ການນໍາ ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມປູກຕົ້ນໄມ້ ເນື່ອງໃນໂອກາດວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດລາວ

ການນໍາ ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມປູກຕົ້ນໄມ້ ເນື່ອງໃນໂອກາດວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດລາວ

ເນື່ອງໃນໂອກາດວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ, ເພື່ອເປັນການປູກຈິດສໍານຶກໃຫ້ທຸກໆຊັ້ນຄົນໃນສັງຄົມເຫັນໄດ້ຄວາມສໍາຄັນ ຂອງປ່າໄມ້ ພ້ອມກັນປົກປັກຮັກສາຕົ້ນໄມ້ໃຫ້ເປັນປ່າ, ໃນຕອນເຊົ້າວັນທີ 1 ມິຖຸນາ 2023 ຢູ່ທີ່ສູນຝຶກອົບຮົມຄົບວົງຈອນ ຂອງຄະນະໂຄສະນາອົບຮົມສູນກາງພັກ (ເຂດບ້ານຫ້ວຍຍາງ ດົງໝາກຄາຍ) ໄດ້ຈັດກິດຈະກໍາປູກຕົ້ນໄມ້ຂຶ້ນ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ລາວປາວຊົ່ງ ນະວົງໄຊ, ກໍາມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາກໍາມະການພັກ, ຫົວໜ້າກົມ ພ້ອມດ້ວຍພະນັກງານບັນດາກົມ ອ້ອມຂ້າງ ຄອສພ ເຂົ້າຮ່ວມ.

ກິດຈະກໍາປູກຕົ້ນໄມ້ ຂອງ ຄອສພ ເປັນການປະກອບສ່ວນ ເຂົ້າໃນການປະຕິບັດມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ທີ່ກໍານົດວ່າ: ຮອດປີ 2025 ຕ້ອງສູ້ຊົນໃຫ້ເນື້ອທີ່ປົກຫຸ້ມປ່າໄມ້ຫຼາຍກວ່າ 70% ຂອງເນື້ອທີ່ປ່າທົ່ວປະເທດ, ທັງເປັນການປູກຈິດສໍານຶກໃຫ້ສັງຄົມຖືການພັດທະນາເສດຖະກິດຕິດພັນກັບການປົກປັກຮັກສາທໍາມະຊາດ, ຮັກສາລະບົບນິເວດວິທະຍາ, ສະກັດກັ້ນມົນລະພິດ ເຊິ່ງໃນປີນີ້, ລັດຖະບານ ສປປ ລາວໄດ້ວາງເປົ້າໝາຍ ປູກຕົ້ນໄມ້ໃຫ້ໄດ້ 3 ລ້ານກວ່າຕົ້ນ ໃນຂອບເຂດທົ່ວປະເທດ, ສໍາລັບເບ້ຍໄມ້ທີ່ ຄອສພ ນຳມາປູກປະກອບມີຕົ້ນໄມ້ໃຫ້ໝາກ, ຕົ້ນໄມ້ອຸດສາຫະກຳ ຈໍານວນໜຶ່ງ, ໄປຄຽງຄູ່ກັບການປູກໃໝ່ ແລະ ນໍາເອົາຝຸ່ນຄອກ ໄປໃສ່ຕົ້ນໄມ້ ທີ່ໄດ້ປູກໃນປີຜ່ານມາຕື່ມອີກ.

(ຂ່າວ-ພາບ: ມີໄຊ)