ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມພິທີເປິດກອງປະຊຸມເວທີສົນທະນາການຮ່ວມມືລາວ-ຈີນ ພາຍໃຕ້ຫົວຂໍ້ “ໜື່ງແລວ ໜື່ງເສັ້ນທາງ” ຄັ້ງທີ II ປີ2023 .

ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມພິທີເປິດກອງປະຊຸມເວທີສົນທະນາການຮ່ວມມືລາວ-ຈີນ ພາຍໃຕ້ຫົວຂໍ້ “ໜື່ງແລວ ໜື່ງເສັ້ນທາງ” ຄັ້ງທີ II ປີ2023 .

        ໃນຕອນເຊົ້າຂອງວັນທີ 7 ທັນວາ 2023, ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ວັນຕຸລາ ຣັກນຸດ ກຳມະການຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ, ຫົວໜ້າ ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ  ໄດ້ເຂົ້າຮ່ວມພິທີເປິດກອງປະຊຸມເວທີສົນທະນາການຮ່ວມມືລາວ-ຈີນ ພາຍໃຕ້ຫົວຂໍ້ “ໜື່ງແລວ ໜື່ງເສັ້ນທາງ” ຄັ້ງທີ II  ຈັດຂື້ນຢູ່ທີ່ ໂຮງແຮມ ແລນມາກ , ນະຄອນຫລວງວຽງຈັນ, ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ສຈ ປອ ກິແກ້ວ ໄຂຄຳພິທູນ, ຮອງນາຍຍົກລັດຖະມົນຕີແຫ່ງ ສປປລາວ, ທ່ານ ຟູຫົວ ປະທານສຳນັກຂ່າວຊິນຮົວ, ທ່ານ ຫວາງຊາງ ອຸປະຕຸທູດຊົ່ວຄາວ ສະຖານທູດຈີນປະຈຳ ສປປລາວ, ທ່ານ ນາງ ສວນສະຫວັນ ວິຍະເກດ, ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ; ມີບັນດາທ່ານຮອງລັດຖະມົນຕີ, ຫົວໜ້າກົມ, ຮອງຫົວໜ້າກົມ, ພ້ອມດ້ວຍບັນດາແຂກຈາກພາກທຸລະກິດຈາກ ສປປ ລາວ ແລະ ສປ ຈີນ ເຂົ້າຮ່ວມຢ່າງຫຼວງຫຼາຍ.

ຈູດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອທົບທວນຄືນໝາກຜົນຂອງການຈັດຕັ້ງປະຕິບັດບັນດາກິດຈຳກຳແຜນງານໂຄງການຂອງແຕ່ລະຂະແໜງການທັງເປັນເວທີປຶກສາຫາລື ແລະ ເປີດກວ້າງການຮ່ວມມືການແລກປ່ຽນທາງດານເສດຖະກິດການຄ້າ ການລົງທຶນຂອງພາກລັດ  ແລະ ພາກເອກະຊົນ ລະຫວ່າງສອງຊາດລາວ-ຈີນ ຈີນ-ລາວ ພາຍໃຕ້ແຜນແມ່ບົດຄູ່ຮ່ວມຊາຕາກຳທີ່ຍິ່ງໃຫຍ່.ພ້ອມດຽວກັນນັ້ນ ໃນພິທີໄດ້ມີການປະກາດຜົນງານ ແລະ ມອບໃບຍັ້ງຍືນໃຫ້ແກ່ສະມາຊິກ ຄູ່ຮ່ວມມືດ້ານຂ່າວສານ ດ້ານເສດຖະກິດ ໜຶ່ງແລວ ໜຶ່ງເສັ້ນທາງ, ສູນຄົ້ນຄວ້າເສດຖະກິດຊົນນະບົດ ຂອງກະຊວງ ກະສິກໍາ ແລະ ຊົນນະບົດ ສປ ຈີນ ມອບໃບຢັ້ງຢືນ ໃຫ້ແກ່ວິສາຫະກິດຈີນ.

      ຫຼັງຈາກນັ້ນກໍ່ໄດ້ມີພິທີເຊັນສັນຍາການຮ່ວມມື, ບົດບັນທຶກຄວາມເຂົ້າໃຈ ເວັບໄຊ ໜຶ່ງແລວ ໜຶ່ງເສັ້ນທາງ; ລະຫວ່າງສຳນັກຂ່າວສານຊິນຮົວ ກັບ ສໍານັກຂ່າວສານປະເທດລາວກ່ຽວກັບການສ້າງເວັບໄຊ; ເຊັນສັນຍາການຮ່ວມມື ລະຫວ່າງ ທະນາຄານອຸດສາຫະກຳ ແລະ ການຄ້າ ສປ ຈີນ ແລະ ຄະນະກຳມະທິການຮ່ວມມືລາວ-ຈີນ; ເຊັນສັນຍາການຮ່ວມມື ລະຫວ່າງ China Mobile International Limited ແລະ ບໍລິສັດ KLS Sole sr; ເຊັນສັນຍາຮ່ວມມືບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ບໍລິສັດ ບໍລິເວນ ແຜ່ນດິນຄ້າ ທ່ອງທ່ຽວ ຈໍາກັດ ແລະ ກຸຍໂຈ ນານຊານ ຫົວຫາວຢຶຢວນ ການລົງທຶນທ່ອງທ່ຽວ ວັດທະນະທໍາ ຈຳກັດ.

ໃນຕອນທ້າຍຂອງພິທີໄດ້ມີການລັ່ນຄ້ອງ 9ບາດ ເພື່ອຄວາມເປັນສິລິມົງຄຸນໃນການເປີດພິທີການຮ່ວມມືຢ່າງກວ້າງຂວາງ ໃນແຕ່ລະດ້ານລະຫວ່າງລາວ-ຈີນໃນຍຸກໃໝ່.