕິດຕາມບັນດາການເຄື່ອນໄຫວ ແລະ ສະພາບແນວຄິດ-ຫາງສຽງສັງຄົມຂອງພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າ ທີ່ມີຕໍ່ການເຄື່ອນໄຫວວຽກງານດ້ານຕ່າງໆໃນແຕ່ລະຂົງເຂດ ໃນຄວາມຮັບຜິດຊອບຂອງຕົນ ພ້ອມທັງເປັນເຈົ້າການວິເຄາະວິໄຈບັນຫາທີ່ເກີດຂຶ້ນໃຫ້ລະອຽດ, ຈະແຈ້ງ, ຖືກຕ້ອງຊັດເຈນ ແລະ ຊອກຫາວິທີການແກ້ໄຂໃຫ້ຖືກຕ້ອງ ແລະ ທັນການ.

    (ໂດຍ: ຄໍາສິງ)