




ຂ່າວໃໝ່
ກົມຂໍ້ມູນຂ່າວສານ ພົບປະແລກປ່ຽນ ແລະ ສ້າງຂະບວນການຮ່ວມກັບສຳນັກຂ່າວສານປະເທດລາວ ເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ໜ່ວຍພັກ ຂອງຕົນ
ໃນວັນທີ 05 ທັນວາ 2025 ທ່ານ ສົມປະສົງ ພົງປະເສີດ ຫົວໜ້າກົມຂໍ້ມູນຂ່າວສານ ພ້ອມພະນັກງານກົມ ໄດ້ພົບປະແລກປ່ຽນ ແລະ ຖອດຖອນບົດຮຽນການເຄື່ອນໄຫວວຽກງານວິຊາສະເພາະ ທີ່ສຳນັກຂ່າວສານປະເທດລາວ ໂດຍໃຫ້ກຽດຕ້ອນຮັບ ຂອງທ່ານ ວັນນະສິນ ສິມມະວົງ ຜູ້ອຳນວຍການໃຫຍ່ສຳນັກຂ່າວສານປະເທດລາວ ພ້ອມດ້ວຍພະນັກງານ.
ຂ່າວສານ
ກອງປະຊຸມວຽກງານແນວຄິດທົ່ວປະເທດຄັ້ງທີ V

ປະທານ ໄກສອນ ພົມວິຫານ ເຄີຍເຕືອນວ່າ:
“ຜູ້ເຮັດວຽກການເມືອງ-ແນວຄິດ ຕ້ອງແມ່ນຜູ້ທີ່ໜັກແໜ້ນ-ບໍ່ອະນຸຍາດ ໃຫ້ຜູ້ບໍ່ກໍາແໜ້ນແນວທາງ ໄປເຜີຍແຜ່ແນວທາງ”
ພະນັກງານ ແລະ ນັກຮົບແນວຄິດທຸກຄົນ
ມີຄວາມຈຳເປັນຕ້ອງຮ່ຳຮຽນຄຸນສົມບັດສິນທຳປະຕິວັດຂອງ ປະທານໄກສອນ ພົມວິຫານ ເວົ້າລວມ -ເວົ້າສະເພາະ ຮ່ຳຮຽນເອົາແບບແຜນ ວິທີການໂຄສະນາສຶກສາອົບຮົມ ທີ່ປ່ຽມລົ້ນໄປດ້ວຍຫຼາຍຮູບຫຼາຍສີ ແລະ ມີພະລັງແຮງດຶງດູດຫົວໃຈຂອງພະນັກງານ,ທະຫານ ແລະ ປະຊາຊົນລາວທຸກຊັ້ນວັນນະ ແລະ ເຜົ່າຕ່າງໆ.
ປະທານ ໄກສອນ ພົມວິຫານ ໄດ້ເວົ້າວ່າ:
“ແຕ່ໃດໆມາພັກເຮົາໄດ້ຖືວ່າ ວຽກງານການເມືອງ-ແນວຄິດ ແລະ ທິດສະດີເປັນວຽກທີ່ສຳຄັນ,ມັນເປັນເສັ້ນໄຫມແດງທີ່ສອດຫ້ອຍໄປໃນທຸກວຽກງານ ຂອງພັກທຸກຂັ້ນ ແລະ ທຸກເວລາ”
3 ອົງການຈັດຕັ້ງມະຫາຊົນ
ສາຍພົວພັນລາວ-ຫວຽດນາມ
ພິທີພົບປະ ການນຳສູງສຸດ ຂອງພັກ-ລັດ ສາມຊາດ ລາວ, ຫວຽດນາມ ແລະ ກຳປູເຈັຍ
“ວັນທີ 22 ກຸມພາ 2025, ການນຳສູງສຸດ ຂອງພັກ-ລັດສາມຊາດ ລາວ, ຫວຽດນາມ ແລະ ກຳປູເຈັຍ ໄດ້ມີການພົບປະກັນ (ເລຂາທິການໃຫຍ່ ແລະ ນາຍົກລັດຖະມົນຕີ) ຢູ່ນະຄອນໂຮຈີມິນ ສສຫວຽດນາມ”.
ຄະນະພັກ,ຄະນະນໍາ ຄະນະໂຄສະນາອົບຮົມສູນກາງພັກ ເຂົ້າວາງພວງມາລາ ແລະ ໄຫວ້ອາໄລເຖິງ ສະຫາຍ ຫງວຽນຟູຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ
ໃນວັນທີ 25/07/2024 ຄະນະພັກ,ຄະນະນໍາ ຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ ໄດ້ເຂົ້າວາງພວງມາລາ ແລະ ໄຫວ້ອາໄລເຖິງ ສະຫາຍ ຫງວຽນຟູຈ້ອງ, ອະດີດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ທີ່ໄດ້ເຖິງແກ່ມໍລະນະກຳໃນວັນທີ 19 ກໍລະກົດ 2024ທີ່ຜ່ານມາ.











ສ້າງການຫັນປ່ຽນຢ່າງແຂງແຮງ ໃນວຽກງານໂຄສະນາອົບຮົມໄປສູ່ຄຸນນະພາບໃໝ່


“ໜັກຕ້ອງເອົາ,ເບົາຕ້ອງສູ້ ແລະ ຜ່ານຜ່າຂໍ້ຫຍຸ້ງຍາກ ຈື່ງຈະເຮັດໃຫ້ຕົນເອງເຂັ້ມແຂງຂື້ນ”


