ຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ແລະ ການສ້າງບ້ານພັດທະນາ ຢູ່ເມືອງຊະນະສົມບູນ ແຂວງຈໍາປາສັກ

ຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ

ແລະ ການສ້າງບ້ານພັດທະນາ ຢູ່ເມືອງຊະນະສົມບູນ ແຂວງຈໍາປາສັກ

    ໃນຕອນເຊົ້າຂອງວັນທີ 9 ມັງກອນ 2024 ໄດ້ຈັດພິທີເປີດຊຸດອົບຮົມ ຄວາມຮູ້ພື້ນຖານການເມືອງ-ການປົກຄອງ, ການສ້າງບ້ານພັດທະນາ ແລະ ອົບຮົມປະຊາຊົນລຽບຕາມຊາຍເເດນ ຂຶ້ນຢູ່ສະໂມສອນຫ້ອງການສຶກສາທິການ ແລະ ກິລາເມືອງຊະນະສົມບູນ ແຂວງຈໍາປາສັກ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ສອນສະຫວັນ ສີວິໄລ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງຊະນະສົມບູນ, ມີສະຫາຍ ລີຈາວ ໄຊເຍ່ຍຊ່າງ ຮອງຫົວໜ້າກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍ ບຸນປັນ ມະຫາລາດ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງຈໍາປາສັກ ມີພະນັກງານຈາກຄະນະໂຄສະນາອົບຮົມສູນກາງພັກ, ຄະນະໂຄສະນາອົບຮົມເເຂວງ, ເມືອງ ແລະ ສໍາມະນາກອນມາຈາກຄະນະພັກຮາກຖານກຸ່ມບ້ານ, ໜ່ວຍພັກບ້ານ, ພະນັກງານຊ່ວຍວຽກຂັ້ນບ້ານເຂົ້າຮ່ວມ.

    ການຝຶກອົບຮົມຄັ້ງນີ້ໄດ້ດໍາເນີນ 2 ວັນເຕັມ ແຕ່ວັນທີ 9-10 ມັງກອນ 2024 ຊຶ່ງມີສໍາມະນາກອນເຂົ້າຮ່ວມທັງໝົດ 40 ສະຫາຍ, ຍິງ 2 ສະຫາຍ ໃນນັ້ນ, ມີເລຂາຄະນະພັກຮາກຖານ 3 ສະຫາຍ, ເລຂາໜ່ວຍພັກ 6 ສະຫາຍ, ຮອງນາຍບ້ານ 20 ສະຫາຍ, ຍິງ 2 ສະຫາຍ, ແນວໂຮມບ້ານ 3 ສະຫາຍ, ປກຊ 2 ສະຫາຍ ແລະ ປກສ 6 ສະຫາຍ. ຊຸດອົບຮົມດັ່ງກ່າວໄດ້ນໍາໃຊ້ເອກະສານອົບຮົມຄວາມຮູ້ພື້ນຖານການເມືອງ-ການປົກຄອງ ແລະ ການສ້າງບ້ານພັດທະນາ ຊຶ່ງປະກອບມີ 5 ບົດ ແລະ ເອກະສານອົບຮົມປະຊາຊົນລຽບຕາມຊາຍເເດນ ມີ 2 ບົດ. ໃນການຝຶກອົບຮົມຄັ້ງນີ້ໄດ້ເຮັດໃຫ້ສໍາມະນາກອນ ຮັບຮູ້, ເຂົ້າໃຈ ກ່ຽວກັບຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ແລະ ການສ້າງບ້ານພັດທະນາ; ການເສີມຂະຫຍາຍມູນເຊື້ອຂອງຊາດ, ຍົກສູງຄວາມສາມາດນໍາພາ ຂອງໜ່ວຍພັກບ້ານ, ການສ້າງບ້ານເປັນຫົວໜ່ວຍພັດທະນາ ແລະ ການເເກ້ໄຂຄວາມທຸກຍາກ ເພື່ອໃຫ້ສະມາຊິກພັກ, ພະນັກງານ ແລະ ປະຊາຊົນບັນດາເຜົ່າຢູ່ຮາກຖານບ້ານມີຄວາມເຂົ້າໃຈຕໍ່ແນວທາງແຜນນະໂຍບາຍຂອງພັກຢ່າງຖືກຕ້ອງ; ເຮັດໃຫ້ອົງການປົກຄອງບ້ານມີຄວາມເຂັ້ມແຂງ, ໜັກແໜ້ນ ສາມາດນໍາພາເເກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ບັນລຸຕາມຄາດໝາຍທີ່ພັກເຮົາວາງອອກ.

    ພາຍຫຼັງສໍາເລັດການຝຶກອົບຮົມ ສະຫາຍ ປອ ສຸປານີ ສິລິປຸນໂຍ ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ກໍໄດ້ມອບໃບຢັ້ງຢືນໃຫ້ເເກ່ສໍາມະນາກອນ ພ້ອມທັງໂອ້ລົມຕໍ່ຊຸດຝຶກອົບຮົມ ໂດຍໄດ້ເນັ້ນໜັກກ່ຽວກັບເນື້ອໃນຈິດໃຈການສ້າງບ້ານພັດທະນາຕາມ 4 ເນື້ອໃນ 4 ຄາດໝາຍ, ໃຫ້ເອົາໃຈໃສ່ຍົກສູງສະຕິລະວັງຕົວຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິຂອງກຸ່ມຄົນບໍ່ຫວັງດີຢູ່ລຽບຕາມຊາຍເເດນ ແລະ ສຶກສາອົບຮົມປະຊາຊົນ ໃຫ້ຮັກສາຄວາມເປັນລະບຽບຮຽບຮ້ອຍ, ມີຄວາມສະຫງົບສຸກ ແລະ ຖືວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ໃຫ້ເປັນໜ້າທີ່ຂອງໝົດທຸກຄົນພາຍໃນບ້ານ.

+ ພາບ-ຂ່າວ: ທອງໄຊ ຈັນທະຄໍາ