ປະຫວັດຄວາມເປັນມາ

ຄະນະໂຄສະນາອົບຮົມສູນກາງພັກຂຽນຫຍໍ້ດ້ວຍຕົວອັກສອນ...”​ແມ່ນອົງການຈັດຕັ້ງໜຶ່ງຂອງພັກຂັ້ນສູນກາງທີ່ມີຖານະເທົ່າກັນກັບຄະນະຂອງສູນກາງພັກ ແລະ ກະຊວງອົງການຂອງລັດຄະນະໂຄສະນາອົບຮົມສູນກາງພັກ​ ມີບົດບາດເປັນເສນາທິການໃຫ້ຄະນະບໍລິຫານງານສູນກາງພັກກົມການເມືອງສູນກາງພັກ​ ແລະ  ຄະນະເລຂາທິການສູນກາງພັກ​ ໃນຂົງເຂດວຽກງານການເມືອງ-​ແນວຄິດຊີ້ແຈງອະທິບາຍໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກແຜນພັດທະນາເສດຖະກິດສັງຄົມລະບຽບກົດໝາຍຂອງລັດແລະ ເຫດການສຳຄັນຕ່າງໆທີ່ກະທົບໃສ່ແນວຄິດ;  ສຶກສາອົບຮົມການເມືອງ-​ແນວຄິດ; ຄົ້ນຄ້ວາແລະເຜີຍແຜ່ທິດສະດີກາເມືອງ.

     ​ໃນຕົ້ນປີ 1951 ຄະນະໂຄສະນາອົບຮົມສູນກາງພັກ,​ ໄດ້ຮັບການຈັດຕັ້ງຂຶ້ນແລະ ຕັ້ງໂຮງຮຽນທິດສະດີໃສ່ຊື່ວ່າ “ ​ໂຮງຮຽນສາມັກຄີເພື່ອສ້າງແລະ ບຳລຸງພະນັກງານຫຼັກແຫຼ່ງໃຫ້ແກ່ກອງທັບ, ອຳນາດການປົກຄອງ, ອົງການຈັດຕັ້ງມະຫາຊົນແລະໃຫ້ແກ່ພັກເອງທັງຢູ່ຂັ້ນສູນກາງແລະ ທ້ອງຖິ່ນ.
   ນັບ​ແຕ່ຊຸມປີ 1964 ​ເຖິງປີ 1975 ​ໂຄສະນາອົບຮົມວັດທະນະທຳ, ​ເຊິ່ງໄດ້ຂຽນຫຍໍ້ວ່າ .ອ.ວ, ​ໄດ້ຕັ້ງສຳນັກງານຢູ່ຖ້ຳຫີນພູແຄ ທີ່ຂຶ້ນກັບເມືງວຽງໄຊ, ​ແຂວງຫົວພັນ. ​​  ກົງຈັກ​ການຈັດ​ຕັ້ງ​ຂອງ​ຄະນະ​ໂຄສະນາ​ອົບຮົມ​ວັດທະນະທຳ ປະກອບ​ດ້ວຍ: ພະ​ແນ​ກ ວິທະຍຸກະຈາຍສຽງ. ພະ​ແນ​ກວັດທະນະທຳ, ພະ​ແນ​ກອົບຮົມ, ຫ້ອງການ​ໂຄສະນາ​ອົບຮົມ​ວັດທະນະທຳ​, ​ໂຮງ​ພີ​ມ. ຄະນະ​ໂຄສະນາ​ອົບຮົມ​ວັດທະນະທໍາ ປະກອບ​ມີ ຄະນະ​ຊີ້​ນໍາຄື:

1.ທ່ານ ສະນັ່ນ ສຸດທິ​ຈັກ,  2. ທ່ານ ຈັນ​ມີ ດວງ​ບຸດ​ດີ,  3. ທ່ານ ສີ​ຊະນະ ສີ​ສານ,  4. ທ່ານ ສະຫວ່າງ,  5. ທ່ານ ບຸນ ພົມ​ມະຫາ​ໄຊ,    6. ທ່ານ ຄໍາມາ ພົມ​ກອງ,  7. ທ່ານ ສົມ​ສະໜິດ ສຸດທິ​ຈັກ,  8. ທ່ານ ສີວິ​ໄລ ​ແລະ ທ່ານ​ອື່ນໆ​ອີກ. ​ ໃນ​ນັ້ນ, ຮັບຜິດຊອບ​ວຽກງານ​ອົບຮົມ​ມີ ທ່ານ ສົມ​ສະໜິດ ສຸດທິ​ຈັກ, ທ່ານ ສະຫວ່າງ, ທ່ານ ສີວິ​ໄລ, ທ່ານ​ ຈັນ​ມີ ດວງ​ບຸດ​ດີ ​ແລະ ທ່ານອື່ນໆ.
  ພາຍຫຼັງ​ປະ​ເທດ​ຊາດ​ໄດ້​ຮັບ​ການ​ປົດ​ປ່ອຍ​ແລ້ວ ຄະນະ (ຄ.ອ.ວປ່ຽນ​ມາ​ເປັນ ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ. ຈົນ​ເຖິງ​ປະຈຸ​ບັນ​, ສະຖານທີ່ຕັ້ງ​ຢູ່ (ຫຼັກ6) ບ້ານ ສີວິໄລ, ເມືອງໄຊທານີ ນະຄອນຫຼວງວຽງຈັນ.                                

                                                                                         ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ແຕ່ລະໄລຍະຄື:

                                                                      ທ່ານ ຈັນມີ ດວງບຸດດີ ຫົວໜ້າຄະນະໂຄສະນາອົບຮົມ ພາຍຫຼັງປະເທດຊາດ ໄດ້ຮັບການປົດປ່ອຍ.

 

                                                                         ທ່ານ ສົມລັດ ຈັນທະມາດ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ກາງຊຸມປີ 80 ຫາຕົ້ນປີ 90.

 

                                                                        ທ່ານ ໂອສະກັນ ທໍາມະເທວາ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ກາງຊຸມປີ 1990 – 2004.

 

                                                                       ທ່ານ ໝູນແກ້ວ ອໍລະບູນ ຮັກສາການ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ 2004 – 2005.

 

                                                                     ທ່ານ ສີເຫຼືອ ບຸນຄ້ໍາ ຮັກສາການ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ  2005 – 2006.

 

                                                                    ທ່ານ ພັນ​ດວງ​ຈິດ ວົງສາ ຫົວໜ້າ​ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ 2006 ຫາ​ກາງ​ປີ 2011.

 

                                                                ທ່ານ ​ເຈືອງ ສົມບູນ​ຂັນ ຫົວໜ້າ​ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ ນັບ​ແຕ່​ກາງ​ປີ 2011 ເຖິງ​  2014 

 

                                                               ທ່ານ ສຈ. ດຣ ກິແກ້ວ ໄຂຄຳພິທູນ ຫົວໜ້າ​ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ ນັບ​ແຕ່​​ປີ 2014 ເຖິງ​  2019 .

 

                                                                  ທ່ານ ປອ. ຄຳພັນ ພົມມະທັດ ຫົວໜ້າ​ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ ນັບ​ແຕ່​​ປີ 2019 ເຖິງຕົ້ນປີ 2021

 

                                                                              ທ່ານ ປອ. ຄຳພັນ ເຜີຍຍະວົງ ຫົວໜ້າ​ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ ຜູ້ປັດຈຸບັນ

 

                                

                                                                   ໃນປະຈຸບັນກົງຈັກ​ການ​ຕັ້ງປະກອບ​ມີ:

                                                                        1.ຫ້ອງການ

                                                                       2.ກົມ​ຈັດຕັ້ງ-ພະນັກງານ.

                                                                       3.ກົມກວດກາ.

                                                                       4.ກົມ​ໂຄສະນາ.

                                                                       5.ກົມ​ອົບຮົມ.

                                                                       6.ກົມ​ຂໍ້​ມູນ​ຂ່າວສານ ແລະ ຝຶກອົບຮົມ.

                                                                       7.ວາລະສານ​ອາ​ລຸນ​ໃຫມ່.

                                                                       8.ໜັງສືພິມປະຊາຊົນ.

                                                                       9.ຫ້ອງການສະພາທິດສະດີສູນກາງພັກ.