ຄະນະນຳ ແລະ ພະນັກງານພາຍໃນຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມງານແຂ່ງຂັນກິລາແລ່ນມາລາທອນ

ຄະນະນຳ ແລະ ພະນັກງານພາຍໃນຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມງານແຂ່ງຂັນກິລາແລ່ນມາລາທອນ

          ໃນວັນທີ 1ທັນວາ2023 ນີ້ ໂດຍຕອບສະໜອງຕາມຄຳເຊີນ ຂອງບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ ເລກທີ 618/LCR2023 ຄະນະນຳ ແລະ ພະນັກງານພາຍໃນຄະນະໂຄສະນາອົບຮົມສູນກາງພັກ ຈຳນວນ20ສະຫາຍ ໄດ້ເຂົ້າຮ່ວມງານແຂ່ງຂັນກິລາແລ່ນມາລາທອນເພື່ອສະເຫຼີມສະຫຼອງການເປີດ ດຳເນີນງານຂອງບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ຄົບຮອບ 2ປີ ທີ່ໄດ້ຈັດຂື້ນຢູ່ສວນສາທາລະນະບຶງທາດຫຼວງ,  ໃຫ້ກຽດເຂົ້າຮ່ວມ ແລະ ນຳພາໂດຍ ທ່ານ ວັນຕຸລາ ຣັກນຸດ ກຳມະການຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ, ປະທານສະຫະພັນກຳມະບານ ຄະນະໂຄສະນາອົບຮົມສູນກາງພັກ, ຫົວໜ້າ ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ.

    ເຂົ້າຮ່ວມກິດຈະກຳໃນຄັ້ງນີ້ ມີຕາງໜ້າຄະນະນຳພັກ-ລັດ, ອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍບັນດາແຂກ ແລະ ມວນຊົນອ້ອມຂ້າງສູນກາງ, ໃຫ້ກຽດກ່າວເປີດງານ ມິນິ ມາລາທອນ (MINI MARATHON) ໂດຍ ທ່ານ ງາມປະສົງ ເມືອງມະນີ, ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມທັງກ່າວຈຸດປະສົງຂອງການຈັດກິດຈະກຳການແລ່ນມິນິມາລາທອນຂຶ້ນ ເພື່ອເປັນການສະເຫຼີມສະຫຼອງການເປີດດຳເນີນງານຂອງບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ແລະ ​ຜົນສຳເລັດຂອງການນຳໃຊ້​ທາງ​ລົດ​ໄຟ​ລາວ-ຈີນ ເຂົ້າໃນການພັດທະນາເສດຖະກິດ ຂອງ ສປປ ລາວ ທັງບໍລິການຮັບໃຊ້ໃຫ້ມວນຊົນທັງພາຍໃນ ແລະ ຕ່າງປະເທດຕະຫຼອດໄລຍະ 2 ປີຜ່ານມາ ທັງເປັນການສົ່ງເສີມການເປີດປີທ່ອງທ່ຽວລາວ ປີ2024, ສະນັ້ນ ຈື່ງເຊີນຊວນໃຫ້ມວນຊົນຫັນມາອອກກຳລັງກາຍເພື່ອສຸຂະພາບໃຫ້ແຂງແຮງ; ທັງເປັນການສ້າງ​ບັນ​ຍາ​ກາດ​ອັນ​ດີ​ໃຫ້​ແກ່​ການ​ສະ​ເຫຼີມ​ສະ​ຫຼອງ​ວັນ​ຊາດ​ 2ທັນວາ ຂອງ ສປປ ລາວ ​ຄົບ​ຮອບ 48 ປີ ໃຫ້ມີຄວາມຄຶກຄຶ້ນ ແລະ ຮັດແໜ້ນຄວາມສາມັກຄີລະຫວ່າງສອງຊາດລາວ-ຈີນ.

      ຫຼັງຈາກນັ້ນ ທ່ານ ຫລິວຫົງ ຜູ້ອຳນວຍການໃຫຍ່ບໍລິສັດທາງລົດໄຟລາວ-ຈີນ ກໍ່ໄດ້ຂື້ນກ່າວສະແດງຄວາມຂອບໃຈມາຍັງຄະນະນຳພັກ-ລັດ, ສະຖານທູດຈີນ ປະຈຳ ສປປ ລາວ ທີ່ໃຫ້ການສະໜັບສະໜູນຕໍ່ກັບການຈັດງານແລ່ນມາລາທອນ ແລະ ເຂົ້າຮ່ວມຢ່າງອົບອຸ່ນ.ຈາກນັ້ນກໍ່ໄດ້ເລີ່ມປ່ອຍໂຕນັກກິລາທັງຊາວໜຸ່ມ ແລະ ອະວຸໂສ ອອກຈາກຈຸດເລີ່ມຕົ້ນ ເຊິ່ງເສັ້ນທາງໃນການແຂ່ງຂັນກິລາແມ່ນໄລຍະ10ກິໂລແມັດ.