ພິທີປາຖະກະຖາວັນກໍາມະກອນສາກົນ ຄົບຮອບ 140ປີ (1 ພຶດສະພາ 1886 -1 ພຶດສະພາ 2026)


ໃນຕອນບ່າຍຂອງ ວັນທີ 29 ເມສາ 2026 ສະຫະພັນກໍາມະບານ ຄະນະໂຄສະນາອົບຮົມສູນກາງພັກ ຈັດພິທີປາຖະກະຖາວັນກໍາມະກອນສາ ກົນ ຄົບຮອບ 140ປີ (1 ພຶດສະພາ 1886 -1 ພຶດສະພາ 2026) ຂຶ້ນທີ່ ຫ້ອງປະຊຸມໃຫຍ່ ຄອສພ ໃຫ້ກຽດເປັນປະທານ ແລະ ປາຖະກະຖາໂດຍ ທ່ານ ສາຄອນ ພົມມະລາດ ກຳມະການພັກ ຮອງຫົວຫນ້າຄະນະໂຄສະນາອົບຮົມສູນກາງພັກ, ເຂົ້າຮ່ວມມີ: ຄະນະພັກ, ຫົວໜ້າກົມ, ທຽບເທົ່າກົມ, ຄະນະບໍລິຫານງານສະຫະພັນກໍາມະບານ ຄອສພ, ກໍາມະບານຮາກຖານບັນດາກົມ, ທຽບເທົ່າກົມ ແລະ ສະມາຊິກກໍາມະບານ ທີ່ຂຶ້ນກັບ ຄອສພ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ທ່ານ ສາຄອນ ພົມມະລາດ ກໍາມະການພັກ ຮອງຫົວຫນ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ຍົກໃຫ້ເຫັນເຖິງປະຫວັດຄວາມເປັນມາ, ຕົ້ນກໍາເນີດການເຕີບໃຫຍ່ຂະຫຍາຍຕົວຂອງ ຊົນຊັ້ນກຳມະກອນໃນແຕ່ລະໄລຍະ, ສິ່ງທ້າທາຍ, ຄວາມມຸ່ງມາດປາດຖະໜາຂອງ ກໍາມະກອນສາກົນ ແລະ ກໍາມະກອນລາວໃນໄລຍະໃໝ່ ລວມເຖິງບັນດາຜົນງານ, ມູນເຊື້ອຄຸນງາມຄວາມດີຂອງ ກຳມະກອນສາກົນ ກໍຄືຂະບວນການກຳມະກອນລາວ ທີ່ໄດ້ຕັ້ງໜ້າປະກອບສ່ວນເຂົ້າໃນພາລະກິດຕໍ່ສູ້ ແລະ ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນເມື່ອກ່ອນຈົນເຖິງປັດຈຸບັນ; ພ້ອມນັ້ນທ່ານຍັງຍົກໃຫ້ເຫັນເຖີງຂະບວນການເຄື່ອນໄຫວ ຂອງກໍາມະກອນສາກົນ ທີ່ຕໍ່ສູ້ກັບນາຍທຶນເພື່ອໃຫ້ຫລຸດຊົ່ວໂມງເຮັດວຽກຈາກມື້ໜຶ່ງ 14-15 ຊົ່ວໂມງໃນເມື່ອກ່ອນໃຫ້ຍັງເຫລືອ 8 ຊົ່ວໂມງຕໍ່ມື້ຈົນເຖິງປັດຈຸບັນ ເຊິ່ງຕໍ່ໜ້າສະພາບການຄືແນວນັ້ນ, ໃນວັນທີ 14 ກໍລະກົດ ປີ 1889, ກອງປະຊຸມພັກກອມມູນິດສາກົນຄັ້ງທີ II ໄດ້ໄຂຂຶ້ນຢູ່ທີ່ນະຄອນຫຼວງປາຣີ, ປະເທດຝຣັ່ງ), ມີຜູ້ແທນເຂົ້າ ຮ່ວມກອງປະຊຸມທັງໝົດ 393 ຄົນ ຊຶ່ງແມ່ນຜູ້ແທນມາຈາກ 22 ປະເທດ ເອີລົບ, ອາເມລິກາ ແລະ ອາກຊັງຕິງ. ທີ່ປະຊຸມໄດ້ຜ່ານໂຄງການດຳເນີນງານສຳຄັນຄື: ຊົນຊັ້ນກຳມະກອນສາມັກຄີຕໍ່ສູ້ເພື່ອປະຕິບັດຄຳຂວັນ “ມື້ໜຶ່ງເຮັດວຽກ 8 ຊົ່ວໂມງ ແລະ ກຳນົດເອົາວັນທີ 1 ພຶດສະພາ 1886 ເປັນວັນກຳມະກອນ ສາກົນ” ຊຶ່ງແຕ່ນັ້ນມາ “ວັນທີ 1 ເດືອນ ພຶດສະພາ ຂອງທຸກໆປີ ຈຶ່ງໄດ້ກາຍເປັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ”.
ສະເພາະຢູ່ ສປປ ລາວ ໃນທຸກໆປີ, ຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານລາວ ກໍໄດ້ຈັດຕັ້ງງານໂຮມຊຸມນຸມໃຫຍ່ເພື່ອລະນຶກເຖິງມູນເຊື້ອສາມັກຄີ ຕໍ່ສູ້ຂອງຊົນຊັ້ນກຳມະກອນ ເພື່ອເປັນການປົກປ້ອງສິດ ແລະ ຜົນປະໂຫຍດອັບຊອບທຳ ຂອງກຳມະກອນ ແລະ ຊາວຜູ້ອອກແຮງ ງານ, ທັງເປັນການປົກປັກຮັກສາສັນຕິພາບໂລກ ເປັນຂີດໝາຍອັນສຳຄັນຂອງຊົນຊັ້ນກຳມະກອນ.

ໃນຕອນທ້າຍພິທີ ທ່ານ ວັນລາຕີ ຄໍາວານວົງສາ ຜູ້ອໍານວຍການໂທລະພາບແຫ່ງຊາດລາວ ປະທານສະຫະພັນກໍາມະບານ ຄອສພ ໄດ້ມີຄໍາເຫັນ ແລະ ຮຽກຮ້ອງມາຍັງກໍາມະກອນ ກໍຄື ກໍາມະບານລາວ ໂດຍສະເພາະແມ່ນສະມາຊິກສະຫະພັນກໍາມະບານ ຄອສພ ພ້ອມກັນສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມ ຂອງກໍາມະກອນເຂົ້າໃນການດໍາລົງຊີວິດ ຂອງຕົນໃຫ້ແທດເໝາະກັບເງື່ອນໄຂໃໝ່, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນ ເອງ, ຢຶດໝັ້ນທັດສະນະຊົນຊັ້ນກໍາມະກອນຢ່າງຈະແຈ້ງ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມ ຂອງກໍາມະກອນ ເຂົ້າໃນການປະຕິບັດໜ້າທີ່ວຽກງານ ທີ່ໄດ້ຮັບການມອບໝາຍ ຕິດພັນກັບການເຕີບໃຫຍ່ຂະຫຍາຍຕົວຂອງຂະບວນການກຳມະກອນລາວ, ແນໃສ່ປຸກລະດົມ ແລະ ສ້າງຈິດສຳນຶກໃຫ້ສະມາຊິກກຳມະບານ, ກໍາມະກອນ ແລະ ຊາວຜູ້ອອກແຮງງານລາວໃຫ້ມີຄວາມບຸກບືນ, ຫ້າວຫັນປະຕິບັດລະບຽບໃນການອອກແຮງງານ, ຕັ້ງໜ້າປະກອບສ່ວນໃນການເຄື່ອນໄຫວວຽກງານກຳມະບານ ທັງເປັນການປຸກລະດົມສ້າງຂະບວນການແຂ່ງຂັນໃນການປະຕິບັດໜ້າ ທີ່ວິຊາສະເພາະ, ປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າຂອງສະຫະພັນກຳມະບານລາວ ຕິດພັນກັບຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາໃຫ້ເປັນຂະບວນ ການຟົດພື້ນກວ້າງຂວາງ, ພ້ອມກັນສືບທອດພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.