ກຳມະການກົມການເມືອງ

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານສະພາທິດສະດີສູນກາງພັກ 2021-2025 ແລະ ທິດທາງແຜນການ 2026-2030

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານສະພາທິດສະດີສູນກາງພັກ 2021-2025 ແລະ ທິດທາງແຜນການ 2026-2030 ໃນຕອນເຊົ້າ ຂອງວັນອັງຄານ, ວັນທີ 8 ກັນຍາ 2026, ເວລາ 8:30 ໂມງ ສະພາທິດສະດີສູນກາງພັກ ໄດ້ຈັດກອງປະຊຸມ ເພື່ອສະຫຼຸບການຈັດຕັ້ງປະຕິບັດວຽກງານສະພາທິດສະດີສູນກາງພັກ ໄລຍະ 2021-2025 ແລະ ວາງທິດທາງແຜນການ ໄລຍະ 2026-2030 ທີ່ໂຮງແຮມກຼາວພາຊາ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ສຈ. ປອ. ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ປະທານສະພາທິດສະດີສູນກາງພັກ. ເຂົ້າຮ່ວມກອງປະຊຸມທີ່ມີຄວາມໝາຍສໍາຄັນນີ້ ມີບັນດາສະຫາຍຮອງປະທານ, ຫົວໜ້າຄະນະກໍາມະການດ້ານຕ່າງໆ ແລະ ບັນດາສະມາຊິກສະພາທິດສະດີສູນກາງພັກ ເຂົ້າຮ່ວມຢ່າງພ້ອມພຽງ.

ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຕ້ອນຮັບການເຂົ້າພົບປະ ແລະ ອວຍພອນຜົນສຳເລັດກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I

ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໃຫ້ການຕ້ອນຮັບ ແລະ ອວຍພອນຜົນສຳເລັດກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I                 ໃນຕອນບ່າຍຂອງວັນທີ 15 ກໍລະກົດ 2026, ຄະນະນໍາ ຫ້ອງວ່າການສຳນັກງານປະທານປະເທດ ນໍາໂດຍ ທ່ານ ນາງ ຟອງສະໝຸດ ອັ່ນລາວັນ ເລຂາຄະນະບໍລິຫານງານພັກ, ຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະກັບ ທ່ານ ປອ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ທີ່ຫ້ອງຮັບແຂກ ຄະນະໂຄສະນາອົບຮົມສູນກາງພັກ.