ຄະນະໂຄສະນາອົບຮົມສູນກາງພັກ ສ້າງຂະບວນການແຂ່ງຂັນກິລາເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະ ນະພັກ ຄະນະໂຄສະນາອົບຮົມສູນກາງພັກທີ່ຈະເປີດຂຶ້ນໃນຕໍ່ໜ້ານີ້.


ຄະນະໂຄສະນາອົບຮົມສູນກາງພັກ ສ້າງຂະບວນການແຂ່ງຂັນກິລາເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກທີ່ຈະເປີດຂຶ້ນໃນຕໍ່ໜ້ານີ້.
     ໂດຍປະຕິບັດຕາມແຜນການສ້າງຂະບວນການ ແລະ ໂຄສະນາ ເພື່ອຕ້ອນຮັບກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ. ໃນຕອນບ່າຍວັນທີ 17 ສິງຫາ 2021 ຄະນະໂຄສະນາອົບຮົມສູນກາງພັກ ຈິງໄດ້ສ້າງຂະບວນການແຂ່ງຂັນກິລາໝາກບຸ້ນທີມຍິງ-ຊາຍ ຊີງຂັນເລຂາຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ. ໂດຍໃຫ້ກຽດເຂົ້າຮ່ວມເປີດປະເດີນໂດຍ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປປລາວ, ຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ເຂົ້າຮ່ວມມີຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ ພ້ອມດ້ວຍພະນັກງານ-ລັດຖະກອນ ທົ່ວຄອສພ ເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.
     ຈຸດປະສົງຂອງການຈັດກິດຈະກຳຄັ້ງນີ້ແມ່ນເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ຄະນະໂຄສະນາອົບ ຮົມສູນກາງພັກ ທີ່ຈະເປີດຂື້ນໃນຕໍ່ໜ້ານີ້, ທັງເປັນການສ້າງຄວາມສາມັກຄີຮັກແພງ ແລະ ສ້າງມິດຕະພາບລະຫວ່າງສະມາຊິກພັກ, ພະນັກງານລັດຖະກອນທັງ ໝົດໃຫ້ ແໜ້ນແຟ້ນເພື່ອພ້ອມກັນກ້າວເຂົ້າສູ່ກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກຄະນະໂຄສະນາອົບຮົມສູນກາງພັກ ໂດຍຈິດໃຈຟົດຟື້ນປະຕິວັດ.
      ການແຂ່ງຂັນໄດ້ດໍາເນີນໄປທາມກາງບັນຍາກາດອັນຟົດຟື້ນ, ມ່ວນຊື່ນ ແລະ ສາມາດຄັດເລືອກໄດ້ທີມຊະນະເລີດດັ່ງນີ້:

ທີມຊາຍລາງວັນທີ 1
ທີມຍິງລາງວັນທີ 1
{"visible_panels":"4","width":"700","height":"400","orientation":"horizontal","panel_distance":"0","max_openedaccordion_size":"80%","open_panel_on":"click","shadow":"true","autoplay":"false","mouse_wheel":"true"}

ກິລາເປຕັງທີມຊາຍລາງວັນທີ 1 ແມ່ນ: ທີມຫ້ອງການ
ກິລາເປຕັງທີມຍິງລາງວັນທີ 1 ແມ່ນ: ທີມກົມຈັດຕັ້ງ-ພະນັກງານ
ທີມຊາຍລາງວັນທີ 2
ທີມຍິງລາງວັນທີ 2
{"visible_panels":"4","width":"700","height":"400","orientation":"horizontal","panel_distance":"0","max_openedaccordion_size":"80%","open_panel_on":"click","shadow":"true","autoplay":"false","mouse_wheel":"true"}

ກິລາເປຕັງທີມຊາຍລາງວັນທີ 2 ແມ່ນ: ທີມກົມອົບຮົມ
ກິລາເປຕັງທີມຍິງລາງວັນທີ 2 ແມ່ນ: ທີມວາລະສານອະລຸນໃໝ່
ທີມຍິງລາງວັນທີ 3
ທີມຊາຍລາງວັນທີ 3
{"visible_panels":"4","width":"700","height":"400","orientation":"horizontal","panel_distance":"0","max_openedaccordion_size":"80%","open_panel_on":"click","shadow":"true","autoplay":"false","mouse_wheel":"true"}

ກິລາເປຕັງທີມຊາຍລາງວັນທີ 3 ແມ່ນ: ທີມກົມຂໍ້ມູນຂ່າວສານ
ກິລາເປຕັງທີມຍິງລາງວັນທີ 3 ແມ່ນ: ທີມກົມໂຄສະນາ
ການແຂ່ງຂັນໄດ້ດໍາເນີນໄປຮອດເວລາ 18 ໂມງ 00 ຈຶ່ງປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ.