ຜົນສຳເລັດກອງປະຊຸມ ເລືອກຕ້ັງຄະນະໜ່ວຍສິລະປະຊຸດໃໝ່ ຄອສພ

ຜົນສຳເລັດກອງປະຊຸມ ເລືອກຕ້ັງຄະນະໜ່ວຍສິລະປະຊຸດໃໝ່ ຄອສພ

    ກອງປະຊຸມ ໜ່ວຍສິລະປະ ຄອສພ ໄດ້ຈັດຂຶ້ນໃນວັນ 30 /08/2022  ເວລາ 8:30-11:00 ໂມງ, ທີ່ຫ້ອງປະຊຸມຊັ້ນ 2 ຄະນະໂຄສະນາອົບຮົມສູນກາງພັກ ໂດຍການເປັນປະທານ ຂອງທ່ານ ກຽງແກ້ວ ລີລາມິດຕະກອນ ຫົວໜ້າໜ່ວຍສິລະປະ ຄອສພ, ມີຄະນະໜ່ວຍ ແລະ ສະມາຊິກ ເຂົ້າຮ່ວມທັງໝົດ 16 ທ່ານ, ຍິງ 08 ທ່ານ

ກອງປະຊຸມ ໄດ້ຮັບການລາຍງານໂດຍຫຍໍ້ ກ່ຽວກັບການເຄື່ອນໄຫວວຽກງານສິລະປະໃນໄລຍະຜ່ານມາເຊິ່ງສະແດງໃຫ້ເຫັນເຖິງດ້ານດີ, ດ້ານອ່ອນຂໍ້ຄົງຄ້າງ, ຜ່ານການເຄື່ອນໄຫວຕົວຈິງເຫັນໄດ້ວ່າ ສະມາຊິກ ພາຍໃນໜ່ວຍມີຄວາມບຸກບືນຫ້າວຫັນ, ມີຄວາມນໍ້າໃຈສາມັກຄີ, ມີຄວາມອົດທົນ ແລະ  ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ ທີ່ໄດ້ຮັບການມອບໝາຍ  ໂດຍສະເພາະ ແມ່ນປະກອບສ່ວນສະແດງສິລະປະ-ວັນນະຄະດີ ( ບົດຟ້ອນ, ຮ້ອງເພັງ ແລະ ກິດຈະກໍາຕ່າງໆ ) ຮັບໃຊ້ແກ່ ວັນສໍາຄັນຂອງຊາດ, ຂອງພັກ, ກອງປະຊຸມຕ່າງໆ ແລະ ເຄື່ອນໄຫວຮັບໃຊ້ວຽກງານຂອງອົງການຈັດຕັ້ງມະຫາຊົນ ທັງພາຍໃນ ແລະ ພາຍນອກ ໄດ້ທັງໝົດ 12 ເວທີ, ເຂົ້າຮ່ວມງານແຂ່ງຂັນສິລະປະຢູ່ ສູນກາງຊາວໜຸ່ມ 1 ຄັ້ງ. ຈາກນັ້ນ ບັນດາສະມາຊິກໄດ້ປະກອບຄໍາຄິດຄໍາເຫັນໃສ່ບົດລາຍງານກົງໄປກົງມາເພື່ອແນ່ໃສ່ເຮັດໃຫ້ບົດລາຍງານຄົບຖ້ວນສົມບູນຂຶ້ນ.

ນອກຈາກນັ້ນ ກອງປະຊຸມໄດ້ຜ່ານບົດສະຫຼຸບລາຍຮັບ-ລາຍຈ່າຍ ໃນໄລຍະ 5 ປີ ຜ່ານມາ ແລະ ຫຼັງຈາກນັ້ນ ກໍໄດ້ປ່ອນບັດຄັດເລືອກເອົາຄະນະໜ່ວຍສິລະປະ ຊຸດໃໝ່ ເຊິ່ງມີຜູ້ລົງສະໝັກ ທັງໝົຢດ 16 ທ່ານ ເລືອກເອົາ 5 ທ່ານ ເປັນຄະນະໜ່ວຍຊຸດໃໝ່ ; ຜ່ານການດໍາເນີນການປ່ອນບັດຄັດເລືອກແມ່ນເລືອກໄດ້ 5 ທ່ານຄື:

1. ທ່ານ ນ. ສຸດາພາ ສຸພາວົງໄຕ              13 ຄະແນນ

2. ທ່ານ ເກດແກ້ວ ສໍສຸພັນ                    13 ຄະແນນ

3. ທ່ານ ນ. ຈິງອັ່ງ ຄໍາບານນ້ອຍ             11 ຄະແນນ

4. ທ່ານ ນ. ຫົງລືດີ ສາຍສໍາພັນ               07 ຄະແນນ

5. ທ່ານ ຄອນສະຫວັນ ເນົາວະລັງສີ          06 ຄະແນນ

ກອງປະຊຸມໄດ້ຕົກລົງເຫັນດີເປັນເອກະພາບກັນແຕ່ງຕັ້ງ ບັນດາຄະນະໜ່ວຍສິລະປະ ຄອສພ ຊຸດໃໝ່ດັ່ງນີ້:

  1. ທ່ານ ນ. ສຸດາພາ ສຸພາວົງໄຕ      ເປັນຫົວໜ້າໜ່ວຍ ສິລະປະ ຄອສພ
  2. ທ່ານ ເກດແກ້ວ ສໍສຸພັນ            ເປັນຮອງຫົວໜ້າໜ່ວຍ ສິລະປະ ຄອສພ
  3. ທ່ານ ນ. ຈິງອັ່ງ ຄໍາບານນ້ອຍ      ເປັນຄະນະ
  4. ທ່ານ ນ. ຫົງລືດີ ສາຍສໍາພັນ       ເປັນຄະນະ
  5. ທ່ານ ຄອນສະຫວັນ ເນົາວະລັງສີ   ເປັນຄະນະ

ສຸດທ້າຍປະທານກອງປະຊຸມໄດ້ມີຄຳເຫັນໂອ້ລົມຕໍ່ຄະນະໜ່ວຍສິລະປະຊຸດໃໝ່ວ່າ:

  1. ສືບຕໍ່ເສີມຂະຫຍາຍມູນເຊື້ອປຸກລະດົມສະມາຊິກເຂົ້າໃໝ່.
  2. ການສະແດງໃນຕໍ່ໜ້າພວກເຮົາຈະໄດ້ຂົນຂວາຍຜູ້ອຸປະຖໍາ ແລະ ມີການຂຶ້ນແຜນລະອຽດ.
  3. ສືບຕໍ່ ກະກຽມບົດຟ້ອນ ເພື່ອຮັບໃຊ້ ໃຫ້ແກ່ວັນສໍາຄັນຂອງຊາດ, ຂອງພັກ ໃຫ້ທ່ວງທັນກັບຄວາມຮຽກຮ້ອງຕ້ອງການ.
  4. ສະມາຊິກພາຍໃນໜ່ວຍ ໃຫ້ເອົາໃສ່ໃຈ ໃນການຝືກແອບສິລະປະ ແລະ ປະຕິບັດໂມງເວລາຢ່າງເຂັ້ມງວດ