ກອງ​ປະ​ຊຸມ​ປະ​ສຳ​ມະ​ນາ​ທິດ​ສະ​ດີ ລະ​ຫວ່າງ ພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດ ກູບາ ຄັ້ງ​ທີ I

ກອງປະຊຸມສຳມະນາທິດສະດີ ລະຫວ່າງ ພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດ ກູບາ ຄັ້ງທີ I

    ໃນຕອນບ່າຍ ຂອງວັນທີ 29 ເມສາ 2023, ສະພາທິດສະດີສູນກາງພັກປະຊາຊົນປະຕິວັດລາວໄດ້ຈັດກອງປະຊຸມສຳມະນາວິທະຍາສາດ ຄັ້ງທີ I ລະຫວ່າງ ພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດກູບາ ພາຍໃຕ້ຫົວຂໍ້ ບົດຮຽນທາງດ້ານທິດສະດີ ແລະ ພຶດຕິກຳການນຳພາ ຂອງພັກ ທີ່ຫ້ອງປະຊຸມໂຮງແຮມເມືອງແທງ, ນະຄອນຫຼວງວຽງຈັນ, ສປປ ລາວ ໂດຍການເປັນປະທານຮ່ວມຂອງຝ່າຍລາວ ນຳໂດຍ ສະຫາຍ ປອ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ ແລະ ຝ່າຍກູບາ ນຳໂດຍ ສະຫາຍ Roberto Morales Ojeda ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກກອມມູນິດກູບາ. ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ຍັງມີບັນດາສະຫາຍພະນັກງານການນໍາຂັ້ນສູງ, ບັນດາສະຫາຍຄະນະປະຈຳສະພາທິດສະດີສູນກາງພັກ, ສະມາຊິກສະພາທິດສະດີສູນກາງພັກ, ບັນດານັກວິທະຍາສາດ, ນັກທິດສະດີ, ບັນດາຜູ້ຕາງໜ້າຈາກຄະນະພັກກະຊວງ-ອົງການ ແລະພະນັກງານຫຼັກແຫຼ່ງອ້ອມຂ້າງສູນກາງ ເຂົ້າຮ່ວມ 130 ສະຫາຍ.

    ໃນກອງປະຊຸມ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວໄດ້ກ່າວເປີດຢ່າງເປັນທາງການ ແລະ ຫຼັງຈາກນັ້ນສະຫາຍ Roberto Morales Ojeda ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກກອມມູນິດກູບາ ໄດ້ມີຄຳເຫັນຕໍ່ກອງປະຊຸມດັ່ງກ່າວ.

    ກອງປະຊຸມຄັ້ງນີ້, ບັນດານັກວິທະຍາສາດ, ນັກທິດສະດີ ຂອງທັງສອງຝ່າຍ ໄດ້ຜັດປ່ຽນກັນຂຶ້ນສະ ເໜີບົດຄໍາເຫັນໃນຫົວຂໍ້ຫຍ່ອຍທີ່ປິ່ນອ້ອມກອງປະຊຸມ ເຊິ່ງ​ຝ່າຍ​ລາວ​ປະ​ກອບ​ມີ 3 ບົດ​ຄື: 1). ພັກນຳພາລະບົບການເມືອງ ແລະ ນຳພາພັດທະນາເສດຖະກິດຕາມທິດສັງຄົມນິຍົມຢູ່ ສປປ ລາວ; 2). ບົດຮຽນການກໍ່ສ້າງ, ບຳລຸງພະນັກງານ-ສະມາຊິກຊາວໜຸ່ມ ຂອງພັກ ສປປ ລາວ; 3). ພັກນຳພາຕໍ່ກັບສື່ສັງຄົມອອນລາຍ ເພື່ອຮັບປະກັນອະທິປະໄຕດ້ານເຕັກໂນໂລຢີ ແລະ ອຸດົມຄະຕິບົນພື້ອນຖານ Cyberspace ແລະ ຝ່າຍກູບາປະກອບມີ 03 ບົດຄື: 1). ການຈັດຕັ້ງພັກ ແລະ ນະໂຍບາຍຄວາມຮັບປະກັບຂອງນັກເສດຖະສາດ  ເພື່ອຮັດແໜ້ນເດີນຕາມເສັ້ນທາງສັງຄົມນິຍົມຂອງກູບາ; 2). ບົດຮຽນໃນການຝຶກອົບຮົບ, ກໍ່ສ້າງ ແລະ ສົ່ງເສີມວຽກພັກ-ພະນັກງານສະມາຊິກພັກ, ໂຄງປະກອບຂອງຊາວໜຸ່ມ ທີ່ເປັນພື້ນຖານຂອງພະນັກງານສືບທອດ; 3). ພັກເອົາໃຈໃສ່ຮອບດ້ານ ກ່ຽວກັບສື່ສັງຄົມອອນລາຍ ແລະ ດີຈິຕອນ, ເພື່ອຮັບປະກັນອະທິປະໄຕດ້ານເຕັກໂນໂລຢີ ແລະ ອຸດົມການພື້ນຖານ Cyberspace,  ພ້ອມ​ດຽວ​ກັນ​ນັ້ນ,ຄະນະຜູ້ແທນ ຂອງທັງສອງຝ່າຍ ຍັງໄດ້ຜັດ​ປ່ຽນ​ກັນໃນ​ການແລກປ່ຽນ ແລະຖອດຖອນບົດຮຽນບັນຫາຕ່າງໆທີ່ທັງສອງຝ່າຍໃຫ້ຄວາມສົນໃຈ.

    ກອງປະຊຸມໄດ້ມີຄວາມເປັນເອກະພາບສູງຕໍ່ບັນດາຫົວຂໍ້ທີ່ສຳຄັນເຊັ່ນ: ບົດຮຽນໃນການຝຶກອົບຮົມ, ກໍ່ສ້າງ ແລະ ສົ່ງເສີມວຽກພັກ-ພະນັກງານສະມາຊິກພັກ, ໂຄງຂອງປະກອບຂອງຊາວໜຸ່ມ ທີ່ເປັນພະນັກງານສືບທອດ ແລະ ການນຳໃຊ້ສື່ສັງຄົມອອນລາຍ ເພື່ອຮັບປະກັນອະທິປະໄຕເຕັກໂນໂລຢີ ແລະ ອຸດົມຄະຕິບົນພື້ນຖານ Cyberspace ໂດຍພາຍໃຕ້ການນຳພາອັນເຂັ້ມແຂງຂອງພັກ, ພັກຍັງມີບົດບາດຕັດສິນຊີ້ຂາດໃຫ້ແກ່ໄຊຊະ ນະຂອງການປະຕິວັດສັງຄົມນິຍົມ, ພັກກອມມູນິດກັບສັງຄົມນິຍົມແມ່ນອົງປະກອບເອກະພາບທີ່ບໍ່ສາມາດຕັດແຍກອອກຈາກນັ້ນໄດ້, ພັກນໍາພາເຕົ້າໂຮມກຳລັງເພື່ອພາລະກິດອັນຍິ່ງໃຫຍ່, ນຳພາປະຊາຊົນເດີນຕາມເສັ້ນທາງແຫ່ງຄວາມຜາສຸກ. ພັກເປັນປັດໄຈສໍາຄັນຕັດສິນໄຊຊະນະຂອງການສ້າງ ແລະບູລະນະລະບອບປະຊາທິປະ ໄຕປະຊາຊົນກ້າວຂຶ້ນສູ່ສັງຄົມນິຍົມເທື່ອລະກ້າວຢູ່ ສປປ. ລາວ ແລະການສ້າງສັງຄົມນິຍົມຂອງ ກູບາ.

    ກອງປະຊຸມສໍາມະນາທິດສະດີລະຫວ່າງສອງພັກ ລາວ- ກູບາ ຄັ້ງນີ້ ໄດ້ດໍາເນີນເປັນເວລາເຄິ່ງວັນຈຶ່ງສໍາເລັດລົງດ້ວຍບັນຍາກາດອັນອົບອຸ່ນໄມຕີຈິດມິດຕະພາບຂອງສອງພັກສອງຊາດລາວ-ກູບາ.

ແຫຼ່ງຂ່າວ: ພະ​ແນກ​ຄຸ້ມ​ຄອງ​ວິ​ຊາ​ການ ແລະການ​ຄົ້ນ​ຄວ້າ; ຫ້ອງການສະພາທິດສະດີສູນກາງພັກ