ສໍາເລັດການຝຶກອົບຮົມການເມືອງ-ແນວຄິດໃຫ້ຄູ-ອາຈານສອນວິຊາສັງຄົມ-ການເມືອງຢູ່ເມືອງຄໍາ ແຂວງຊຽງຂວາງ

ສໍາເລັດການຝຶກອົບຮົມການເມືອງ-ແນວຄິດໃຫ້ຄູ-ອາຈານສອນວິຊາສັງຄົມ-ການເມືອງຢູ່ເມືອງຄໍາ ແຂວງຊຽງຂວາງ

    ວັນທີ 13 ຫາ 15 ມີນາ 2024 ຜ່ານມາ ຢູ່ທີ່ຫ້ອງປະຊຸມຊັ້ນ2 ຂອງສໍານັກງານປົກຄອງເມືອງຄໍາ ແຂວງຊຽງຂວາງ; ກົມອົບຮົມ, ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບ ຄະນະໂຄສະນາອົບຮົມແຂວງຊຽງຂວາງ, ຫ້ອງການໂຄສະນາອົບຮົມເມືອງຄໍາ ໄດ້ຈັດຊຸດຝຶກອົບຮົມ ໃຫ້ຄູ-ອາຈານສອນວິຊາສັງຄົມ-ການເມືອງພາຍໃນເມືອງຄໍາ ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ຄໍາຟອງ ໄຊຍະແສງ ຮອງເລຂາພັກເມືອງ ຮອງເຈົ້າເມືອງໆຄໍາ ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ມີ ທ່ານ ນາງ ສຸກສະຫວັນ ອິນຄະວິໄລ ຮອງຫົວໜ້າກົມອົບຮົມ, ຄະນະໂຄສະນາອົບຮົມສູນກາງພັກ ແລະ ທ່ານ ຈັນທະບູນ ແພງສົມພູ ຮອງຫົວໜ້າຄະນະໂຄສະນາແຂວງຊຽງຂວາງ ພ້ອມດ້ວຍພະນັກງານ, ຄູ-ອາຈານ ເຂົ້າຮ່ວມ.

    ການຝຶກອົບຮົມໃນຄັ້ງນີ້ ໂດຍປະຕິບັດຕາມຂໍ້ຕົກລົງຂອງຄະນະໂຄສະນາອົບຮົມສູນກາງພັກ ວ່າດ້ວຍການຈັດຊຸດຝຶກອົບທິດສະດີແນວທາງ ໃຫ້ຄູ-ອາຈານສອນວິຊາສັງຄົມ-ການເມືອງ ຢູ່ເມືອງຄໍາ ແຂວງຊຽງຂວາງ ເຊິ່ງໄດ້ດໍາເນີນມາເປັນເວລາ 3 ວັນ, ມີນັກສໍາມະນາກອນເຂົ້າຮ່ວມທັງໝົດຈໍານວນ 40 ຄົນ, ຍິງ 9 ຄົນ. ໃນນັ້ນມີຂັ້ນອໍານວຍການໂຮງຮຽນ 18 ຄົນ, ຍິງ 5 ຄົນ, ຮອງອໍານວຍການ 6 ຄົນ, ຍິງ 1 ຄົນ, ວິຊາການ 3 ຄົນ, ຍິງ 1 ຄົນ ມາຈາກຫ້ອງການສຶກສາທິການ ແລະ ກິລາເມືອງ.

 

    ສໍາລັບເນື້ອໃນເອກະສານທີ່ນໍາໃຊ້ຝຶກອົບຮົມໃນຄັ້ງນີ້ ແມ່ນປະກອບມີ 6 ບົດຄື: 1. ຄວາມຮູ້ພື້ນຖານກ່ຽວກັບລັດທິມາກ-ເລນິນ, 2. ເສີມຂະຫຍາຍມູນເຊື້ອຂອງຊາດລາວ, 3. ສ້າງ ແລະ ບູລະນະລະບອບປະຊາທິປະໄຕປະຊາຊົນ ຕາມທິດສັງຄົມນິຍົມ, 4. ແນວທາງນະໂຍບາຍຂອງສຶກສາຂອງພັກ-ລັດເຮົາ, 5. ການພັດທະນາເສດຖະກິດຕິດພັນກັບການພັດທະນາວັດທະນະທໍາ-ສັງ ຄົມ ແລະ ສິ່ງແວດລ້ອມ, 6. ຈັນຍາບັນຂອງຄູ. ໃນນັ້ນ, ຜູ້ຮັບຜິດຊອບບັນຍາຍເອກະສານ ແຕ່ລະທ່ານ ລ້ວນແຕ່ມີປະສົບການ ສາມາດຊີ້ແຈງອະທິບາຍເນື້ອໃນຈິດໃຈຂອງເອກະສານຢ່າງຄົບຖ້ວນ, ຊັດເຈັນ ພ້ອມມີການສົມທຽບລະຫວ່າງທິດສະດີກັບພຶດຕິກໍາ ໃຫ້ແທດກັບສະພາບຄວາມເປັນຈິງ ເຮັດໃຫ້ຜູ້ເຂົ້າຮ່ວມຝຶກອົບຮົມໃນຄັ້ງນີ້ ໄດ້ຮັບຄວາມຮັບຮູ້, ເຂົ້າໃຈຫຼາຍຂຶ້ນກວ່າເກົ່າ ພາຍຫຼັງສຳເລັດການຝຶກອົບຮົມແລ້ວກໍມີພິທີມອບໃບຢັ້ງຢືນ ໃຫ້ກຽດມອບໃບຢັ້ງຢືນໂດຍ ທ່ານ ຈັນທະບູນ ແພງສົມພູ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງຊຽງຂວາງເປັນຜູ້ມອບ.

    ໃນພິທີປິດຊຸດຝຶກອົບຮົມ ທ່ານ ຄໍາຟອງ ໄຊຍະແສງ ຮອງເລຂາພັກເມືອງ ຮອງເຈົ້າເມືອງໆຄໍາ ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ ໄດ້ມີຄໍາເຫັນໂອ້ລົມວ່າ: ການເປີດຊຸດຝຶກອົບທິດສະດີແນວທາງໃຫ້ແກ່ຄູ-ອາຈານສອນວິຊາສັງຄົມ-ການເມືອງໃນຄັ້ງນີ້ ລ້ວນແຕ່ແມ່ນຄູອາຈານສອນສາຍສັງຄົມ ທີ່ຖືກຄັດເລືອກມາຈາກບັນດາໂຮງຮຽນອອ້ມຂ້າງເມືອງຄໍາ ແລະ ກໍເປັນຄັ້ງທໍາອິດທີ່ໄດ້ເປີດການຝຶກອົບຮົມຫຼັກສູດດັ່ງກ່າວ ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ຍິ່ງຈໍາເປັນຕ້ອງມີຖັນແຖວຄູ-ອາຈານສອນ ທີ່ມີຄວາມຮູ້, ຄວາມສາມາດ, ຄຸນສົມ ບັດ, ມີຫຼັກໝັ້ນການເມືອງໜັກແໜ້ນ, ມີຄວາມຈົ່ງຮັງພັກດີຕໍ່ປະເທດຊາດ ສໍາລັບນັກສໍາມະນາກອນ ທີ່ໄດ້ຮັບໃບຢັ້ງຢຶນໄປແລ້ວນັ້ນ ສະແດງເຖິງຄວາມເອົາໃຈໃສ່ບຸກບືນສູ້ຊົນໃນການຄົ້ນຄວ້າຮ່ຳຮຽນມີທັດສະນະໃນການສອນດີ-ສອນເກັ່ງ ເປັນແບບຢ່າງທີ່ດີໃນການສິດສອນ, ກ້າຄິດ, ກ້າເຮັດ ແລະ ກ້າຮັບຜິດຊອບໃນການປະຕິບັດໜ້າທີ່ການເມືອງຂອງຕົນ. ການຝຶກອົບຮົມໃນຄັ້ງນີ້ ເຖິງວ່າຈະໃຊ້ເວລາສັ້ນ ແຕ່ນັກສໍາມະນາກອນສ່ວນຫຼາຍແມ່ນມີຄວາມສະດຸ້ງໄວ, ມີຄວາມສົນໃຈ, ມີຄວາມຫ້າວຫັ້ນແລກປ່ຽນຄວາມຄິດຄວາມເຫັນຢ່າງເປັນຂະບວນຟົດຟື້ນ ແລະ ມີບັນຍາກາດດີ, ໄດ້ຮັບຄວາມຮູ້ໄໝ່ໆຫຼາຍໆດ້ານ. ດັ່ງນັ້ນ, ຈຶ່ງຮຽກຮ້ອງໃຫ້ບັນດາສະຫາຍ ສືບຕໍ່ຄົ້ນຄວ້າຮໍໍ່າຮຽນ, ນໍາເອົາບົດຮຽນທີ່ໄດ້ຮຽນມາ ໄປໝູນໃຊ້ໃຫ້ຖືກຕ້ອງ, ສອດຄ່ອງກັບຈຸດພິເສດຂອງແຕ່ລະໂຮງຮຽນ ແລະ ໜ້າທີ່ຄວາມຮັບຜິດຊອບຂອງຕົນ ໃຫ້ເປັນຮູບປະທໍາ.

ຂ່າວ-ພາບ: ສ.ນາກກາລະສິນ