ຮອງຫົວໜ້າ ຄອສພ ເຄື່ອນໄຫວວຽກງານ ຢູ່ແຂວງບໍ່ແກ້ວ

ຮອງຫົວໜ້າ ຄອສພ ເຄື່ອນໄຫວວຽກງານ ຢູ່ແຂວງບໍ່ແກ້ວ

    ໃນລະຫວ່າງວັນທີ 28-29 ພະຈິກ 2022 ສະຫາຍ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະ ໄດ້ໄປເຄື່ອນໄຫວ ແລະ ຊີ້ນໍາວຽກງານເກັບກໍາຫາງສຽງສັງຄົມ ຢູ່ແຂວງບໍ່ແກ້ວ ໂດຍໄດ້ຮັບການຕ້ອນຮັບອັນອົບອຸ່ນຈາກການນໍາ ຂອງແຂວງ, ຂອງເມືອງ ກໍຄື ຄະນະໂຄສະນາອົບຮົມແຂວງ.

    ການເຄື່ອນໄຫວເຮັດວຽກ ຢູ່ແຂວງບໍ່ແກ້ວ ໃນຄັ້ງນີ້ແມ່ນ ໄດ້ເຂົ້າພົບ ສະຫາຍ ບົວຄົງ ນາມມະວົງ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງບໍ່ແກ້ວ ເພື່ອຮັບຟັງການລາຍງານສະພາບການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ການພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ໂດຍສະເພາະ ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ສະພາບແນວຄິດ ກໍຄືຫາງສຽງສັງຄົມໂດຍລວມ ຂອງພະນັກງານ, ສະມາຊິກພັກ ແລະ ປະຊາຊົນທົ່ວແຂວງ ຈາກນັ້ນ ໄດ້ສືບຕໍ່ເປັນປະທານຮ່ວມກອງປະຊຸມຮັບສ່ອງແສງສະພາບແນວຄິດ-ຫາງສຽງສັງຄົມ ຂອງແຂວງບໍ່ແກ້ວ ກັບສະຫາຍ ເພັງສອນ ແກ້ວວິໄລ ຮອງເລຂາພັກແຂວງ ຮອງເຈົ້າແຂວງບໍ່ແກ້ວ ຜູ້ຊີ້ນໍາວຽກງານພັກ-ພະນັກງານ ຫົວໜ້າຄະນະຮັບຜິດຊອບຕິດຕາມເກັບກໍາສະພາບແນວຄິດຫາງສຽງສັງຄົມ ໂດຍໄດ້ຮັບຟັງການລາຍງານສະພາບການເຄື່ອນໄຫວວຽກງານໂຄສະນາອົບຮົມແຂວງ ໃນໄລຍະຜ່ານມາ ເວົ້າລວມ, ເວົ້າສະເພາະ ຢູ່ແຂວງບໍ່ແກ້ວ ຈາກ ສະຫາຍ ຄອນສະຫວັນ ຊາພັກດີ ກໍາມະການພັກແຂວງ ເລຂາໜ່ວຍພັກ ຫົວໜ້າຄະນະໂຄສະນາອົບຮົມແຂວງບໍ່ແກ້ວ ພ້ອມດຽວກັນນີ້ ກໍໄດ້ແລກປ່ຽນຄວາມຄິດຄວາມເຫັນ ເພື່ອຖອດຖອນບົດຮຽນ ລະຫວ່າງສູນກາງ ກັບທ້ອງຖິ່ນກ່ຽວກັບວຽກງານດັ່ງກ່າວ ແນ່ໃສ່ສ້າງການຫັນປ່ຽນວຽກງານໂຄສະນາໄປສູ່ຄຸນນະພາບໃໝ່.

    ເພື່ອສືບຕໍ່ປັບປຸງ ແລະ ຍົກສູງຄຸນນະພາບວຽກງານການເມືອງ-ແນວຄິດ, ກໍຄືວຽກງານຕິດຕາມ, ເກັບກຳສະພາບແນວຄິດ-ຫາງສຽງສັງຄົມ ໃຫ້ໄປຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່, ເຮັດໃຫ້ທົ່ວສັງຄົມມີຄວາມຮັບຮູ້, ເຂົ້າໃຈ ແລະ ເຊື່ອໝັ້ນຢ່າງໜັກແໜ້ນຕໍ່ອຸດົມການສັງຄົມນິຍົມ ກໍຄືແນວທາງປ່ຽນແປງໃໝ່ ສະຫາຍ ນາງ ວິລະວອນ ພັນທະວົງ ໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນໍາບາງບັນຫາ ຕໍ່ກອງປະຊຸມດັ່ງກ່າວ ເປັນຕົ້ນແມ່ນ:

1. ຄະນະພັກ, ອົງການປົກຄອງແຂວງ ຕ້ອງຖືສໍາຄັນວຽກງານຕິດຕາມ, ເກັບກໍາສະພາບແນວ ຄິດ-ຫາງສຽງສັງຄົມໃນໄລຍະໃໝ່, ຕອບສະໜອງງົບປະມານຢ່າງເໝາະສົມໃນການຈັດຕັ້ງຝຶກອົບຮົມໃຫ້ຕາ ໜ່າງເພື່ອນຮ່ວມງານ, ສ້າງເງື່ອນໄຂອໍານວຍຄວາມສະດວກໃນການເຄື່ອນໄຫວວຽກງານດັ່ງກ່າວໃຫ້ມີຄວາມຄ່ອງຕົວ ແລະ ເປັນປົກກະຕິ.

2. ເພີ່ມທະວີການສຶກສາອົບຮົມນໍາພາແນວຄິດໃຫ້ພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນທີ່ຢູ່ໃນຂົງເຂດຄວາມຮັບຜິດຊອບຂອງຕົນ ມີຄວາມ ຮັບຮູ້, ເຂົ້າໃຈເລິກເຊິ່ງກ່ຽວກັບສະພາບທີ່ເກີດຂຶ້ນ ແລະ ເປັນເອກະພາບສູງ ກັບວິທີການມາດຕະການແກ້ໄຂຕໍ່ກັບຄວາມຫຍຸ້ງທາງດ້ານເສດຖະກິດໃນປັດຈຸບັນຂອງຂັ້ນເທິງ, ມີສະຕິຕື່ນຕົວເປັນເຈົ້າການປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

3. ເອົາໃຈໃສ່ຕິດຕາມ, ເກັບກຳ, ວິເຄາະວິໄຈສະພາບແນວຄິດ-ຫາງສຽງສັງຄົມ ທີ່ມີຕໍ່ການນຳ ພາຂອງພັກ ແລະ ການຄຸ້ມຄອງຂອງລັດໃຫ້ເລິກເຊິ່ງ, ເພີ່ມຄວາມແຫຼມຄົມໃນການອະທິບາຍ-ຕອບແກ້ບັນຫາ ຕ່າງໆທີ່ສັງຄົມມີຄວາມສົນໃຈ, ເປັນຫ່ວງເປັນໄຍໃຫ້ທ່ວງທັນກັບສະພາບການ.

4. ເອົາໃຈໃສ່ການຕິດຕາມ, ເກັບກຳສະພາບການທີ່ພົ້ນເດັ່ນຢູ່ພາຍໃນ ກໍຄືຂອງຕ່າງປະເທດ ພ້ອມທັງ ເປັນເຈົ້າການຄົ້ນຄວ້າ, ວິເຄາະ, ວິໄຈ ສາເຫດຂອງບັນຫາ ແລະ ທ່າອ່ຽງການຜັນແປຂອງສະຖານະການໃນຕໍ່ໜ້າ ລາຍງານໃຫ້ຄະນະພັກ, ຄະນະໂຄສະນາອົບຮົມສູນກາງພັກໃຫ້ທ່ວງທັນກັບສະພາບການ.

5. ຄົ້ນຄ້ວາ, ປັບປຸງດ້ານເນື້ອໃນການສຶກສາອົບຮົມໃຫ້ແກ່ເປົ້າໝາຍຕ່າງໆ ໂດຍສະເພາະແມ່ນພະນັກງານ ທີ່ເຮັດວຽກງານຕິດຕາມ, ເກັບກຳຫາງສຽງສັງຄົມໃຫ້ແທດເໝາະກັບລະດັບຄວາມຮູ້, ຄວາມສາມາດ ແລະ ສະພາບເງື່ອນໄຂໃນແຕ່ລະໄລຍະ.

6. ປັບປຸງການຈັດຕັ້ງ ແລະ ການເຄື່ອນໄຫວຂອງການຈັດຕັ້ງທີ່ມີແລ້ວ ແລະ ສ້າງຕັ້ງຕາຫນ່າງເພື່ອນ ຮ່ວມງານ ຫຼື ເຄືອຂ່າຍໃນການຕິດຕາມ, ເກັບກໍາ ທັງອະທິບາຍ ແລະ ຕອບແກ້ຫາງສຽງສັງຄົມໃຫ້ກວ້າງ ຂວາງທົ່ວເຖິງໃນທຸກຂະແໜງການຂອງທ້ອງຖິ່ນ.

7. ເປີດກວ້າງການພົວພັນຮ່ວມມືກັບບັນດາປະເທດເພື່ອນມິດຍຸດທະສາດ ເພື່ອຖອດຖອນບົດຮຽນໃນການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານດັ່ງກ່າວ ໂດຍມີການເລືອກເຟັ້ນໃຫ້ສອດຄ່ອງກັບຈຸດພິເສດແລະ ສະພາບຄວາມເປັນຈິງຂອງປະເທດເຮົາ.

    ໃນໂອກາດດັ່ງກ່າວ ສະຫາຍຮອງຫົວໜ້າ ຄອສພ ຍັງໄດ້ມອບປຶ້ມກ່ຽວກັບປີສາມັກຄີລາວ-ຫວຽດນາມ 2022 ຈໍານວນໜຶ່ງໃຫ້ສະຫາຍເຈົ້າແຂວງ ແລະ ມອບອຸປະກອນຮັບໃຊ້ວຽກງານວິຊາສະເພາະ ກໍຄືເຄື່ອງກີລາຈໍານວນໜຶ່ງ ໃຫ້ຄະນະໂຄສະນາອົບຮົມແຂວງ, ນອກຈາກນັ້ນ ສະຫາຍຮອງຫົວໜ້າ ຄອສພ ຍັງໄດ້ລົງໄປຢ້ຽມຢາມເຂດເສດຖະກິດພິເສດສາມຫຼ່ຽມຄໍາ ເມືອງຕົ້ນເຜິ້ງ. ພາຍຫຼັງສຳເລັດການເຄື່ອນໄຫວວຽກງານ ຢູ່ແຂວງບໍ່ແກ້ວ ສະຫາຍຮອງຫົວໜ້າ ຄອສພ ພ້ອມດ້ວຍຄະນະ ຈະໄດ້ເດີນທາງໄປເຮັດວຽກຢູ່ແຂວງຫຼວງນໍ້າທາ ຈົນເຖິງວັນທີ 3 ທັນວາ 2022 ຈຶ່ງກັບຄືນນະຄອນຫຼວງວຽງຈັນ. ( ຂ່າວ-ພາບ: ມີໄຊ)