
ກອງປະຊຸມພົບປະ ແລະ ເຮັດວຽກຂອງຄະນະນໍາຈາກສະພາທິດສະດີສູນກາງພັກ ຄະນະໂຄສະນາອົບຮົມສູນກາງພັກ ແລະ ຄະນະພັກ-ຄະນະນໍານະຄອນຫຼວງວຽງຈັນ ຈັດຂຶ້ນວັນທີ 2 ກັນຍາ 2026 ທີ່ຫ້ອງ ຫ້ອງວ່າການນະຄອນຫຼວງວຽງຈັນ (ນວ) ເປັນທານຂອງທ່ານ ປອ. ຄໍາມອນ ຈັນທະຈິດ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະທານສະພາທິດສະດີສູນກາງພັກ (ຜູ້ປະຈຳການ) ມີຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ ຄະນະກຳມະການປົກຄອງເມືອງອ້ອມຂ້າງ ນວ ເຂົ້າຮ່ວມ.
ທ່ານ ຄໍາສະຫວັນ ໂຄດໄຊ ຫົວໜ້າຄະນະໂຄສະນາອົບຮົມ ນະຄອນຫຼວງວຽງຈັນ ໄດ້ລາຍງານສະພາບການຈັດຕັ້ງແຜນພັດທະນາເສດຖະກິດ 6 ເດືອນຕົ້ນປີ 2026 ຂອງນະຄອນຫຼວງວຽງຈັນໂດຍໄດ້ຍົກໃຫ້ເຫັນການຂະຫຍາຍຕົວດ້ານເສດຖະກິດ ນວ ຢູ່ໃນລະດັບ 4,2% (ແຜນການປີ ໃຫ້ບັນລຸ 8%) ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸ 55.194,57 ຕື້ກີບ ເທົ່າກັບ 54,95% (ແຜນການປີ ໃຫ້ບັນລຸ 100.427 ຕື້ກີບ) GDP ສະເລ່ຍຕໍ່ຫົວຄົນ 40,01 ລ້ານກີບ (ແຜນການປີໃຫ້ໄດ້ 94,10 ລ້ານກີບ) ປັດໄຈຕົ້ນຕໍທີ່ຈະເຮັດໃຫ້ GDP ຂະຫຍາຍຕົວຄື ຂະແໜງກະສິກຳຂະຫຍາຍຕົວໃນລະດັບ 3,1% ກວມເອົາ 13,7% ວຽກງານທີ່ພົ້ນເດັ່ນແມ່ນການປູກຝັງຂະຫຍາຍຕົວຢູ່ທີ່ 3,84% ກວມເອົາ 5,72% ຂອງມູນຄ່າໃນຂະແໜງ ອຸດສາຫະກໍາຂະຫຍາຍຕົວ 6,54% ກວມເອົາ 46,4% ວຽກງານທີ່ພົ້ນເດັ່ນແມ່ນດ້ານການຜະລິດອຸດສາຫະກຳຂະຫຍາຍຕົວໃນລະດັບ 5,36% ກວມ 31,51% ຂອງມູນຄ່າໃນຂະແໜງການບໍລິການຂະຫຍາຍຕົວ 2,52% ກວມເອົາ 40,5% ວຽກງານທີ່ພົ້ນເດັ່ນແມ່ນການຂາຍຍົກ ຂາຍຍ່ອຍ ແລະ ການສ້ອມແປງຂະຫຍາຍຕົວ 10,21% ກວມເອົາ 10.5% ໂຮງແຮມ ແລະ ຮ້ານອາຫານທ່ອງທ່ຽວ ຂະຫຍາຍຕົວ 6,69% ກວມເອົາ 5,5% ການລົງທຶນລວມທົ່ວສັງຄົມ ສາມາດປະຕິບັດໄດ້ 11.220,14 ຕື້ກີບ ເທົ່າກັບ 37,24% (ແຜນການປີ 30.128,4 ຕື້ກີບ) ໃນນີ້ ການລົງທຶນຂອງລັດສາມາດອອກໃບຢັ້ງຢຶນການຈັດຕັ້ງປະຕິບັດໂຄງການໄດ້ 349 ໂຄງການ ມູນຄ່າ 222,87 ຕື້ກີບ ເທົ່າກັບ 55,72% (ແຜນການປີ 399,97 ຕື້ກີບ) ການຊ່ວຍເຫຼືອທາງການເພື່ອການພັດທະນາ (ODA) ປະຕິບັດໄດ້ 1.128,59 ຕື້ກີບ ປະຕິບັດໄດ້ລື່ນແຜນ 72% (ແຜນການປີ 653,66 ຕື້ກີບ) ການລົງທຶນຂອງພາກເອກະຊົນພາຍໃນ ແລະ ຕ່າງປະເທດ (FDI) ປະຕິໄດ້ 9.868,68 ຕື້ກີບ ເທົ່າກັບ 41,7% (ແຜນການປີ 23.673,64 ຕື້ກີບ);ນອກຈາກນີ້ ການປ່ອຍສິນເຊື່ອຂອງທະນາຄານທຸລະກິດປະຕິບັດໄດ້ 71.055,35 ຕື້ກີບ ປະຕິບັດໄດ້ລື່ນແຜນ 12 ເທົ່າຕົວ (ແຜນການປີ 5.532,33 ຕື້ກີບ) ນອກຈາກນີ້ຍັງໄດ້ຍົກໃຫ້ເຫັນຂະແໜງການອື່ນໆຕື່ມອີກ.

ໂອກາດນີ້ທ່ານ ປອ. ຄໍາມອນ ຈັນທະຈິດ ກໍໄດ້ກ່າວວ່າ ການພົບປະຄັ້ງນີ້ມີຈຸດປະສົງສຳຄັນເພື່ອແລກປ່ຽນບົດຮຽນປະສົບການ ແລະວິທີການພັດທະນາ ນວ ທັງໃນດ້ານທິດສະດີ ແລະ ດ້ານການຈັດຕັ້ງປະຕິບັດຕົວຈິງ ການແລກປ່ຽນໃນຄັ້ງນີ້ ຈະເນັ້ນໃສ່ການຮຽນຮູ້ຈາກປະສົບການຕົວຈິງ, ຜົນສຳເລັດບັນດາບົດຮຽນທີ່ມີຄຸນຄ່າລວມທັງບັນຫາອຸປະສັກ ແລະແນວທາງແກ້ໄຂທີ່ໄດ້ຜ່ານການທົດລອງ ແລະ ນຳໃຊ້ມາແລ້ວ ພ້ອມນັ້ນການພົບປະຍັງເປັນໂອກາດໃຫ້ບັນດາຄະນະວິຊາການ ແລະ ພາກສ່ວນກ່ຽວຂ້ອງໄດ້ຮ່ວມກັນສົນທະນາເຖິງແນວຄິດຫຼັກການ ແລະວິທີການພັດທະນາ ນວ ໃຫ້ມີຄວາມເໝາະສົມກັບສະພາບຕົວຈິງ ສາມາດນຳໄປໝູນໃຊ້ໃນວຽກງານ ແລະ ສ້າງຜົນປະໂຫຍດໄດ້ຢ່າງເປັນຮູບປະທຳ ພາຍຫຼັງຮັບຟັງການລາຍງານ ການນຳສະເໜີບົດຮຽນ ແລະ ການແລກປ່ຽນຄວາມຄິດເຫັນແລ້ວຈະໄດ້ຮ່ວມກັນວິເຄາະ ແລະ ສະຫຼຸບເປັນບົດຮຽນທິດສະດີ ແລະ ແນວທາງທີ່ສາມາດນຳໄປປະກອບເຂົ້າໃນເນື້ອໃນຂອງການສຳມະນາແລກປ່ຽນລາວ-ຈີນໃນໄລຍະຕໍ່ໄປ.
