ເພສກົມກວດກາ

ໜ່ວຍພັກກົມກວດກາ ຄະນະໂຄສະນາອົບຮົມສູນກາງພັກ ດຳເນີນກວດກາ ປົກກະຕິ ປະຈຳປີ 2022 ແລະ ດໍາເນີນຊິີວິດການເມືອງ ປະຈໍາເດືອນ

ໜ່ວຍພັກກົມກວດກາ ຄະນະໂຄສະນາອົບຮົມສູນກາງພັກ ດຳເນີນກວດກາ ປົກກະຕິ ປະຈຳປີ 2022  ແລະ ດໍາເນີນຊິີວິດການເມືອງ ປະຈໍາເດືອນ ໃນຕອນເຊົ້າຂອງວັນທີ 27 ກໍລະກົດ 2023 ຄະນະກວດກາພັກ,ກົມກວດກາຄະນະໂຄສະນາອົບຮົມສູນກາງພັກ ນຳໂດຍ ທ່ານ ນ ວິລະວອນ ພັນທະວົງ ຄະນະປະຈຳພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານກວດກາພັກ ໄດ້ເຄື່ອນໄຫວກວດກາປົກກະຕິ ຢູ່ໜ່ວຍພັກກົມກວດກາ ເຂົ້າຮ່ວມີຄະນະໜ່ວຍພັກ, ຄະນະກົມ ແລະ ພະນັກງານພາຍໃນກົມທັງໜົດໄດ້ຢ່າງພ້ອມພຽງ.

ເປີດຊຸດຝຶກອົບຮົມວຽກງານກວດກາພັກ-ກວດກາລັດ

ເປີດຊຸດຝຶກອົບຮົມວຽກງານກວດກາພັກ-ກວດກາລັດ ຕອນເຊົ້າ ວັນທີ 16 ສິງຫາ 2023 ທີ່ຫ້ອງປະຊຸມຊັ້ນ 4 ກົມກວດກາຄະນະໂຄສະນາອົບຮົມສູນກາງພັກ ຈັດຝຶກອົບຮົມວຽກງານກວດກາພັກ-ກວດກາລັດ ຊຸດທີ III ຂຶ້ນ, ໃຫ້ກຽດເປັນປະທານ ໂດຍ ທ່ານ ນ ວິລະວອນ ພັນທະວົງ ກໍາມະການປະຈໍາພັກ, ປະທານກວດກາຄະນະພັກ, ຮອງຫົວໜ້າ ຄະນະໂຄສະນາອົບຮົມສູນ ກາງພັກ, ເຂົ້າຮ່ວມມີ ທ່ານ ວັນຄໍາ ໄຊວົງສັກ ຫົວໜ້າກົມຄົ້ນຄວ້າ ແລະ ວາລະສານກວດກາ, ຄະນະກວດກາສູນນກາງພັກ, ມີຄະນະກົມກວດກາ, ພ້ອມດ້ວຍພະນັກງານຜູູ້ເຮັດວຽກງານກວດກາ ຂອງບັນດາກົມ ແລະ ອົງການຈັດຕັ້ງມະຫາຊົນ ທີ່ຂຶ້ນກັບ ຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມຈໍານວນ 25 ທ່ານ. ໃນພິທີ ທ່ານ ນ ວິລະວອນ ພັນທະວົງ ກໍາມະການປະຈໍາພັກ, ປະທານກວດກາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໃຫ້ກຽດກ່າວເປີດພິທີຢ່າງເປັນທາງການ ບົດຮຽນທີ່ຈະມາຝຶກອົບຮົມໃນຄັ້ງນີ້ ມີຈໍານວນ 8 ບົດຄື: […]

ກົມກວດກາເຄື່ອນໄຫວເຮັດວຽກກວດກາປົກກະຕິ

ກົມກວດກາເຄື່ອນໄຫວເຮັດວຽກກວດກາປົກກະຕິ. ໃນຕອນເຊົ້າຂອງວັນທີ 04 ສິງຫາ 2023 ຄະນະກວດກາພັກ,ກົມກວດກາຄະນະໂຄສະນາອົບຮົມສູນກາງພັກ ນຳໂດຍ ທ່ານ ນ. ວິລະວອນ ພັນທະວົງ ຄະນະປະ ຈຳພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານກວດກາພັກ ໄດ້ເຄື່ອນໄຫວກວດກາປົກກະຕິ ຢູ່ໜ່ວຍພັກໜັງສືພິມປະຊາຊົນ ຄະນະໂຄສານາອົບຮົມສູນກາງພັກ. ໃນໂອກາດດັ່ງກ່າວ ສະຫາຍ ວັນໄຊ ຕະວິນຍານ ກໍາມະການພັກ, ເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະ ນາອົບຮົມສູນກາງພັກ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານຂອງ ຄະນະໜ່ວຍພັກ ໜັງສືພິມປະຊາຊົນ ໃນໄລຍະ 1 ປີ ຜ່ານມາແມ່ນໄດ້ເອົາໃຈໃສ່ນຳພາແນວຄິດ ພະນັກງານ, ໃຫ້ມີຄວາມອຸ່ນອ່ຽນທຸ່ນທ່ຽງ, ໄປຄຽງຄູ່ກັນນັ້ນ ກໍໄດ້ເປັນເຈົ້າການນຳພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງ ຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ, ໂດຍໄດ້ຫັນມາເປັນທິດທາງ ແຜນການ , ແຜນງານ,ໂຄງການ ລະ ອຽດ ໃນເວລາດໍາເນີນຊີວິດການເມືອງຂອງໜ່ວຍພັກໄດ້ເໜັ້ນໜັກການປະຕິບັດກົດລະບຽບຂອງພັກ ສິດ, ໜ້າທີ່, ພັນທະ […]

ກົມກວດກາເຄື່ອນໄຫວເຮັດວຽກກວດກາປົກກະຕິ ປະຈຳປີ 2022.

ກົມກວດກາເຄື່ອນໄຫວເຮັດວຽກກວດກາປົກກະຕິ ປະຈຳປີ 2022.          ໃນຕອນບ່າຍຂອງວັນທີ 24 ກໍລະກົດ 2023 ຄະນະກວດກາພັກ,ກົມກວດກາຄະນະໂຄສະນາອົບຮົມສູນກາງພັກ ນຳໂດຍ ທ່ານ ນ ວິລະວອນ ພັນທະວົງ ຄະນະປະຈຳພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານກວດກາພັກ ໄດ້ເຄື່ອນໄຫວກວດກາປົກກະຕິ ຢູ່ໜ່ວຍພັກຫ້ອງການ ຄະນະໂຄສານາອົບຮົມສູນກາງພັກ.

ກົມກວດກາຄະນະໂຄສະນາອົບຮົມສູນກາງພັກລົງເຮັດວຽກກວດກາປົກກະຕິປະຈຳປີ 2022

ກົມກວດກາຄະນະໂຄສະນາອົບຮົມສູນກາງພັກລົງເຮັດວຽກກວດກາປົກກະຕິປະຈຳປີ 2022. ໃນຕອນເຊົ້າຂອງວັນທີ 13 ກໍລະກົດ 2023 ຄະນະກວດກາຄະນະໂຄສະນາອົບສູນກາງພັກ ນຳໂດຍ ທ່ານ ນ ວິະວອນພັນທະວົງ ກຳມະການປະຈຳພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະທານກວດກາ ໄດ້ເຄື່ອນໄຫວກວດກາປົກກະຕິ ນຳຄະນະກົມໂຄສະນາ ຢູ່ ທີ່ຫ້ອງປະຊຸມຊັ້ນ 2. ໃນໂອກາດດັ່ງກ່າວ ສະຫາຍ ໂພເມກ ວິໄລສັກ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານຂອງ ກົມໄລຍະຜ່ານມາເຊິ່ງບາງຕອນໄດ້ກ່າວວ່າ: ພາຍຫຼັງກົມໂຄສະນາ ແລະ ວາລະສານໂຄສະນາໄດ້ໂຮມເຂົ້າຕາມມະຕິຕົກລົງ ຂອງຄະນະ ເລຂາທິການສູນກາງພັກ ໃນທ້າຍປີ 2022 ຄະນະໜ່ວຍພັກ ກໍຄື ຄະນະກົມ ໄດ້ເອົາໃຈໃສ່ນຳພາແນວຄິດ ຂອງພະນັກງານ, ສະມະຊິກພັກພາຍໃນກົມໃຫ້ມີຄວາມອຸ່ນອຽນທຸ່ນທ່ຽງ, ໄປຄຽງຄູ່ກັນນັ້ນ ກໍໄດ້ເປັນເຈົ້າການນຳພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງ ໜ່ວຍພັກ ໂດຍການຫັນມາເປັນທິດທາງ ແຜນການ , ແຜນງານ,ໂຄງການ […]

1 2 3