ແຂວງຫຼວງນໍ້າທາ ເປີດຊຸດຝຶກອົບຮົມ ວຽກງານໂຄສະນາປາຖະກະຖາປະຈໍາປີ 2026

ເພື່ອເຮັດໃຫ້ພະນັກງານຫຼັກແຫຼ່ງ ພາຍໃນແຂວງຫຼວງນໍ້າທາ ໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ກັບວຽກງານໂຄ ສະນາປາຖະກະຖາ ແນ່ໃສ່ຍົກສູງຄວາມຮູ້ຄວາມສາມາດ ໃນການເຮັດວຽກງານໂຄສະນາປາຖະກະຖາ ໃຫ້ມີບາດກ້າວຫັນປ່ຽນໄປສູ່ຄຸນນະພາບໃໝ່ ໃນການເປັນເສນາທິການ ໃຫ້ແກ່ຄະນະພັກຂັ້ນຂອງຕົນ ໃຫ້ນັບມື້ນັບສູງຂຶ້ນເລື້ອຍໆ.

ໃນຕອນເຊົ້າຂອງວັນທີ 25 ສິງຫາ 2026 ຢູ່ທີ່ຫ້ອງປະຊຸມຊັ້ນ 3  ຂອງສໍານັກງານປົກຄອງແຂວງຫຼວງນໍ້າທາ ໄດ້ຈັດຊຸດຝຶກອົບຮົມວຽກງານໂຄສະນາປາຖະກະຖາ ປະຈໍາປີ 2026 ຂຶ້ນ, ໃຫ້ກຽດເປັນປະທານຮ່ວມ ໃນຄັ້ງນີ້ ໂດຍ ສະຫາຍ ອ່ອນຈັນ ຄໍາພາວົງ ຄະນະປະຈໍາພັກແຂວງ, ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ສະຫາຍ ບົວໄລ ພານຸວົງ ກໍາມະການພັກ, ຫົວໜ້າກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາ ສະຫາຍ ນັກຝຶກອົບຮົມ 50 ສະຫາຍ, ຍິງ 11 ສະຫາຍ ເຂົ້າຮ່ວມ.

 

ໃນພິທີ ສະຫາຍ ສິງໄຊ ວັນຄໍາ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງຫຼວງນໍ້າທາ ໄດ້ໃຫ້ກຽດກ່າວເປີດຊຸດຝຶກອົບຮົມຢ່າງເປັນທາງການ. ໃນໂອກາດດັ່ງກ່າວນີ້ ສະຫາຍ ອ່ອນຈັນ ຄໍາພາວົງ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ ໄດ້ໃຫ້ທິດຊີ້ນໍາ ເຊິ່ງສະຫາຍໄດ້ກ່າວວ່າ: ການຝຶກອົບຮົມໃນຄັ້ງນີ້ ແມ່ນມີຄວາມໝາຍສໍາຄັນຫຼາຍ ສໍາລັບພະນັກງານຜູ້ທີ່ເຮັດວຽກງານການເມືອງ-ແນວຄິດ ໂດຍສະເພາະ ແມ່ນພະນັກງານຫຼັກແຫຼ່ງຂອງແຂວງ ເຊິ່ງເປັນຜູ້ທີ່ຈະນໍາເອົາແນວທາງນະໂຍບາຍ, ມະຕິ, ຄໍາສັ່ງ ແລະ ລະບຽບການຕ່າງໆ ຂອງພັກ-ລັດ ໄປໂຄສະນາປາຖະກະຖາ ໃຫ້ປະຊາຊົນບັນດາເຜົ່າເຂົ້າໃຈຢ່າງເລິກເຊິ່ງ ທັງເປັນການຈັດຕັ້ງປະຕິບັດໜ້າທີ່ການເມືອງໃນໄລຍະໃໝ່ ຈໍາເປັນຕ້ອງໄດ້ຮັບການບໍາລຸງ ກ່ຽວກັບວຽກງານໂຄສະນາປະຖະກະຖາ; ສໍາລັບບົດຮຽນທີ່ນໍາມາຝຶກອົບຮົມໃນຄັ້ງນີ້ ມີຈໍານວນ 3 ບົດ ເຊິ່ງເປັນບົດຮຽນທີ່ສໍາຄັນ ໂດຍຈະເນັ້ນໃສ່ໃຫ້ຜູ້ຝຶກອົບຮົມ ໄດ້ຮຽນຮູ້ກ່ຽວກັບວິທີການ, ຫຼັກການຕ່າງໆ ຂອງວຽກງານໂຄສະນາປາຖະກະຖາ ເປັນຕົ້ນ ຄວາມຮູ້ພື້ນຖານກ່ຽວກັບວຽກງານໂຄສະນາ; ບົດບາດຄວາມສໍາຄັນຂອງນັກໂຄສະນາ,ນັກປາຖະກະຖາ; ທັກສະສິລະປະໃນການເວົ້າ, ການປາຖະກະຖາ ແລະ ຈະໄດ້ລົງເລິກປະຕິບັດຕົວຈິງ. ເຊິ່ງວິທະຍາກອນທີ່ມາຂຶ້ນຫ້ອງບັນຍາຍໃຫ້ຄວາມຮູ້ ແມ່ນມາຈາກຄະນະໂຄສະນາອົບຮົມແຂວງຫຼວງນໍ້າທາ ແລະ ກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ, ໃນໂອກາດດັ່ງກ່າວ ທ່ານ ອ່ອນຈັນ ຄໍາພາວົງ ຄະນະປະຈໍາພັກແຂວງ ຍັງໄດ້ຮຽກຮ້ອງໃຫ້ນັກຝຶກອົບຮົມ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບ ແລະ ເຂັ້ມງວດ ໃນການປະຕິບັດໂມງເວລາ ເພື່ອໃຫ້ການຮຽນປະສົບຜົນສໍາເລັດຕາມຈຸດປະສົງ ແລະ ຄາດໝາຍ ທີ່ວາງໄວ້.

ການຝຶກອົບຮົມໃນຄັ້ງນີ້ ຈະໄດ້ດໍາເນີນໄປເປັນເວລາ 3 ວັນ ນັບແຕ່ວັນທີ 25-27 ສິງຫາ 2026 ຈຶ່ງຈະປິດລົງ.