ຄະນະໂຄສະນາອົບຮົມສູນກາງພັກ ຈັດກິດຈະກຳປູກຕົ້ນໄມ້ຢູ່ສູນຝຶກອົບຮົມຄົບວົງຈອນຫຼັງໃໝ່ ຢູ່ດົງໝາກຄາຍ

ຄະນະໂຄສະນາອົບຮົມສູນກາງພັກ ຈັດກິດຈະກຳປູກຕົ້ນໄມ້ຢູ່ສູນຝຶກອົບຮົມຄົບວົງຈອນຫຼັງໃໝ່ ຢູ່ດົງໝາກຄາຍ

 ໃນຕອນເຊົ້າວັນທີ 29 ພຶດສະພາ 2020 ຄະນະໂຄສະນາອົບຮົມສູນກາງພັກໄດ້ຈັດກິດຈະກຳປູກຕົ້ນໄມ້ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດທີ່ສູນຝຶກອົບຮົມຄົບວົງຈອນຫຼັງໃໝ່(ບ້ານດົງໝາກຄາຍ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ) ໂດຍການເຂົ້າຮ່ວມຂອງທ່ານ ຄຳເຈນ ວົງໂພສີ ກຳມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມກັບຄະນະພັກ, ຄະນະກົມ, ສະມາຊິກ 3 ອົງການຈັດຕັ້ງມະຫາຊົນ ແລະ ພະນັກງານພາຍໃນ ຄອສພ.

ການຈັດກິດຈະກຳ​ຄັ້ງນີ້ຈຸດປະສົງ​ແມ່ນເພື່ອ​ເປັນການສະໜັບສະໜູນນະໂຍບາຍຂອງລັດຖະບານໃນການເພີ່ມເນື້ອທີ່ສີຂຽວໃຫ້ ສປປ ລາວເພື່ອເຮັດໃຫ້ພະນັກງານລັດຖະກອນຮູ້ປົກປັກຮັກສາ, ອານຸລັກ, ຮັກສາທຳມະຊາດ ແລະ ເປັນການປູກຈິດສຳນຶກໃຫ້ພວກເຮົາທຸກເອົາໃຈໃສ່ຮັກສາສິ່ງແວດລ້ອມ. ອີກດ້ານໜື່ງເປັນການສ້າງຂະບວນການຄຳນັບຊົມເຊີຍການກະກຽມກອງປະຊຸມໃຫຍ່ຂອງບັນດາກົມພາຍໃນ ຄອສພ ແລະ ກະກຽມທຸກເງື່ອນໄຂກ້າວເຂົ້າສູ່ກອງປະຊຸມໃຫ້ອົງຄະນະພັກ, ຄະນະໂຄສະນາອົບຮົມສູນກາງພັກໃນຕໍ່ໜ້າ