ຂະບວນການອອກແຮງງານ

ຄະນະໂຄສະນາອົບຮົມສູນກາງພັກ ອອກແຮງງານອານາໄມສໍາ ນັກງານ ແລະ ປູກຕົ້ນໄມ້ ເພື່ອຂໍ່ານັບຮັບຕ້ອນກອງປະຊຸມກາງ ສະໄໝຂອງຄະນະບໍລິຫານງານພັກ ຄອສພ.

ຄະນະໂຄສະນາອົບຮົມສູນກາງພັກ ອອກແຮງງານອານາໄມສໍານັກງານ ແລະ ປູກຕົ້ນໄມ້ ເພື່ອຂໍ່ານັບຮັບຕ້ອນກອງປະຊຸມກາງສະໄໝຂອງຄະນະບໍລິຫານງານພັກ ຄອສພ. ໃນຕອນເຊົ້່າຂອງວັນທີ 14 ກໍລະກົດ 2023, ຄະນະໂຄສະນາອົບຮົມສູນກາງພັກ ອອກແຮງງານອະນາໄມລວມສໍານັກງານ ແລະ ປູກຕົ້ນໄມ້ ເພື່ອຂໍ່ານັບຮັບຕ້ອນກອງປະຊຸມກາງສະໄໝຂອງຄະນະບໍລິຫານງານພັກ ຄອສພ ເຊິ່ງຈະໄດ້ຈັດຂຶ້ນໃນມໍ່ໆນີ້; ໃຫ້ກຽດນໍາພາ ໂດຍທ່ານ ລາວປາວຊົ່ງ ນະວົງໄຊ ກໍາມະການສູນ ກາງພັກ ຮອງເລຂາຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ; ເຂົ້້າຮ່ວມມີ: ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີ ຄະນະພັກ, ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງພະແນກ ແລະ ພະນັກງານໃນທົ່ວ ຄອສພ ເຂົ້້າຮ່ວມຢ່າງເປັນຂະບວນຟົດຟື້ນ. ການອອກແຮງງານລວມຄັ້ງນີ້ແມ່ນ ເພື່ອອະນາໄມ, ຕັດຫຍ້າ, ຕົບແຕ່ງສວນດອກໄມ້ ເພື່ອສ້າງຄວາມສະອາດຈົບງາມຕ້ອນຮັບກອງປະຊຸມກາງສະໄໝຂອງ ຄະນະບໍລິຫານງານພັກ ຄະນະໂຄສະນາອົບຮົມສູນກາງພັກ ທີ່ຈະໄຂຂຶ້ນໃນມໍ່ໆນີ້, ທັງເປັນການຮັດແໜ້ນຄວາມສາມັກຄີພາຍໃນຂອງພະນັກງານລັດຖະກອນທັງໝົດໃຫ້ເປັນຈິດໜຶ່ງໃຈດຽວກຽມພ້ອມກ້າວເຂົ້າສູ່ກອງປະຊຸມກາງສະໄໝຂອງຕົນດ້ວຍຈິດໃຈຟົດຟື້ນປະຕິວັດ.

ການນໍາ ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມປູກຕົ້ນໄມ້ ເນື່ອງໃນໂອກາດວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດລາວ

ການນໍາ ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມປູກຕົ້ນໄມ້ ເນື່ອງໃນໂອກາດວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດລາວ ເນື່ອງໃນໂອກາດວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ, ເພື່ອເປັນການປູກຈິດສໍານຶກໃຫ້ທຸກໆຊັ້ນຄົນໃນສັງຄົມເຫັນໄດ້ຄວາມສໍາຄັນ

ຄະນະໂຄສະນາອົບຮົມສູນກາງພັກ ຈັດກິດຈະກຳປູກຕົ້ນໄມ້ ຢູ່ສູນຝຶກອົບຮົມຄົບວົງຈອນ

ຄະນະໂຄສະນາອົບຮົມສູນກາງພັກ ຈັດກິດຈະກຳປູກຕົ້ນໄມ້ ຢູ່ສູນຝຶກອົບຮົມຄົບວົງຈອນ                 ຕອນເຊົ້າວັນທີ 1ມິຖຸນາ 2022 ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດກິດຈະກຳປູກຕົ້ນໄມ້ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ທີ່ສູນຝຶກອົບຮົມຄົບວົງຈອນ ບ້ານຫ້ວຍຍາງ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ   (ເຂດ ດົງໝາກຄາຍ) ໂດຍການເຂົ້າຮ່ວມຂອງ ທ່ານ ປອ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າ    ຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍ ຄະນະພັກ, ຄະນະກົມ, ສະມາຊິກ 3 ອົງການຈັດຕັ້ງມະຫາຊົນ ແລະ ພະນັກງານພາຍໃນຄອສພ.

ຄະນະໂຄສະນາອົບຮົມສູນກາງພັກ ຈັດກິດຈະກຳປູກຕົ້ນໄມ້ຢູ່ສູນຝຶກອົບຮົມຄົບວົງຈອນຫຼັງໃໝ່ ຢູ່ດົງໝາກຄາຍ

ຄະນະໂຄສະນາອົບຮົມສູນກາງພັກ ຈັດກິດຈະກຳປູກຕົ້ນໄມ້ຢູ່ສູນຝຶກອົບຮົມຄົບວົງຈອນຫຼັງໃໝ່ ຢູ່ດົງໝາກຄາຍ  ໃນຕອນເຊົ້າວັນທີ 29 ພຶດສະພາ 2020 ຄະນະໂຄສະນາອົບຮົມສູນກາງພັກໄດ້ຈັດກິດຈະກຳປູກຕົ້ນໄມ້ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດທີ່ສູນຝຶກອົບຮົມຄົບວົງຈອນຫຼັງໃໝ່(ບ້ານດົງໝາກຄາຍ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ) ໂດຍການເຂົ້າຮ່ວມຂອງທ່ານ ຄຳເຈນ ວົງໂພສີ ກຳມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມກັບຄະນະພັກ, ຄະນະກົມ, ສະມາຊິກ 3 ອົງການຈັດຕັ້ງມະຫາຊົນ ແລະ ພະນັກງານພາຍໃນ ຄອສພ. ການຈັດກິດຈະກຳ​ຄັ້ງນີ້ຈຸດປະສົງ​ແມ່ນເພື່ອ​ເປັນການສະໜັບສະໜູນນະໂຍບາຍຂອງລັດຖະບານໃນການເພີ່ມເນື້ອທີ່ສີຂຽວໃຫ້ ສປປ ລາວເພື່ອເຮັດໃຫ້ພະນັກງານລັດຖະກອນຮູ້ປົກປັກຮັກສາ, ອານຸລັກ, ຮັກສາທຳມະຊາດ ແລະ ເປັນການປູກຈິດສຳນຶກໃຫ້ພວກເຮົາທຸກເອົາໃຈໃສ່ຮັກສາສິ່ງແວດລ້ອມ. ອີກດ້ານໜື່ງເປັນການສ້າງຂະບວນການຄຳນັບຊົມເຊີຍການກະກຽມກອງປະຊຸມໃຫຍ່ຂອງບັນດາກົມພາຍໃນ ຄອສພ ແລະ ກະກຽມທຸກເງື່ອນໄຂກ້າວເຂົ້າສູ່ກອງປະຊຸມໃຫ້ອົງຄະນະພັກ, ຄະນະໂຄສະນາອົບຮົມສູນກາງພັກໃນຕໍ່ໜ້າ