ເພສກົມກວດກາ

ກອງປະຊຸມວຽກງານກວດກາ ຂອງຄະນະກວດກາສູນກາງພັກຕໍ່ວຽກງານກວດກາຂອງ ຄອສພ

ກົມກວດກາ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດກອງປະຊຸມການລົງຕິດຕາມ, ຊຸກຍູ້ວຽກງານກວດກາ ຂອງຄະນະກວດກາສູນກາງພັກຕໍ່ວຽກງານກວດກາຂອງຄະນະໂຄສະນາອົບຮົມສູນກາງພັກ ຂຶ້ນໃນວັນທີ 5 ພະຈິກນີ້ ທີ່ ຄອສພ, ຈຸດປະສົງເພື່ອເປັນການຕີລາຄາຄືນກ່ຽວກັບການເຄື່ອນໄຫວວຽກງານກວດກາພັກ, ກວດກາລັດ ວຽກງານຄໍາຮ້ອງ ຄໍາສະເໜີ ໃນໄລຍະຜ່ານມາ. ໂດຍການເປັນປະທານຂອງ ທ່ານ ສາຄອນ ພົມມະລາດ ຄະນະປະຈໍາພັກ ຮອງປະທານກວດກາພັກ ຮອງຫົວໜ້າໂຄສະນາອົບຮົມສູນກາງພັກ; ທ່ານ ຊື່ນຊົມ ໄຊເກີຢາຈົງຕົວ ຮອງປະທານຄະນະກວດກາສູນກາງພັກ ຮອງປະທານອົງການກວດກາແຫ່ງລັດ ມີບັນດາປະທານກວດກາ ຕາງໜ້າໜ່ວຍພັກທີ່ໄດ້ເຮັດວຽກງານກວດກາເຂົ້າຮ່ວມ. ທ່ານ ສະຫວ່າງ ດາລາແສນ ຮອງປະທານກວດກາ ຫົວໜ້າກົມກວດກາ ຄອສພ ໄດ້ລາຍງານກ່ຽວກັບການເຄື່ອນໄຫວວຽກງານກວດກາພັກ, ກວດກາລັດ ພາຍໃນ ຄອສພ ໃນໄລຍະຜ່ານມາວ່າ: ໃນໄລຍະ 1 ປີຜ່ານມາ ຄະນະກວດກາ ຄອສພ ໄດ້ຖືເອົາວຽກງານການເມືອງ-ແນວຄິດເປັນວຽກງານກົກ, ເປັນວຽກງານແຖວໜ້າໃນການເຄື່ອນໄຫວຊີ້ນຳ-ນໍາພາຂອງຕົນ ໄດ້ເອົາໃຈໃສ່ສຶກສາອົບຮົມພະນັກງານ, ສະມາຊິກພັກ, ລັດຖະກອນດ້ວຍການຈັດຕັ້ງເຊື່ອມຊຶມກຳແໜ້ນທິດສະດີມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ, ແນວທາງແຜນນະໂຍບາຍ […]

ຄອສພ ຍົກລະດັບຄວາມຮູ້ໃຫ້ພະນັກງານທີ່ເຮັດວຽກງານກວດກາ

ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ເປີດຊຸດຝຶກອົບຮົມວຽກງານກວດກາພັກ-ລັດ ໃຫ້ພະນັກງານທີ່ເຮັດວຽກງານກວດກາ ຢູ່ຄະນະໂຄສະນາອົຍຮົມສູນກາງພັກ ປະຈຳປີ 2026 ຂຶ້ນໃນ ລະຫວ່າງວັນທີ 18-28 ສິງຫານີ້ ທີ່ ຄອສພ, ໂດຍ ການເປັນປະທານ ແລະ ເປີດຊຸດອົບ ຮົມດັ່ງກ່າວ ຂອງ ສະຫາຍ ສາຄອນ ພົມມະລາດ ຄະນະປະຈໍາພັກ ປະທານກວດກາ ຮອງຫົວໜ້າ ຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາສະຫາຍຄະນະພັກຮາກຖານ, ຄະນະໜ່ວຍພັກ ທີ່ຂຶ້ນກັບ ຄອສພ ຄະນະຮັບຜິດຊອບການຝຶກອົບຮົມ ແລະ ນັກຝຶກອົບຮົມເຂົ້າຮ່ວມ.

ເພີ່ມທະວີການຕິດຕາມ, ກວດກາພັກ-ລັດ ຮັບໃຊ້ການປະຕິບັດໜ້າທີ່ການເມືອງ ຢູ່ ຄອສພ

ໃນວັນທີ 20 ມັງກອນ 2026 ໄດ້ຈັດກອງປະຊຸມສໍາມະນາວິທະຍາສາດ ທີ່ຫ້ອງປະຊຸມໃຫຍ່ ຄະນະໂຄສະນາອົບຮົມສູນກາງພັກ (ຫຼັກ 6) ພາຍໃຕ້ຫົວຂໍ້: ທິດສະດີ-ພຶດຕິກໍາໃນການປະຕິບັດບົດບາດ ໂຄສະນາອົບຮົມ ເປັນກະບອກສຽງໃຫ້ແກ່ພັກ; ກອງປະຊຸມໄດ້ໃຫ້ກຽດເປັນປະ ທານກ່າວເປີດໂດຍ ສະຫາຍ ຄໍາພັນ ເຜີຍຍະວົງ, ກໍາມະການກົມການເມືອງສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ; ເຂົ້າຮ່ວມມີ ສະຫາຍ ປອ. ຄໍາມອນ ຈັນທະຈິດ ກໍາມະການສໍາຮອງສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບ ຮົມ, ຮອງປະທານຜູ້ປະຈໍາການ ສທພ; ມີບັນດາຫົວໜ້າກົມ-ຮອງກົມ, ຫົວໜ້າພະແນກ-ຮອງພະແນກ ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມວຽກງານກວດກາປະຈຳປີ 2024 ຂອງຄະນະໂຄສະນາອົບຮົມສູນກາງພັກ

ກອງປະຊຸມວຽກງານກວດກາປະຈຳປີ 2024 ຂອງຄະນະໂຄສະນາອົບຮົມສູນກາງພັກ ໃນຕອນເຊົ່້າວັນທີ 23 ພຶດສະພາ 2025 ທີ່ຫ້ອງປະຊຸມໃຫຍ່ ໄດ້ຈັດກອງປະຊຸມວຽກງານກວດກາປະຈຳປີ 2024

1 2 3 … 5