ສົມພິນິດ ວົງສົມບັດ

ພິທີປາຖະກະຖາສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70ປີ (20/07/1955 – 20/07/2025)

ເພື່ອຫວນຄືນປະຫວັດມູນເຊື້ອການກຳເນີດ, ເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານການເຄື່ອນໄຫວວຽກງານ ຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ແລະ ແມ່ຍິງລາວບັນດາເຜົ່າ ທີ່ໄດ້ອຸທິດຕົນເພື່ອພາລະກິດຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ ກໍ່ຄືພາລະກິດພັດທະນາແມ່ຍິງລາວ. ຄະນະສະຫະພັນແມ່ຍິງ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີປາຖະກະຖາສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70ປີ ຂຶ້ນໃນຕອນເຊົ້າຂອງວັນທີ 8 ກໍລະກົດ 2025 ຢູ່ທີ່ຫ້ອງປະຊຸມໃຫຍ່ ຄອສພ (ຫຼັກ6)

ກອງປະຊຸມລະດົມຄວາມເຫັນຕໍ່ຮ່າງເນື້ອໃນສະຫຼຸບ 40 ປີແຫ່ງການປ່ຽນແປງໃໝ່ ຢູ່ ສປປ ລາວ (1986-2026).

ໃນຕອນເຊົ້າຂອງວັນທີ 27 ມິຖຸນາ 2025 ຫ້ອງການສະພາທິດສະດີສູນກາງພັກ ໄດ້ຈັດກອງປະຊຸມລະດົມຄວາມເຫັນຕໍ່ຮ່າງເນື້ອໃນສະຫຼຸບ 40 ປີແຫ່ງການປ່ຽນແປງໃໝ່ ຢູ່ ສປປ ລາວ (1986-2026) ຂຶ້ນທີ່ຫ້ອງປະຊຸມໃຫຍ່ ຄະນະໂຄສະນາອົບຮົມສູນກາງພັກ (ຫຼັກ6)

ພິທີປີດຊຸດຝຶກອົບຮົມວິທີການຂຽນບົດຂ່າວ, ບົດຄວາມລົງເຜິຍແຜ່ໃນສື່ເອເລັກໂຕຣນິກ ໃຫ້ແກ່ພະນັກງານ ຄະນະໂຄສະນາອົບຮົມແຂວງ ທົ່ວປະເທດ.

ໃນຕອນບ່າຍຂອງ ວັນທີ 7 ພະຈິກ 2024 ກົມຂໍ້່ມູນຂ່າວສານ ແລະ ຝຶກອົບຮົມ ໄດ້ຈັດພິທີປີດຊຸດຝຶກອົບຮົມວິທີການຂຽນຂ່າວ, ບົດຄວາມລົງເຜິຍແຜ່ໃນສື່ເອເລັກໂຕຣນິກໃຫ້ແກ່ພະນັກງານ ຄະນະໂຄສະນາອົບຮົມແຂວງ ທົ່ວປະເທດ ຂຶ້ນທີ່ຫ້ອງປະຊຸມທາງໄກ (ຊັ້ນ4) ໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານໂດຍ ທ່ານ ນ. ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນໍາວຽກງານກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ເຂົ້າຮ່ວມມີ: ທ່ານ ວັນຕຸລາ ຮັກນຸດ ກໍາມະການຄະນະພັກ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ທ່ານ ພູວັນ ສຸວັນ ຮອງຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ຄະນະຮັບຜິດຊອບຊຸດຝຶກອົບຮົມ ແລະ ບັນດານັກສໍາມະກອນ ຈາກໂຄສະນາອົບຮົມແຂວງ ທົ່ວປະເທດ ຈໍານວນ 134 ສະຫາຍ, ຍິງ 55 ສະຫາຍ.

ພິທີເປີດຊຸດຝຶກອົບຮົມວິທີການຂຽນບົດຂ່າວ, ບົດຄວາມລົງເຜິຍແຜ່ໃນສື່ເອເລັກໂຕຣນິກ ໃຫ້ແກ່ພະນັກງານ ຄະນະໂຄສະນາອົບຮົມແຂວງ ທົ່ວປະເທດ.

ໃນຕອນເຊົ້າຂອງ ວັນທີ 4 ພະຈິກ 2024 ກົມຂໍ້່ມູນຂ່າວສານ ແລະ ຝຶກອົບຮົມ ໄດ້ຈັດພິທີເປີດຊຸດຝຶກອົບຮົມວິທີການຂຽນຂ່າວ, ບົດຄວາມລົງເຜິຍແຜ່ໃນສື່ເອເລັກໂຕຣນິກ ໃຫ້ແກ່ພະນັກງານ ຄະນະໂຄສະນາອົບຮົມແຂວງ ທົ່ວປະເທດ ຂຶ້ນທີ່ຫ້ອງປະຊຸມທາງໄກ (ຊັ້ນ4) ໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານໂດຍ ທ່ານ ນ. ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນໍາວຽກງານກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ. ເຂົ້າຮ່ວມມີ: ທ່ານ ວັນຕຸລາ ຮັກນຸດ ກໍາມະການຄະນະພັກ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ທ່ານ ພູວັນ ສຸວັນ ຮອງຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ທ່ານ ຄໍາວິສັນ ແກ້ວສຸວັນ ອະດີດຜູ້ຊ່ວຍຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຄະນະຮັບຜິດຊອບຊຸດຝຶກອົບຮົມ ແລະ ບັນດານັກສໍາມະກອນ ຈາກໂຄສະນາອົບຮົມແຂວງ ທົ່ວປະເທດ ຈໍານວນ 134 ສະຫາຍ, ຍິງ 55 […]

ພິທີປາຖະກະຖາເນື້ອໃນກອງປະຊຸມຄົບຄະນະເທື່ອທີ 3 ສະໄໝທີ XX ຂອງພັກກອມມູນິດຈີນ.

ໃນຕອນເຊົ້າຂອງວັນທີ 23 ຕຸລາ 2024 ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບ ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ຫ້ອງວ່າການສູນກາງພັກ ໄດ້ຈັດຕັ້ງພິທີປາຖະກະຖາ ກ່ຽວກັບເນື້ອໃນກອງປະຊຸມຄົບ ຄະນະເທື່ອທີ 3 ສະໄໝທີ 20 ຂອງພັກກອມ ມູນິດຈີນ ຂຶ້ນທີ່ ຫ້ອງປະຊຸມໃຫຍ່ ຂອງຫ້ອງວ່າການສູນກາງພັກ

1 2 3 36