ອົບຮົມວຽກງານ 3 ສ້າງ ໃຫ້ແກ່ເລຂາໜ່ວຍພັກບ້ານ ແລະ ພະນັກງານຫຼັກແຫຼ່ງທົ່ວເມືອງທ່າໂທມ ແຂວງໄຊສົມບູນ

ອົບຮົມວຽກງານ 3 ສ້າງ ໃຫ້ແກ່ເລຂາໜ່ວຍພັກບ້ານ

ແລະ ພະນັກງານຫຼັກແຫຼ່ງທົ່ວເມືອງທ່າໂທມ ແຂວງໄຊສົມບູນ

ໃນວັນທີ 1-3 ກຸມພາ 2024 ຄະນະໂຄສະນາອົບຮົມສູນກາງພັກ ແລະ ຄະນະໂຄສະນາອົບຮົມແຂວງໄຊສົມບູນໄດ້ລົງສົມທົບຄະນະໂຄສະນາອົບຮົມເມືອງທ່າໂທມ ຈັດຕັ້ງຊຸດອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ແລະ ການສ້າງບ້ານພັດທະນາ​ໃຫ້ແກ່ເລຂາໜ່ວຍພັກບ້ານ, ນາຍບ້ານ 26 ບ້ານ ແລະ ພະນັກງານຫຼັກແຫຼ່ງລົງກໍ່ສ້າງຮາກຖານການເມືອງ ຂອງເມືອງທ່າໂທມ​ ແຂວງໄຊສົມບູນ. ໃຫ້ກຽດເປັນປະທານ ແລະ ກ່າວເປີດໂດຍສະຫາຍ ສຸກສະເຫຼີມ ສົມມະນີ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ ເມືອງທ່າໂທມ.

ຊຸດອົບຮົມຄັ້ງນີ້ມີຜູ້ເຂົ້າຮ່ວມທັງໝົດ 50 ຄົນ, ຍິງ 11 ຄົນ ຊຶ່ງມາຈາກ 26 ບ້ານ ແລະ ພະນັກງານຫຼັກແຫຼ່ງລົງກໍ່ສ້າງຮາກຖານການເມືອງ 29 ສະຫາຍ, ຍິງ 8 ສະຫາຍ; ເລຂາຄະນະພັກບ້ານ 21, ຍິງ 3 ສະຫາຍ ຊຶ່ງໃນນັ້ນ ມີສະມາຊິກພັກທັງໝົດ 50 ສະຫາຍ, ຍິງ 11 ສະຫາຍ; ເນື້ອ​ໃນ​​ເອກະສານອົບຮົມປະກອບມີ 6 ບົດ ຄື: ບົດທີ 1: ຊາດລາວ, ຄົນລາວ ແລະ ມູນເຊື້ອອັນສະຫງ່າລາສີຂອງປະຊາຊົນລາວ, ບົດທີ 2: ລະບົບການເມືອງ ແລະ ການປົກຄອງ ຢູ່ ສປປ ລາວ, ບົດທີ 3: ຍົກສູງຄວາມສາມາດນໍາພາຂອງໜ່ວຍພັກບ້ານ, ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ບົດທີ 4: ການສ້າງບ້ານພັດທະນາ, ບົດທີ 5: ການແກ້ໄຂຄວາມທຸກຍາກ ດ້ວຍການຜະລິດເປັນສິນຄ້າ ແລະ ບົດທີ 6: ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ.

ຜ່ານການຈັດຕັ້ງອົບຮົມແມ່ນສຳເລັດຕາມຈຸດປະສົງ-ລະດັບຄາດໝາຍ, ຜູ້ເຂົ້າອົບຮົມລ້ວນແຕ່ແມ່ນຜູ້ທີ່ເປັນຫຼັກ ແຫຼ່ງສໍາຄັນຂອງແຕ່ລະບ້ານ; ຜູ້ບັນຍາຍເອກະສານສ່ວນຫຼາຍຜູ້ທີ່ມີບົດບາດ ແລະ ປະສົບການ ຊຶ່ງສາມາດອະທິບາຍ, ຊີ້ແຈງ ແລະ ສົມທຽບລະຫວ່າງທິດສະດີກັບພຶດຕິກຳຕົວຈິງໄດ້ຢ່າງກວ້າງຂວາງ, ເລິກເຊິ່ງ ເຮັດໃຫ້ຜູ້ເຂົ້າອົບຮົມເຂົ້າໃຈເນື້ອໃນເອກະສານເປັນຢ່າງດີ ແລະ ຜູ້ອົບຮົມມີຄວາມຫ້າວຫັນ, ຕັ້ງໃຈເຂົ້າຮ່ວມອົບຮົມ ແລະ ມີການແລກປ່ຽນຄຳເຫັນກັບຜູ້ບັນຍາຍເອກະສານມີບັນຍາກາດຢ່າງຟົດຟື້ນ.

ໃນຕອນທ້າຍຂອງການຝຶກອົບຮົມ ແມ່ນໄດ້ມີພິທີມອບໃບຢັ້ງຢືນໃຫ້ຜູ້ເຂົາຮ່ວມອົບຮົມ ຊຶ່ງໃຫ້ກຽດມອບໂດຍ ສະຫາຍ ຄົວຈັ້ງ ດຣາເຊັ້ງ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມເເຂວງໄຊສົມບູນ ແລະ ໃຫ້ກຽດໂອ້ລົມ ພ້ອມທັງກ່າວປິດຊຸດຝຶກອົບຮົມດັ່ງກ່າວໂດຍ ສະຫາຍ  ຄໍາເປິ້ນ ໄຂຄໍາໝັ້ນ ຮອງເລຂາພັກເມືອງ ຮອງເຈົ້າເມືອງ ເມືອງທ່າໂທມ.

ໂດຍ: ສີ​ວອນ ຈັນ​ສຸລີ