ກອງປະຊຸມສຳມະນາວິທະຍາສາດພາຍໃຕ້ຫົວຂໍ້:”ທິດທາງການແກ້ໄຂສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນຂອງ ສປປລາວ ແລະ ບົດຮຽນຂອງ ສປຈີນ”
ໃນຕອນເຊົ້າ ຂອງວັນທີ 12 ກັນຍາ 2022, ເວລາ 8:30ໂມງ ທີ່ຫ້ອງປະຊຸມໃຫຍ່ຂອງ ສະພາທິດສະດີສູນກາງພັກ ໄດ້ຈັດກອງປະຊຸມສຳມະນາວິທະຍາສາດພາຍໃຕ້ຫົວຂໍ້”ທິດທາງການແກ້ໄຂສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນຂອງ ສປປລາວ ແລະ ບົດຮຽນຂອງ ສປຈີນ”, ໂດຍການເປັນປະທານຂອງ ສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ,ປະທານສະພາທິດສະດີສູນກາງພັກ; ເປັນກຽດເຂົ້າຮ່ວມກອງປະຊຸມຄັ້ງນີ້ມີ ສະຫາຍ ສົມສະຫວາດ ເລັ່ງສະຫວັດ ອະດີດກຳມະການກົມການເມືອງສູນກາງພັກ, ອະດີດຮອງນາຍຍົກລັດຖະມົນຕີ, ທີ່ປຶກສາສະພາທິດສະດີສູນກາງພັກ, ມີບັນດາຄະນະປະຈຳ ແລະ ສະມາຊິກສະພາທິດສະດີສູນກາງພັກ, ມີບັນດາທ່ານຈາກຂະແໜງເສດຖະກິດ ຂອງລັດຖະບານ, ມີບັນດາທ່ານຊ່ຽວຊານລາວ ທີ່ຖືກແຕ່ງຕັ້ງຕາມຂໍ້ຕົກລົງ ເລກທີ 42/ນຍ ເພື່ອເຮັດວຽກກັບຄະນະຊ່ຽວຊານຈີນ ແລະ ມີນັກຄົ້ນຄວ້າ ແລະ ແຂກຖືກເຊີນຈຳນວນໜື່ງ ເຂົ້າຮ່ວມ.
ກອງປະຊຸມເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມຄົບຄະນະ ຄັ້ງທີ 4 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI
ໃນຕອນເຊົ້າ ຂອງວັນທີ 26 ສິງຫາ 2022, ເວລາ 8:30 ໂມງ; ທີ່ຫ້ອງປະຊຸມສະພາທິດສະດີສູນກາງພັກໄດ້ຈັດກອງປະຊຸມເຜີຍແຜ່ມະຕິກອງປະຊຸມຄົບຄະນະ ຄັ້ງທີ 4 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI” ພາຍໃຕ້ການເປັນປະທານ ຂອງສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ເຂົ້າຮ່ວມມີບັນດາສະຫາຍສະມາຊິກສະພາທິດສະດີສູນກາງພັກ ແລະ ພະນັກງານຫ້ອງການສະພາທິດສະດີສູນກາງພັກ ເຂົ້າຮ່ວມ 30 ສະຫາຍ.
ໜ່ວຍພັກຫ້ອງການສະພາທິດສະດີສູນກາງພັກ ຈັດພິທີຮັບ ມະຫາຊົນກ້າວໜ້າເຂົ້າ ເປັນສະມາຊິກພັກສຳຮອງ.
ໃນວັນທີ 12 ສິງຫາ 2022 ໜ່ວຍພັກຫ້ອງການສະພາທິດສະດີສູນກາງພັກ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີຮັບມະຫາຊົນກ້າວໜ້າເຂົ້າ ເປັນສະມາຊິກພັກສຳ ຮອງຈຳນວນ 1 ສະຫາຍ, ໂດຍການໃຫ້ກຽດເປັນປະທານຂອງ ສະຫາຍ ນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານກວດກາ; ມີຜູ້ຕາງໜ້າຈາກບັນດາໜ່ວຍພັກອ້ອມຂ້າງ ຄອສພ ແລະ ພະນັກງານສະມາຊິກພັກສົມບູນ ພາຍໃນໜ່ວຍພັກເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມສຳມະນາເປີດກວ້າງ ເພື່ອລະດົມຄວາມຄິດເຫັນຕໍ່ຮ່າງບົດຄົ້ນຄວ້າ ຫົວຂໍ້: “ການຄົ້ນຄວ້າທິດສະດີ ແລະ ສະຫຼຸບພຶດຕິກຳໃຫ້ແກ່ການສ້າງປະຖົມປັດໄຈ ເພື່ອກ້າວເດີນສູ່ຈຸດໝາຍສັງຄົມນິຍົມ” ຢູ່ແຂວງພາກໃຕ້.
ກອງປະຊຸມສຳມະນາເປີດກວ້າງ ເພື່ອລະດົມຄວາມຄິດເຫັນຕໍ່ຮ່າງບົດຄົ້ນຄວ້າ ຫົວຂໍ້: “ການຄົ້ນຄວ້າທິດສະດີ ແລະ ສະຫຼຸບພຶດຕິກຳໃຫ້ແກ່ການສ້າງປະຖົມປັດໄຈ ເພື່ອກ້າວເດີນສູ່ຈຸດໝາຍສັງຄົມນິຍົມ” ຢູ່ແຂວງພາກໃຕ້. ໃນວັນທີ 10 ພຶດສະພາ 2022; ສະພາທິດສະດີສູນກາງພັກ ຮ່ວມກັບ ແຂວງຈຳປາສັກ
ຮອງປະທານສະຖາບັນວິທະຍາສາດເສດຖະກິດ-ສັງຄົມແຫ່ງຊາດ, ຫົວໜ້າຄະນະເລຂາທິການວິທະຍາສາດສະພາທິດສະດີສູນກາງພັກ ລົງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຈຳປາສັກ
ຮອງປະທານສະຖາບັນວິທະຍາສາດເສດຖະກິດ-ສັງຄົມແຫ່ງຊາດ, ຫົວໜ້າຄະນະເລຂາທິການວິທະຍາສາດສະພາທິດສະດີສູນກາງພັກ ລົງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຈຳປາສັກ ໃນຕອນເຊົ້າວັນທີ 09 ພຶດສະພາ 2022 ທີ່ຫ້ອງຮັບແຂກຫ້ອງວ່າແຂວງຈຳປາສັກ ສະຫາຍ ປອ ກິແກ້ວ ຈັນທະບູຣີ ຮອງປະທານສະຖາບັນວິທະຍາສາດເສດຖະກິດ-ສັງຄົມແຫ່ງຊາດ, ຫົວໜ້າຄະນະເລຂາທິການວິທະຍາສາດສະພາທິດສະດີສູນກາງພັກພ້ອມດ້ວຍຄະນະ
ກອງປະຊຸມສໍາມະນາເປີດກວ້າງ ເພຶ່ອລະດົມຄວາມຄິດເຫັນຕໍ່ຮ່າງບົດຄົົ້ນຄວ້າ ຫົວຂໍ້:ການຄົົ້ນຄວ້າທິດສະດີ ແລະ ສະຫຼຸບພຶດຕິກໍາໃຫ້ແກ່ການສ້າງປະຖົມປັດໄຈ ເພື່ອກ້າວເດີນສູ່ຈຸດໝາຍສັງຄົມນິຍົມ.
ຕອນເຊົ້າວັນທີ 26 ເມສາ 2022; ສະພາທິດສະດີສູນກາງພັກໄດ້ຈັດກອງປະຊຸມສໍາມະນາເປີດ ກວ້າງ ເພື່ອລະດົມຄວາມຄິດເຫັນປະກອບໃສ່ຮ່າງຄົ້ນຄວ້າສະບັບຫຍໍ້ ໃນຫົວຂໍ້: “ການຄົ້ນຄວ້າທິດສະດີ ແລະ ສະຫຼຸບພຶດຕິກໍາໃຫ້ແກ່ການສ້າງປະຖົມປັດໄຈ ເພື່ອກ້າວເດີນສູ່ຈຸດໝາຍສັງຄົມນິຍົມ” ທີ່ຫ້ອງປະຊຸມໃຫຍ່ຄະນະໂຄສະນາອົບຮົມສູນກາງພັກ ໂດຍການເປັນປະທານ ຂອງສະຫາຍ ປອ. ຄໍາພັນ ເຜີຍຍະວົງ
ວິດີໂອການເຄື່ອນໄຫວວຽກງານ ສພທ