ວິທີຮັກສາສາຍຕາ

ວິທີຮັກສາສາຍຕາ

ການເບີ່ງໜ້າຈໍໂທລະສັບ, ແທັບເລັດ ຫຼື ຄອມພິວເຕີເປັນເວລາດົນໆ ເຮັດໃຫ້ສາຍຕາຂອງເຮົາອ່ອນ ເພຍລົງທຸກໆ ມື້ ແລະ ເຮັດໃຫ້ເກີດບັນຫາຊໍາເຮື້ອເປັນຕົ້ນແມ່ນສາຍຕາສັ້ນ ມື້ນີ້ມາຮູ້ຈັກວິທີການຮັກສາດວງຕາ (Eyes care) ໃຫ້ຢູ່ກັບພວກເຮົາໄປດົນໆ ດ້ວຍການທົດລອງໃຊ້ວິທີການເຫຼົ່ານີ້ ຈະຊ່ວຍໃຫ້ສາຍຕາຂອງທ່ານດີຂື້ນຢ່າງແນ່ນອນ.

  1. ພັກຜ່ອນສາຍຕາຂອງທ່ານເປັນປະຈຳ

ການເບີ່ງໜ້າຈໍຍາວເກີນໄປສາມາດເຮັດໃຫ້ເສັ້ນປະສາດຕາເມື່ອຍ, ມົວ ຫາກເຮົາກະພິບຕາໜ້ອຍລົງຍີ່ງເຮັດໃຫ້ຕາແຫ້ງ, ຕາບວມ ແລະ ແສບຕາ ເພາະສະນັ້ນເຮົາຄວນຢຸດຕາເລື້ອຍໆ ນອກຈາກການຈ້ອງເບິ່ງໜ້າຈໍແລ້ວ ບໍ່ວ່າຈະເປັນໜ້າຈໍສະມາດໂຟນ, ໜ້າຈໍໂທລະພາບ ຫຼື ຈໍຄອມພິວເຕີຄວນເຮັດຄືກັນ ແລະ ຄວນເບິ່ງທາງນອກ ຫຼື ຍ່າງຫຼິ້ນເພື່ອຮັບທຳມະຊາດ ເຊີ່ງສາມາດເຮັດໃຫ້ທ່ານສົດຊື່ນ ແລະ ຫຼຸດ ຜ່ອນອາການເມື່ອຍລ້າຂອງສາຍຕາໄດ້.

  1. ນວດຮອບດວງຕາຫລືໃຊ້ເຈວເຢັນ

ວິທີງ່າຍໆ ອີກຢ່າງໜຶ່ງແມ່ນວາງມືຂອງທ່ານອ້ອມດວງຕາ ຫຼັງຈາກນັ້ນນວດຄ່ອຍໆ 2-3 ເທື່ອ ແລ້ວ ທ່ານຈະຮູ້ສຶກເຖີງອາການຜ່ອນຄາຍຂອງດວງຕາ ຫຼື ຖ້ານຳໃຊ້ເຈວເຢັນໆ ມາວາງໃສ່ຕາຈັກສອງສາມນາທີ ຈະເຮັດໃຫ້ດວງຕາສົດຊື່ນ.

  1. ນອນຫຼັບໃຫ້ພຽງພໍ ແລະ ກິນອາຫານບຳລຸງສາຍຕາ

ການນອນຫຼັບແມ່ນການພັກຜ່ອນທີ່ດີທີ່ສຸດ ເພາະສະນັ້ນຄວນພັກຜ່ອນໃຫ້ພຽງພໍ ຈະຊ່ວຍຫຼຸດຜ່ອນອາການປວດຕາ ແລະ ຕາດຳ ນອກຈາກນີ້ໃຫ້ກິນໝາກໄມ້ (ຕະກູນບູເບີລີ້) ເພື່ອບຳລຸງສາຍຕາເປັນອີກທາງເລືອກໜຶ່ງທີ່ງ່າຍ ແລະ ແຊບເຊັ່ນດຽວກັນ.

  1. ປັບຄວາມແຈ້ງຂອງໜ້າຈໍໃຫ້ເໝາະສົມ.

ການນຳໃຊ້ແສງໃນແຕ່ລະພື້ນທີ່ຈະມີຄວາມແຈ້ງບໍ່ຄືກັນ ຖ້າແສງແຈ້ງຫຼາຍຍີ່ງເຮັດໃຫ້ສາຍຕາໄດ້ຮັບແສງຫຼາຍ ຖ້າຫຼີ້ນໂທລະສັບຢູ່ບ່ອນມືດ ແລະ ເປີດໜ້າຈໍແຈ້ງ ສາມາດເຮັດໃຫ້ເສັ້ນປະສາດຕາເຊື່ອມໂຊມໄດ້ເຊັ່ນກັນ ສະນັ້ນຄວນປັບຄວາມແຈ້ງໃຫ້ເໝາະສົມ ເພື່ອຈະຫຼຸດຜ່ອນຈຸດສຸມໃນໜ້າຈໍ ແລະ ເປັນການຮັກສາດວງຕາໃຫ້ຢູ່ກັບພວກເຮົາເປັນເວລາດົນໆ.

  1. ປັບລັກສະນະຂອງໜ້າຈໍ ແລະ ຢ່າຈ້ອງເບິ່ງໜ້າຈໍໃກ້ເກີນໄປ

ນີ້ແມ່ນສິ່ງສຳຄັນສຳລັບຜູ້ທີ່ມັກເບິ່ງໜັງໃນໂທລະສັບ ຫຼື ແທັບເລັດ ບໍ່ຄວນແນມເບິ່ງໃກ້ເກີນໄປ ຈະເຮັດໃຫ້ອ່ອນເພຍ ແລະ ແສບຕາ ວິທີແກ້ໄຂຄືການເບິ່ງໄລຍະທີ່ເໝາະສົມ ຄວນປັບຂະໜາດໂຕອັກສອນໃນໜ້າຈໍ ແລະ ຂະໜາດໜ້າຈໍຕ້ອງບໍ່ນ້ອຍເກີນໄປ ເພື່ອເຮັດໃຫ້ຕາຂອງເຮົາ ສາມາດເບິ່ງຮູບໃນໜ້າຈໍໄດ້ຢ່າງຈະແຈ້ງ.

ທີ່ມາ: https://medialaos.net/2023/27110/