ກອງປະຊຸມເຜີຍແຜ່ພາລະບົດບາດຂອງສະພາທິດສະດີສູນກາງພັກຢູ່ບັນດາແຂວງພາກເໜືອ
ໃນຕອນເຊົ້າ ຂອງວັນທີ 12 ມັງກອນ 2023 ທີ່ຫ້ອງປະຊຸມໃຫຍ່ ຂອງຫ້ອງວ່າການ ແຂວງອຸດົມໄຊສະພາທິດສະດີສູນກາງພັກ ໄດ້ຈັດກອງປະຊຸມເຜີຍແຜ່ພາລະບົດບາດ ຂອງສະພາທິດສະດີສູນກາງພັກ ໂດຍພາຍໃຕ້ການເປັນປະທານ ຂອງ ສະຫາຍ ສອນທະນູ ທຳມະວົງ ກໍາມະການສູນກາງພັກ, ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ຮອງປະທານຜູ້ປະຈຳການ ສະພາທິດສະດີສູນກາງພັກ ມີຄະນະຜູ້ແທນຈາກບັນດາແຂວງພາກເໜືອ ພ້ອມດ້ວຍພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງອຸດົມໄຊ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມ ຕາງໜ້າໃຫ້ຄະນະນຳສະພາທິດສະດີສູນກາງພັກ, ສະຫາຍ ສອນທະນູ ທຳມະວົງ ໄດ້ຍົກໃຫ້ເຫັນ ສະພາບການເຄື່ອນໄຫວວຽກງານ ແລະ ການປັບປຸງກົງຈັກການຈັດຕັ້ງ ຂອງສະພາທິດສະດີສູນກາງພັກ ແລະ ຜົນງານໃນໄລຍະຜ່ານມາ ໂດຍສະເພາະ ນັບແຕ່ສ້າງຕັ້ງສະພາທິດສະດີສູນກາງພັກ ກໍຄືບັນດາອົງການທີ່ເຮັດວຽກງານຄົ້ນຄວ້າກ່ຽວກັບທິດສະດີ ແລະ ພຶດຕິກຳຂອງພັກ ນອກຈາກນັ້ນ ກໍຍົກໃຫ້ເຫັນສະພາບລວມທີ່ຕັ້ງ, ພາລະບົດບາດ ແລະ ການຈັດຕັ້ງການເຄື່ອນໄຫວ ຂອງສະພາທິດສະດີສູນກາງພັກ ໃນໄລຍະໃໝ່.
ແຫຼ່ງຂ່າວ: ຫ້ອງການສະພາທິດສະດີສູນກາງພັກ
- ມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະພາທິດສະດີສູນກາງພັກ ເລກທີ: 68/ຄລສພ, ລົງວັນທີ 02/03/2022 ກົດອ່ານ ຫຼື ດາວໂຫຼດ