ເພສກົມກວດກາ

ວາລະສານ ອະລຸນໃໝ່ເປີດກອງປະຊຸມດຳເນີນການກວດກາປົກກະຕິປະຈຳປີ 2023

ວາລະສານ ອະລຸນໃໝ່ເປີດກອງປະຊຸມດຳເນີນການກວດກາປົກກະຕິປະຈຳປີ 2023 ໃນຕອນເຊົ້າວັນທີ 16 ພຶດສະພາ 2024 ຜ່ານມານີ້, ວາລະສານ ອະລຸນໃໝ່ ໄດ້ຈັດກອງປະຊຸມວຽກງານກວດກາ ປະຈໍາປີ 2023 ເປັນກຽດເຂົ້າຮ່ວມໂດຍ

ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມເປີດກອງປະຊຸມດຳເນີນການກວດກາປົກກະຕິປະຈຳປີ 2023

ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມເປີດກອງປະຊຸມດຳເນີນການກວດກາປົກກະຕິປະຈຳປີ 2023 ໃນຕອນບ່າຍວັນທີ 14 ພຶດສະພາ 2024 , ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໄດ້ຈັດກອງປະຊຸມວຽກງານກວດກາ ປະຈໍາປີ 2023

ກອງປະຊຸມປຶກສາຫາລືກ່ຽວກັບການພັດທະນາລະບົບກ່ອງຄໍາຄິດ-ຄໍາເຫັນ ອອນລາຍ ລະຫວ່າງກົມຂໍ້ມູນຂ່າວ ສານ ແລະ ຝຶກອົບຮົມ ກັບ ກົມກວດກາ.

ໃນຕອນບ່າຍຂອງ ວັນທີ 29 ກຸມພາ 2024. ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ກັບ ກົມກວດກາ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການພັດທະນາລະບົບກ່ອງຄໍາຄິດ-ຄໍາເຫັນ ອອນລາຍ ໃຫ້ມີຄວາມທັນສະໄໝ ຂຶ້ນທີ່ ຫ້ອງປະຊຸມທາງໄກ ຊັ້ນ4 ໂດຍການເປັນປະທານ ຂອງທ່ານ ວັນຕຸລາ ຣັກນຸດ ກໍາມະການຄະນະພັກ ຫົວຫນ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ເຂົ້າຮ່ວມມີ: ຮອງຫົວຫນ້າກົມກວດກາ, ຫົວຫນ້າພະແນກ, ຮອງຫົວຫນ້າພະແນກ, ວິຊາການກົມກວດກາ , ຮອງຫົວຫນ້າພະແນກ ເຕັກໂນໂລຊີຂໍ້ມູນຂ່າວສານ ພ້ອມດ້ວຍວິຊາການ ເຂົ້າຮ່ວມ.

ໜ່ວຍພັກກົມກວດກາ ຄະນະໂຄສະນາອົບຮົມສູນກາງພັກ ດຳເນີນກວດກາ ປົກກະຕິ ປະຈຳປີ 2022 ແລະ ດໍາເນີນຊິີວິດການເມືອງ ປະຈໍາເດືອນ

ໜ່ວຍພັກກົມກວດກາ ຄະນະໂຄສະນາອົບຮົມສູນກາງພັກ ດຳເນີນກວດກາ ປົກກະຕິ ປະຈຳປີ 2022  ແລະ ດໍາເນີນຊິີວິດການເມືອງ ປະຈໍາເດືອນ ໃນຕອນເຊົ້າຂອງວັນທີ 27 ກໍລະກົດ 2023 ຄະນະກວດກາພັກ,ກົມກວດກາຄະນະໂຄສະນາອົບຮົມສູນກາງພັກ ນຳໂດຍ ທ່ານ ນ ວິລະວອນ ພັນທະວົງ ຄະນະປະຈຳພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານກວດກາພັກ ໄດ້ເຄື່ອນໄຫວກວດກາປົກກະຕິ ຢູ່ໜ່ວຍພັກກົມກວດກາ ເຂົ້າຮ່ວມີຄະນະໜ່ວຍພັກ, ຄະນະກົມ ແລະ ພະນັກງານພາຍໃນກົມທັງໜົດໄດ້ຢ່າງພ້ອມພຽງ.

ເປີດຊຸດຝຶກອົບຮົມວຽກງານກວດກາພັກ-ກວດກາລັດ

ເປີດຊຸດຝຶກອົບຮົມວຽກງານກວດກາພັກ-ກວດກາລັດ ຕອນເຊົ້າ ວັນທີ 16 ສິງຫາ 2023 ທີ່ຫ້ອງປະຊຸມຊັ້ນ 4 ກົມກວດກາຄະນະໂຄສະນາອົບຮົມສູນກາງພັກ ຈັດຝຶກອົບຮົມວຽກງານກວດກາພັກ-ກວດກາລັດ ຊຸດທີ III ຂຶ້ນ, ໃຫ້ກຽດເປັນປະທານ ໂດຍ ທ່ານ ນ ວິລະວອນ ພັນທະວົງ ກໍາມະການປະຈໍາພັກ, ປະທານກວດກາຄະນະພັກ, ຮອງຫົວໜ້າ ຄະນະໂຄສະນາອົບຮົມສູນ ກາງພັກ, ເຂົ້າຮ່ວມມີ ທ່ານ ວັນຄໍາ ໄຊວົງສັກ ຫົວໜ້າກົມຄົ້ນຄວ້າ ແລະ ວາລະສານກວດກາ, ຄະນະກວດກາສູນນກາງພັກ, ມີຄະນະກົມກວດກາ, ພ້ອມດ້ວຍພະນັກງານຜູູ້ເຮັດວຽກງານກວດກາ ຂອງບັນດາກົມ ແລະ ອົງການຈັດຕັ້ງມະຫາຊົນ ທີ່ຂຶ້ນກັບ ຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມຈໍານວນ 25 ທ່ານ. ໃນພິທີ ທ່ານ ນ ວິລະວອນ ພັນທະວົງ ກໍາມະການປະຈໍາພັກ, ປະທານກວດກາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໃຫ້ກຽດກ່າວເປີດພິທີຢ່າງເປັນທາງການ ບົດຮຽນທີ່ຈະມາຝຶກອົບຮົມໃນຄັ້ງນີ້ ມີຈໍານວນ 8 ບົດຄື: […]

1 2 3