ສະພາທິດສະດີສູນກາງພັກ ສະຫຼຸບການເຄື່ອນໄຫວ ປະຈໍາປີ 2022 ແລະ ວາງທິດທາງແຜນການປີ 2023

ສະພາທິດສະດີສູນກາງພັກ ສະຫຼຸບການເຄື່ອນໄຫວ ປະຈໍາປີ 2022 ແລະ ວາງທິດທາງແຜນການປີ 2023

    ໃນວັນທີ 01 ກຸມພາ 2023 ທີີ່ຫ້ອງປະຊຸມໃຫຍ່ ຄະນະໂຄສະນາອົບຮົມສູນກາງພັກ ສະພາທິດສະດີສູນກາງພັກ ໄດ້ຈັດກອງປະຊຸມ ສະຫຼຸບຜົນງານການເຄື່ອນໄຫວວຽກງານ ປະຈຳປີ 2022 ແລະ ວາງທິດທາງແຜນການປີ 2023 ໂດຍການເປັນປະທານ ແລະ ກ່າວເປີດ ຂອງ ສະຫາຍ  ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ມີ: ຄະນະປະຈຳສະພາທິດສະດີສູນກາງພັກ, ສະມາຊິກສະພາທິດສະດີສູນກາງພັກ ແລະ ບັນດາສະຫາຍ ຜູ້ຕາງໜ້າ ຄະນະພັກ, ຄະນະນຳ, ຄະນະກົມ ຈາກກະຊວງ-ອົງການອ້ອມຂ້າງສູນກາງ ແລະ ພະນັກງຫຼັກແຫຼ່ງຫ້ອງການສະພາທິດສະດີສູນກາງພັກ ເຂົ້າຮ່ວມຢ່າງພ້ອມພຽງ.

    ໃນກອງປະຊຸມ ສະຫາຍ  ສອນທະນູ ທຳມະວົງ ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ຮອງປະທານຜູ້ປະຈຳການສະພາທິດສະດີສູນກາງພັກ ໄດ້ຂຶ້ນຜ່ານບົດສະ ຫຼຸບຕີລາຄາ ການຈັດຕັ້ງເຄື່ອນໄຫວຂອງສະພາທິດສະດີສູນກາງພັກ ປະຈຳປີ 2022 ແລະທິດທາງແຜນການປີ 2023 ໂດຍຍົກໃຫ້ເຫັນບັນດາຜົນງານໃນ 1 ປີຜ່ານມາ ເປັນຕົ້ນ: ວຽກຄົ້ນຄວ້າທິດສະດີ ແລະພຶດຕິກຳ ໃນປີ 2022 ມີ 1 ໂຄງການທີີ່ໄດ້ຮັບຮອງເອົາເນື້ອໃນຜົນຂອງການຄົ້ນຄວ້າ,ມີ 4 ໂຄງການ ໄດ້ດຳເນີນກອງປະຊຸມສໍາມະນາວິທະຍາສາດ ເພື່ອລະດົມຄວາມຄິດເຫັນ, ມີ 1 ໂຄງການກຳລັງຈະຮັບຮອງເອົາ ເນື້ອໃນຜົນຂອງການຄົ້ນຄວ້າ,ມີ 3 ໂຄງການທີີ່ກຳລັງກະກຽມສະເໜີຈັດກອງປະຊຸມສຳມະນາວິທະຍາສາດ,ສຳເລັດການຮັບຮອງຜົນການຄົ້ນຄວ້າ ແນວຄິດໄກສອນ ພົມວິຫານ 9 ຂົງເຂດ ແລະໄດ້ຮັບການຈັດພິມສະບັບເບື້ອງຕົ້ນ ແລະປະກາດຜົນຂອງການຄົ້ນຄວ້າຢ່າງເປັນທາງການ,ສຳເລັດການດຳເນີນກອງປະຊຸມຜ່ານແລະຮັບຮອງເອົາບົດວິພາກຫຼັກສູດທິດສະດີ 3 ຂັ້ນຄື: ຂັ້ນຕົ້ນ, ຂັ້ນກາງ ແລະຂັ້ນສູງ,ປັບປຸງສ້າງຮ່າງບົດຄົ້ນຄວ້າທາງດ້ານທິດສະດີ ແລະພຶດຕິກຳ ການສ້າງປະຖົມປັດໄຈ ເພື່ອກ້າວເດີນສູ່ຈຸດໝາຍສັງຄົມນິຍົມຢູ່ລາວ ສະບັບຮ່າງທີ 5 ຊຶ່ງມີທັງໝົດ 171 ໜ້າ,ວຽກງານຄົ້ນຄວ້າສ້າງໂຄງການການເມືອງ ຂອງພັກປະຊາຊົນປະຕິວັດລາວ ຊຶ່ງໄດ້ສຳເລັດການແບ່ງຄວາມຮັບຜິດຊອບພາຍໃນຄະນະຮັບຜິດຊອບສ້າງໂຄງການການເມືອງຂອງພັກ ແລະ ຮັບຮອງເອົາແຜນດຳເນີນງານແຕ່ນີ້ຮອດກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ການກະກຽມສ້າງໂຄງຮ່າງ ຂອງໂຄງການການເມືອງ, ວຽກງານກອງປະຊຸມສຳມະນາວິທະຍາສາດລະດັບຕ່າງໆ ຢູ່ພາຍໃນປະເທດ ແລະ ການຮ່ວມມືກັບບັນດາປະເທດເພື່ອນມິດຍຸດທະສາດ ໃນນັ້ນ ສຳເລັດການດຳເນີນກອງປະຊຸມສຳມະນາວິທະຍາສາດ ກ່ຽວກັບບາງບັນຫາບົດຮຽນການແກ້ໄຂ ສະພາບເສດຖະກິດ-ການເງິນຮ່ວມກັບບັນດາກະຊວງ-ອົງການ, ຂະແໜງການອ້ອມຂ້າງສູນກາງ ແລະ ຮ່ວມກັບຊ່ຽວຊານ ສປ ຈີນ,ກອງປະຊຸມສຳມະນາວິທະຍາສາດ ພາຍໃຕ້ຫົວຂໍ້ 60 ປີສາຍພົວພັນການທູດ 45 ປີ ວັນເຊັນສົນທິສັນຍາມິດຕະພາບ ລາວ-ຫວຽດນາມ, ສຳເລັດການດຳເນີນກອງປະຊຸມສຳມະນາທິດສະດີສອງພັກ ລາວ-ຫວຽດນາມ ຄັ້ງທີ IX, ກອງປະຊຸມພົບປະສອງສະພາທິດສະດີສູນກາງພັກ ລາວ-ຫວຽດນາມ. ໃນກອງປະຊຸມກໍໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ບົດຮຽນທີີ່ຖອດຖອນໄດ້ ພ້ອມກັນນັ້ນກໍ ກຳນົດທິດທາງແຜນການຈັດຕັ້ງເຄື່ອນໄຫວວຽກງານໃນປີ 2023 ໂດຍສະເພາະ ຄາດໝາຍສູ້ຊົນຂອງວຽກງານຕ່າງໆ ໃຫ້ສຳເລັດຜົນ ແລະມີປະສິດທິພາບ. ກອງປະຊຸມຍັງໄດ້ຮັບຟັງການເຜີຍແຜ່ເນື້ອໃນພາລະບົດບາດຂອງສະພາທິດສະດີສູນກາງພັກ ສະບັບປັບປຸງໃໝ່ຕໍ່ກອງປະຊຸມດ້ວຍບັນຍາກາດອັນຟົດຟື້ນ ແລະ ເຫັນໄດ້ເຖິງເນື້ອໃນສຳຄັນ ຂອງພາລະບົດບາດ ແລະ ຜົນສຳເລັດອັນສຳຄັນ ຂອງສະພາທິດສະດີສູນກາງພັກ ທີີ່ຍາດມາໄດ້ໃນໄລຍະ 1 ປີ ຜ່ານມາ.

ຂ່າວ: ສະພາທິດສະດີສູນກາງພັກ