ກອງປະຊຸມລະດົມຄວາມຄິດເຫັນໃສ່ການຄົ້ນຄ້ວາການສ້າງປະຖົມປັດໃຈເພື່ອກ້າວເດີນສູ່ຈຸດໝາຍສັງຄົມນິຍົມ

ກອງປະຊຸມລະດົມຄວາມຄິດເຫັນໃສ່ການຄົ້ນຄ້ວາການສ້າງປະຖົມປັດໃຈເພື່ອກ້າວເດີນສູ່ຈຸດໝາຍສັງຄົມນິຍົມ

ໃນຕອນເຊົ້າຂອງວັນທີ 01 ມີນາ 2023 ຢູ່ຫ້ອງປະຊຸມສະພາທິດສະດີສູນກາງພັກໄດ້ຈັດກອງປະຊຸມເພື່ອລະດົມຄວາມຄິດເຫັນໃສ່ຮ່າງບົດຄົົ້ນຄວ້າ  ໃນຫົວຂໍ້:  ການຄົົ້ນຄວ້າທິດສະດີ ແລະ ສະຫຼຸບພຶດຕິກາ ໃຫ້ແກ່ການສ້າງປະຖົມປັດໄຈ ເພື່ອກ້າວເດີນສູ່ຈຸດໝາຍສັງຄົມນິຍົມ  ( ສະບັບຮ່າງທີ 6)  ໂດຍເປັນປະທານຂອງ ສະຫາຍ ຄໍາພັນ ເຜີຍຍະວົງ  ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ,  ປະທານສະພາທິດສະດີສູນກາງພັກ, ເຂົ້າຮ່ວມມີ ສະຫາຍ ສົມສະຫວາດ ເລັ່ງສະຫວັດ ທີີ່ປຶກສາສະພາທິດສະດີສູນກາງພັກ, ບັນດາສະຫາຍຄະນະປະຈໍາ, ບັນດາສະຫາຍຕາງໜ້າຈາກພາກສ່ວນຕ່າງໆທີີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມປະທານໄດ້ມີຄຳເຫັນວ່າ ການຄົົ້ນຄວ້າທິດສະດີ ແລະ ສະຫຼຸບພຶດຕິກໍາໃຫ້ແກ່ການສ້າງປະຖົມປັດໄຈ ເພືີ່ອກ້າວເດີນສູ່ຈຸດໝາຍສັງຄົມນິຍົມ  ເຊິີ່ງເປັນສະບັບຮ່າງທີ 6 ພາຍຫຼັງທີີ່ໄດ້ຜ່ານກອງປະຊຸມສູນກາງແລ້ວນີ້ ແລະ ໄດ້ຜ່ານການປະກອບຄໍາເຫັນຂອງບັນດາສະຫາຍໃນຄະນະປະຈໍາ ຕໍໍ່ກັບການປັບປຸງດ້ານເນື້ອໃນ ເຊິີ່ງຄະນະຮັບຜິດຊອບກອງເລຂາດ້ານເນື້ອໃນໄດ້ນໍາເອົາຄໍາຄິດ, ຄໍາເຫັນດັັ່ງກ່າວມາປັບປຸງໃຫ້ມີເນື້ອໃນເລິກເຊິີ່ງ ແລະ ມີວິທະຍາສາດເພື່ອສ້າງເປັນສະບັບທີ 6 ເຊິີ່ງມີທັງໝົດ 165 ໜ້າ ມາສະເໜີຕໍ່ບັນດາສະຫາຍເພື່ອລະດົມຄວາມເຫັນຂອງບັນດາສະຫາຍເຂົ້າໃນການປັບປຸງເນື້ອໃນເປັນຄັ້ງສຸດທ້າຍໃຫ້ເລິກເຊິີ່ງກວ່າເກົ່າກ່ອນນໍາສະເໜີຜ່ານກອງປະຊຸມກົມການເມືອງ ແລະ ກອງປະຊຸມສູນກາງ ຄັ້ງທີ 6 ສະໄໝທີ 11 ໃນໄລຍະຕໍໍ່ໜ້າ, ຂ້າພະເຈົ້າເຊືີ່ອໝັ້ນວ່າ ດ້ວຍຄວາມຮັບຜິດຊອບສູງຂອງບັນດາສະຫາຍ, ກອງປະຊຸມຄັ້ງນີ້ຈະປະສົບຜົນສໍາເລັດເປັນຢ່າງຈົບງາມ.

ຂ່າວ:ສະພາທິດສະດີສູນກາງພັກ