ກ່ຽວກັບຄະນະໂຄສະນາອົບຮົມສູນກາງພັກ

ຄຳເຫັນຂອງທ່ານ ສຈ.ດຣ ກິແກ້ວ ໄຂຄຳພິທູນ ອະດີດ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ

       ການສ້າງເວັບໄຊສຂອງ ຄະນະໂຄສະນາອົບຮົມສູນກາງພັກ ເຊິ່ງໃສ່ລະຫັດຊື່ວ່າ www.ptc.gov.la ທີ່​ເປີດ​ນຳ​ໃຊ້​ເປັນ​ທາງ​ການ ປີ 2013 ນັບວ່າເປັນຄວາມສຳເລັດສຳຄັນອັນໜຶ່ງຂອງຄະນະໂຄສະນາອົບຮົມສູນກາງພັກ, ເປັນກະບອກສຽງທີ່ສໍາຄັນຂອງວຽກ​ງານ ການເມືອງ-​ແນວ​ຄິດ​ຂອງ​ພັກ​ໃນ​ເງື່ອນໄຂ​ໃໝ່. ​

​       ເວັບ​ໄຊ​ສຂອງ​ພວກ​ເຮົາ​ຈະ​ສ້າງ​ເງື່ອນ​ໄຂ​ໃຫ້ການ ຄົ້ນຄ້ວາ​ກໍາແຫນ້ນ​ໂຄງການ​ການ​ເມືອງ, ມະຕິ​ຂອງ​ກອງ​ປະຊຸມ​ໃຫ່ຍ ​ແລະ ຂອງກອງປະຊຸມ​ສູນ​ກາງ​ພັກ​ ແຕ່ລະຄັ້ງ ກໍ​ຄື​ແນວທາງ, ​ແຜນ​ນະ​ໂຍບາຍ​ຂອງ​ພັກ, ​ແຜນ​ພັດທະນາ ​ເສດຖະກິດ-ສັງຄົມ ​ແລະ ລະບຽບກົດຫມາຍ​ຂອງ​ລັດ;  ​​ເຜີຍ​ແຜ່​ອະທິບາຍ​ໃຫ້​ສະມາຊິກ​ພັກ, ພະນັກງານ ​ແລະ ປະຊາຊົນ​ບັນ​ເຜົ່າ, ບັນດາ​ຊັ້ນຄົນ​ໃນ​ສັງຄົມ​ ໄດ້​ຮັບ​ຮູ້, ​ເຂົ້າ​ໃຈ​ ພ້ອມ​ກັນນັ້ນກໍ​ໂຄສະນາ​ປຸກລະດົມ​ການຈັດຕັ້ງປະຕິບັດ​ໃຫ້​ປະກົດ​ເປັນ​ຈິງ.

​        ເວັບ​ໄຊ​ສ ຈະ​ສະ​ເໜີ ເອກະສາ​ນອົບຮົມ​ຄວາມ​ຮູ້​ກ່ຽວ​ກັບ​ທິດ​ສະ​ດີ ມາກ-​ເລ​ນິນ, ກ່ຽວ​ກັບ​ພຶດຕິ​ກຳ ​ແລະ​ ບົດຮຽນ​ການ​ສ້າງ​ສັງຄົມ​ນິຍົມ; ຄວາມ​ຮູ້​ກ່ຽວ​ກັບ​ການ​ນຳພາ​ຂອງ​ພັກ,   ການ​ຄຸ້ມ​ຄອງ​ຂອງ​ລັດ ​ແລະ ການ​ເສີມ​ຂະຫຍາຍ​ສິດ​ເປັນ​ເຈົ້າຂອງ​ປະຊາຊົນ; ຄວາມ​ຮູ້​ກ່ຽວ​ກັບ​ປະຫວັດສາດ,   ມູນ​​ເຊື້ອ​ຂອງ​ຊາດ ​ແລະ ຂອງ​ພັກ.

        ສະ​ເໜີ​ໃຫ້​ຮູ້​ຫລັກສູດ ​ແລະ ​ໂຄງການ​ສິດສອນ​ທິດ​ສະ​ດີ, ​ແນວທາງ​ຂອງ​ພັກ ແລະ ວິຊາ​ສັງຄົມ-ການ​ເມືອງ​ຢູ່​ໃນ​ສະ​ຖາ​ບັນ​ການ​ສຶກສາ​ຊັ້ນຕ່າງໆ ​ແລະ​ ໂຮງຮຽນ​ການ​ເມືອງ-​ການ​ປົກຄອງ​ທຸກຂັ້ນ;ສະ​ເໜີສະພາບ​ວຽກງານ​ການ​ເມືອງ​-ແນວ​ຄິດ ໃນ​ແຕ່ລະ​ໄລຍະໃຫ້ຄົນສ່ວນຫລວງຫລາຍໄດ້ຮັບຂໍ້ມູນຂ່າວສານທີ່ຄົບ​ຖ້ວນ​ຖືກຕ້ອງກ່ຽວກັບຄວາມເປັນມາ, ພາລະບົດບາດ, ການຈັດຕັ້ງ, ການເຄື່ອນໄຫວ ຂອງ​ຄະນະ​ໂຄສະນາ​ອົບຮົມ​ທີ່​ເຮັດໜ້າທີ່​ໂຄສະນາສື​ກສາ​ອົບຮົມ ​ແລະ ​ເຜີຍ​ແຜ່​ແນວທາງ​ນະ​ໂຍບາຍ​ຂອງ​ພັກ-​ລັດ​ເຮົາ, ມະຕິ, ຄຳ​ສັ່ງ, ນິຕິກຳ, ແຜນຍຸດທະສາດ ແລະ ວິໄສທັດ ​ພັດທະນາ​ເສດຖະກິດ-​ສັງຄົມ ຂອງ​ປະ​ເທດ​ຊາດ.

      ການ​ສ້າງ​ເວັບ​ໄຊສ​​ ຍິ່ງ​ມີ​ຄວາມ​ຈຳ​ເປັນ​ຫຼາຍຂື້ນ​ໃນ​ເງື່ອນ​ໄຂ​ເປີດ​ກວ້າງ​ການ​ພົວພັນ​ຮ່ວມ​ມື​ກັບ​ຕ່າງປະ​ເທດ, ມັນ​ເປັນ​ເຄື່ອງ​ມື​ສຳລັບພວກ​ເຮົາ​ໃນ​ການ​ສື່ສານ,​ ໂຄສະນາ, ປະຊາສຳພັນ ​ເພື່ອ​ແລກປ່ຽນ​ຂໍ້​ມູນ​ຂ່າ​ວສານ​ກັບ​ ພາຍ​ນອກ ກໍ່​ຄື​ພາກ​ພື້ນ ​ແລະ ສາກົນ.

     ສະນັ້ນ, ຫວັງ​ຢ່າງ​ຍິ່ງ​ວ່າ ​ເຄື່ອງມື​ທີ່​ທັນ​ສະ​ໄໝ​ນີ້ ຈະ​ກາຍ​ເປັນ​ພາຫາ​ນະ​ທີ່​ສຳຄັນ​ອັນໜຶ່ງ ​ຂອງ​ວຽກງານ​ແນວ​ຄິດ ປະກອບສ່ວນ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ປະ​ເທດ​ຊາດ ກ້າວ​ສູ່ຈຸດໝາຍທີ່​ໄດ້​ກຳ​ນົດໄວ້.

  ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍຄະນະຮັບຜິດຊອບສ້າງຕັ້ງເວັບໄຊສ ຂອງຄະນະໂຄສະນາອົບຮົມສູນກາງພັກ ກໍ່ຄື ກົມຂໍ້​ມູນ​ຂ່າວສານ, ພະ​ແນ​ກ​ໂຄສະນາ​ຜ່ານ​ສື່​ເອ​ເລັກ​ໂຕຼນິກ ແລະ ພະນັກງານຂັ້ນຕ່າງໆ ຂອງຄະນະໂຄສະນາອົບຮົມສູນກາງພັກ ທີ່ໄດ້ຮ່ວມກັນສ້າງເວັບໄຊສ ຂອງຄະນະໂຄສະນາອົບຮົມສູນກາງພັກ ​​ຈົນສຳເລັດຕາມແຜນການ. ​ເຊື່ອໝັ້ນວ່າເວັບໄຊສນີ້ຈະສືບຕໍ່​ໄດ້​ຮັບ​ການປັບປຸງເພີ່ມຕື່ມໃຫ້ຄົບຖ້ວນສົມບູນແລະ ຮັບໃຊ້ໄດ້ໃນທຸກເວລາ. ພວກເຮົາຫວັງຢ່າງ​ຍິ່ງ​ວ່າຈະໄດ້ຮັບຄຳຕຳນິຕິຊົມຈາກບັນດາທ່ານຜູ້ໃຊ້ບໍລິການ​ເພື່ອຈະ​ໄດ້​ປັບປຸງ​ຕົນ​ເອງ​ໃຫ້​ກາຍເປັນກະບອກສຽງ ທີ່ແຫລມຄົມ, ເລິກເຊິ່ງ, ວ່ອງໄວ ແລະ ທັນການ ຂອງຄະນະໂຄສະນາອົບຮົມສູນກາງພັກ.

       ອວຍພອນໄຊໃຫ້ເວັບໄຊສ ຂອງຄະນະໂຄສະນາອົບຮົມສູນກາງພັກ ຈົ່ງປະສົບຜົນສຳເລັດ ໃນການປະຕິບັດໜ້າທີ່ອັນມີກຽດອັນສູງສົ່ງຂອງຕົນ.