ພິທີປິດຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ຊຸດທີ I ໃຫ້ສະມາ ຊິກພັກ-ພະນັກກງານ ຄະນະໂຄສະນາອົບຮົມສູນກາງພັກ.


ໃນຕອນເຊົ້າຂອງວັນທີ 9 ພະຈິກ 2023 ຄະນະໂຄສະນາອົບຮົມສູນກາງພັກ ໄດ້ສົມທົບກັບ ສະຖາບັນການເມືອງ-ການປົກຄອງແຫ່ງຊາດ ຈັດພິທີປິດຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ລະບົບ 03 ເດືອນ ຊຸດທີ I ໃຫ້ແກ່ສະມາຊິກພັກ-ພະນັກງານ ພາຍໃນຄະນະໂຄສະນາອົບຮົມສູນກາງພັກ, ໂດຍພາຍໃຕ້ການເປັນປະ ທານຮ່ວມແລະ ກ່າວປິດພິທີໂດຍ ສະຫາຍ ລາວປາວຊົ່ງ ນະວົງໄຊ ຮອງເລຂາຄະນະພັກ ຮອງຫົວຫນ້າຄະນະໂຄສະນາອົບຮົມສູນກາງພັກ ແລະ ສະຫາຍ ດາວສະ ຫວັນ ເຄືອມີໄຊ ກໍາມະການປະຈໍາພັກ, ຮອງຫົວໜ້າສະຖາບັນການເມືອງ-ການປົກຄອງແຫ່ງຊາດ ໃນນັ້ນກໍມີ ສະຫາຍຄະນະບໍລິຫານງານພັກ, ຜູ້ຕາງໜ້າຄະນະພົວພັນຕ່າງປະເທດສູນກາງພັກ ບັນດາຫົວໜ້າກົມ, ທຽບເທົ່າກົມ, ຄະນະຮັບຜິດຊອບຊຸດຝຶກອົບຮົມ ແລະ ນັກຝຶກອົບຮົມທັງໝົດ 34 ສະຫາຍ,ຍິງ 17 ສະຫາຍ.


ໃນພິທີ ທ່ານ ອານົງສັກ ອິນທະວົງ ກໍາມະການຄະນະພັກ ຫົວຫນ້າກົມຈັດຕັ້ງພະນັກງານ ໄດ້ຂຶ້ນຜ່ານບົດສະຫລຸບຜົນການຮຽນທິດສະດີການເມືອງຂັ້ນຕົ້ນ ຊຸດທີ I ລະບົບ 03 ເດືອນຂອງຄະນະໂຄສະນາອົບຮົມສູນກາງພັກ ເຊີ່ງທ່ານໄດ້ຍົກໃຫ້ເຫັນສະພາບລວມໃນການຈັດຕັ້ງປະຕິບັດການຮຽນການສອນໃນໄລຍະ 03 ເດືອນຜ່ານມາ, ຕີລາຄາຜົນໄດ້ຮັບທາງດ້ານການຮຽນ-ການສອນ, ທາງດ້ານການເມືອງ-ແນວຄິດ, ເນື້ອໃນ ຮູບແບບຫລັກສູດການຮຽນ-ການສອນ, ຄຽງຄູ່ກັບດ້ານດີທີ່ກ່າວມາຂ້າງເທີງນັ້ນກໍຍັງມີດ້ານອ່ອນຂໍ້ຄົງຄ້າງທີ່ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂໃນສະເພາະຫນ້າ ແລະ ບົດຮຽນທີ່ຖອດຖອນໄດ້.
ພິທີປິດຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ຊຸດທີ I ໃຫ້ສະມາຊິກພັກ-ພະນັກກງານ ຄະນະໂຄສະນາອົບຮົມສູນກາງພັກຄັ້ງນີ້ ໃຫ້ກຽດມອບໃບຢັ້ງຢືນໂດຍ ສະ ຫາຍ ດາວສະຫວັນ ເຄືອມີໄຊ ກໍາມະການປະຈໍາພັກ, ຮອງຫົວໜ້າສະຖາບັນການເມືອງ-ການປົກຄອງແຫ່ງຊາດ; ພ້ອມນັ້ນທ່ານ ຍັງໄດ້ມີຄໍາເຫັນໂອ້ລົມຕໍ່ບັນດານັກສຶກສາ ໃນນັ້ນທ່ານໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ນັກສຶກສາທັງຫມົດ ທ່ານໄດ້ຕີລາຄາສູງຕໍ່ຜົນສໍາເລັດຂອງຊຸດການຮຽນການສອນຄັ້ງນີ້ ແລະ ຕີລາຄາສູງຕໍ່ຄະນະ ພັກຄະນະນໍາ ຄອສພ ໃນຄວາມພະຍາຍາມ ແລະ ຕັດສິນໃຈໃນການບິແບ່ງທຶນຮອນເຂົ້າໃນການຈັດລະບົບການຮຽນ-ການສອນທິດສະດີການເມືອງຂັ້ນຕົ້ນຄັ້ງນີ້ຂຶ້ນ; ນອກນັ້ນ ທ່ານໄດ້ມີຄໍາເຫັນເນັ້ນຫນັກຕໍ່ນັກສຶກສາທັງຫມົດທີ່ຜ່ານການຮຽນທິດສະດີການເມືອງຂັ້ນຕົ້ນ ຊຸດທີ I ຄັ້ງນີ້ ພ້ອມກັນສືບຕໍ່ຄົ້ນຄວ້າຮໍ່າຮຽນ ກໍາແໜ້ນທິດສະດີມາກ-ເລນິນ, ແນວຄິດປະທານໄກສອນ ພົມວິຫານໃຫ້ເລິກເຊິ່ງ, ນໍາເອົາບົດຮຽນດັ່ງກ່າວໄປຜັນຂະຫຍາຍ ແລະ ຫມູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດຫນ້າທີ່ວຽກງານວິຊາສະເພາະຂອງຕົນ ເວົ້າລວມ ເວົ້າສະເພາະກໍຄືຫນ້າທີ່ວຽກງານການເມືອງ ໃຫ້ມີປະສິດທິຜົນສູງສຸດ, ມີທັດສະນະຫລັກຫມັ້ນ ການເມືອງຫນັກແຫນ້ນ ເຮັດຕ້ອງໄປຕາມເວົ້າ ຮູ້ຈໍາແນກມິດ-ສັດຕູ ຈະແຈ້ງ, ຕ້ານພະຍາດອາດຍາສິດ, ຮູ້ຖະນອມຖອມຕົວ, ຕ້ອງສ້າງຕົນເອງໃຫ້ກາຍເປັນຜູ້ທີ່ມີ3 ເປັນ 7 ຮູ້ ແລະ ສ້າງຕົນເອງໃນທຸກໆດ້ານ, ຮູ້ເສຍສະຫລະ, ຮູ້ດຳລົງຊີວິດ,ຮູ້ເປັນແບບຢ່າງທີ່ດີ ໃຫ້ແກ່ມະຫາຊົນ, ຮູ້ນໍາພາຮູ້ວາງແຜນການແຜນງານອັນລະອຽດ ນໍາເອົາຄວາມຮູ້ທີ່ຮຽນມາເປັນເຂັມຊີ້ທິດເຍືອງທາງ ເປັນແວ່ນແຍງອັນໃສແຈ້ງໃຫ້ແກ່ການດໍາລົງຊີວິດ ແລະ ການປະຕິບັດຫນ້າທີ່ວຽກງານໃຫ້ມີຜົນສໍາເລັດໃຫມ່ໃຫຍ່ຫລວງກວ່າເກົ່າ.
ໃນໂອກາດທີ່ມີຄວາມຫມາຍສໍາຄັນດັ່ງກ່າວ ທ່ານ ລາວປາວຊົ່ງ ນະວົງໄຊ ຮອງເລຂາຄະນະພັກ ຮອງຫົວຫນ້າຄະນະໂຄສະນາອົບຮົມສູນກາງພັກ ໃຫ້ກຽດໂອ້ລົມ ແລະ ມີຄໍາເຫັນວ່າການຮຽນທິດສະດີການເມືອງຂັ້ນຕົ້ນ ແມ່ນມີຄວາມຫມາຍສໍາຄັນຫລາຍຕໍ່ພະນັກງານການນໍາຫຼັກແຫຼ່ງ ຂອງຂະແຫນງການໂຄສະນາອົບຮົມ ເພື່ອສ້າງຄວາມຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ເປັນເອກະພາບຕໍ່ຄວາມເຊື່ອຫມັ້ນຕໍ່ອຸດົມການຂອງພັກ, ສ້າງທັດສະນະການເມືອງທີ່ຖືກຕ້ອງໃຫ້ສະມາຊິກພັກ ພະນັກງານນໍາພາ-ຄຸ້ມຄອງ ມີຄວາມຕື່ນຕົວປະຕິບັດແນວທາງນະໂຍບາຍຂອງພັກ-ລັດ, ການຮໍ່າຮຽນທິດສະດີການເມືອງເປັນວຽກງານຍຸດທະສາດ ໃນການສ້າງຄວາມເປັນເອກະພາບທາງດ້ານແນວຄິດ ແລະ ການກະທໍາຂອງທົ່ວພັກ ທົ່ວລັດ ເວົ້າລວມ ເວົ້າສະເພາະ ແມ່ນການນໍາພາຊີ້ນໍາຂອງຄະນະບໍລິຫານງານ ຄະນະໂຄສະນາອົບ ຮົມສູນກາງພັກ ເພື່ອພ້ອມກັນປະຕິບັດຫນ້າທີ່ການເມືອງທີ່ໄດ້ຮັບມອບຫມາຍນັ້ນທ່ານໄດ້ເນັ້ນຫນັກບາງຈຸດສໍາຄັນດັ່ງນີ້:
1. ພາຍຫລັງຮຽນທິດສະດີການເມືອງແລ້ວໃຫ້ບັນດາສະຫາຍສືບຕໍ່ຄົ້ນຄວ້າບັນດາເນື້ອໃນບົດຮຽນໃນແຕ່ລະພາກວິຊາ ແລະ ບົດຮຽນທີ່ອາຈານສອນໃຫ້ທາງດ້ານທິດສະດີ ແລະ ພຶດຕິກຳຕົວຈິງເພື່ອນໍາໄປຫມູນໃຊ້ເຂົ້າໃນການປະຕິບັດຫນ້າທີ່ວຽກງານຂອງຕົນຮັບຜິດຊອບໃຫ້ດີຂຶ້ນກວ່າເກົ່າ.
2. ການຮຽນຄັ້ງນີ້ ແມ່ນເປັນການປັບປຸງຍົກລະດັບຄວາມຮູ້ທາງດ້ານທິດສະດີການເມືອງໃຫ້ສະມາຊິກພັກ,ພະນັກງານຫລັກແຫຼ່ງຂອງ ຄະນະໂຄສະນາອົບຮົມສູນ ກາງພັກ ເປັນການຍົກສູງຄວາມຮັບຜິດຊອບຕໍ່ຫນ້າທີ່ການເມືອງຂອງສະມາຊິກພັກ-ພະນັກງານ, ມີແບບແຜນວິທີເຮັດວຽກ ແລະ ມີພຶ້ນຖານທາງດ້ານທິດສະດີການເມືອງຫນັກແຫນ້ນກວ່າເກົ່າ.
3. ໃຫ້ບັນດາສະຫາຍສືບຕໍ່ຝຶກຝົນຫລໍ່ຫລອມຕົນເອງທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ ຄວາມຮັບຜິດຊອບຕໍ່ຫນ້າທີ່ການເມືອງທີ່ໄດ້ຮັບມອບຫມາຍໃຫ້ປະສົບຜົນສໍາເລັດ.