ເພສກົມຈັດຕັ້ງ-ພະນັກງານ

ກອງປະຊຸມເຜີຍແຜ່ແນະນໍາເອກະສານການກຳນົດຕໍາແໜ່ງງານ.

ໃນວັນທີ 17 ມັງກອນ 2024, ກົມຈັດຕັ້ງ-ພະນັກງານ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດກອງປະຊຸມເຜີຍແຜ່ແນະນໍາເອກະ ສານກ່ຽວກັບການກຳນົດຕໍາແໜ່ງງານ ຂຶ້ນທີ່ຫ້ອງປະຊຸມ ຄອສພ (ຫຼັກ6) ໂດຍການເປັນປະທານຂອງ ທ່ານ ອານົງສັກ ອິນທະວົງ ກຳມະການຄະນະພັກ ຫົວຫນ້າກົມຈັດຕັ້ງ-ພະນັກງານ, ມີຜູ້ເຂົ້າຮ່ວມ ຕາງໜ້າຄະນະກົມ, ຫົວຫນ້າພະແນກ, ຮອງຫົວຫນ້າພະແນກ ແລະ ວິຊາການທັງໝົດເຂົ້າຮ່ວມຢ່າງພ້ອມພຽງ.

ພິທີປິດຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ຊຸດທີ I ໃຫ້ສະມາ ຊິກພັກ-ພະນັກກງານ ຄະນະໂຄສະນາອົບຮົມສູນກາງພັກ.

ໃນຕອນເຊົ້າຂອງວັນທີ 9 ພະຈິກ 2023 ຄະນະໂຄສະນາອົບຮົມສູນກາງພັກ ໄດ້ສົມທົບກັບ ສະຖາບັນການເມືອງ-ການປົກຄອງແຫ່ງຊາດ ຈັດພິທີປິດຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ລະບົບ 03 ເດືອນ ຊຸດທີ I ໃຫ້ແກ່ສະມາຊິກພັກ-ພະນັກງານ ພາຍໃນຄະນະໂຄສະນາອົບຮົມສູນກາງພັກ, ໂດຍພາຍໃຕ້ການເປັນປະ ທານຮ່ວມແລະ ກ່າວປິດພິທີໂດຍ ສະຫາຍ ລາວປາວຊົ່ງ ນະວົງໄຊ ຮອງເລຂາຄະນະພັກ ຮອງຫົວຫນ້າຄະນະໂຄສະນາອົບຮົມສູນກາງພັກ ແລະ ສະຫາຍ ດາວສະ ຫວັນ ເຄືອມີໄຊ ກໍາມະການປະຈໍາພັກ, ຮອງຫົວໜ້າສະຖາບັນການເມືອງ-ການປົກຄອງແຫ່ງຊາດ ໃນນັ້ນກໍມີ ສະຫາຍຄະນະບໍລິຫານງານພັກ, ຜູ້ຕາງໜ້າຄະນະພົວພັນຕ່າງປະເທດສູນກາງພັກ ບັນດາຫົວໜ້າກົມ, ທຽບເທົ່າກົມ, ຄະນະຮັບຜິດຊອບຊຸດຝຶກອົບຮົມ ແລະ ນັກຝຶກອົບຮົມທັງໝົດ 34 ສະຫາຍ,ຍິງ 17 ສະຫາຍ.

ການນໍາ ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກິດຈະກຳບານເຕະ ຂອງຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ຮຸ່ນທີ 1 ຄະນະໂຄສະນາອົບຮົມສູນກາງພັກ

ໃນວັນທີ 19 ຕຸລາ 2023 ຄະນະຮັບຜິດຊອບຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ຮຸ່ນທີ 1 ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດກິດຈະກຳກິລາບານເຕະ ຢູ່ ເດີນບານເຕະຂອງກົມໃຫຍ່ພາລາທິການກອງທັບ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ລາວປາວຊົ່ງ ນະວົງໄຊ, ກໍາມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາຄະນະຮັບຜິດຊອບຊຸດຮຽນຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ຮຸ່ນທີ 1 ຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍນັກສຶກສາທັງໝົດເຂົ້າຮ່ວມຢ່າງຟົດຟື້ນ. ໃນການຈັດກິດຈະກຳກິລາໃນຄັ້ງນີ້ ແມ່ນນອນຢູ່ໃນຫຼັກສູດການຮຽນທິດສະດີການເມືອງຂັ້ນຕົ້ນ ເພື່ອໃຫ້ນັກສຶກສາໄດ້ມີການຜ່ອນຄາຍຈາກການຄົ້ນຄວ້າຮໍ່າ ຮຽນ ທັງເປັນການອອກກໍາລັງກາຍເພື່ອສຸຂະພາບທີ່ດີ ແລະ ເປັນການຮັດແໜ້ນຄວາມສາມັກຄີຮັກແພງ ລະຫວ່າງນັກສຶກສາດ້ວຍກັນ ແລະ ຄະນະຮັບຜິດຊອບຊຸດຮຽນ.

ນັກສຶກສາທິດສະດີການເມືອງຂັ້ນຕົ້ນ ຮຸ່ນທີ 1 ຄະນະໂຄສະນາອົບຮົມສູນກາງພັກ ທັດສະນະສຶກສາ ຢູ່ ເມືອງວັງວຽງ, ແຂວງວຽງຈັນ.

ນັກສຶກສາທິດສະດີການເມືອງຂັ້ນຕົ້ນ ຮຸ່ນທີ 1 ຄະນະໂຄສະນາອົບຮົມສູນກາງພັກ ທັດສະນະສຶກສາ ຢູ່ ບ້ານນາທອງ, ເມືອງວັງວຽງ, ແຂວງວຽງຈັນ.              ໃນວັນທີ 2-3 ຕຸລາ 2023 ນັກສຶກສາທິດສະດີການເມືອງຂັ້ນຕົ້ນ ຊຸດທີ I ຂອງຄະນະໂຄສະນາອົບຮົມສູນກາງພັກ ທັດສະນະສຶກສາ ຢູ່ ບ້ານນາທອງ, ເມືອງວັງວຽງ, ແຂວງວຽງຈັນ ຈໍານວນ 43 ສະຫາຍ, ຍິງ 23 ສະຫາຍ, ນໍາພາໂດຍ ຄູອາຈານ ຈາກ ສະຖາບັນການເມືອງ-ການປົກຄອງແຫ່ງຊາດ ແລະ ຄະນະຮັບຜິດຊອບຊຸດຮຽນ ຂອງຄະນະໂຄສະນາອົບຮົມສູນກາງພັກ.

1 2 3 4