news

ພິທີລົງນາມບົດບັນທຶກຄວາມເຂົ້າໃຈຮ່ວມມື ເພື່ອພັດທະນາບຸກຄະລາກອນສື່ມວນຊົນລາວ

ວັນທີ 4 ສິງຫາ 2026 ທີ່ສະຖາບັນສື່ມວນຊົນ ແລະ ໂຄສະນາ ສັງກັດສະຖາບັນການເມືອງແຫ່ງຊາດ ໂຮ່ຈິມິນ ນະຄອນຮ່າໂນ້ຍ ສສ. ຫວຽດນາມ, ໄດ້ຈັດພິທີລົງນາມບົດບັນທຶກຄວາມເຂົ້າໃຈຮ່ວມມື ລະຫວ່າງ ກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ ສປປ ລາວ ແລະ ສະຖາບັນສື່ມວນຊົນ ແລະ ໂຄສະນາ ສສ. ຫວຽດນາມ

ພິທີສະເຫຼີມສະຫຼອງ ວັນສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 105 ປີ

ໃນຕອນເຊົ້າຂອງ ວັນທີ 3 ກໍລະກົດ 2026 ຄະນະໂຄສະນາອົບຮົມສູນກາງພັກ ໄດ້ສົບທົບກັບ ຄະນະພົວພັນຕ່າງປະເທດ ແລະ ສະຖານທູດ ຈີນ ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 105 ປີ

ທ່ານ ສາຄອນ ພົມມະລາດ ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມກິດຈະກຳ “ວັນແຫ່ງການສົນທະນາລະຫວ່າງອາລະຍະທຳສາກົນ” ປະຈຳປີ 2026

ໃນວັນທີ 10 ມິຖຸນາ 2026 ທີ່ຜ່ານມາ, ສູນວັດທະນະທຳຈີນ ປະຈຳ ສປປ ລາວ ໄດ້ຈັດກິດຈະກຳ “ວັນແຫ່ງການສົນທະນາລະຫວ່າງອາລະຍະທຳສາກົນ” ປະຈຳປີ 2026 ຂຶ້ນຢ່າງຈົບງາມ. ກິດຈະກຳຄັ້ງນີ້ ຈັດຂຶ້ນໃນໂອກາດສຳຄັນຂອງການຄົບຮອບ 65 ປີ ແຫ່ງການສ້າງສາຍພົວພັນທາງການທູດລາວ-ຈີນ ແລະ “ປີມິດຕະພາບລາວ-ຈີນ”, ເປັນເວທີສຳຄັນໃນການສົ່ງເສີມການພົບປະ, ແລກປ່ຽນ ແລະ ຮຽນຮູ້ລະຫວ່າງອາລະຍະທຳ. ໃຫ້ກຽດເຂົ້າຮ່ວມງານໂດຍທ່ານ ສາຄອນ ພົມມະລາດ ຄະນະປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ທ່ານນາງ ຟາງຫົງ ເອກອັກຄະລັດຖະທູດຈີນ ປະຈຳ ສປປ ລາວ ພ້ອມດ້ວຍຄູ-ນັກສຶກສາຈາກມະຫາວິທະຍາໄລແຫ່ງຊາດລາວ, ສື່ມວນຊົນລາວ-ຈີນ ແລະ ຜູ້ຕາງໜ້າຈາກອົງການວັດທະນະທຳ ລວມກວ່າ 100 ຄົນ. ພາຍໃນງານ, ໄດ້ຮັບຊົມວິດີໂອຄໍາປາໄສຂອງ ທ່ານ ຫວັງອີ້ ລັດຖະມົນຕີການກະຊວງການຕ່າງປະເທດຈີນ, ໂດຍເນັ້ນວ່າ ອາລະຍະທຳຕ່າງໆ ຄວນຢູ່ຮ່ວມກັນບົນພື້ນຖານຂອງຄວາມສະເໝີພາບ, ການເຄົາລົບ, ການຮຽນຮູ້ເຊິ່ງກັນ ແລະ ກັນ, […]

ຄະນະໂຄສະນາອົບຮົມສູນກາງພັກ ເປີດກອງປະຊຸມສຳມະນາວິທະຍາສາດ ສຶ່ມວນຊົນ

ໃນຕອນເຊົ້າຂອງ ວັນທີ 16 ມິຖຸນາ 2026 ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດກອງປະຊຸມສຳມະນາວິທະຍາສາດ ສຶ່ມວນຊົນ ພາຍໃຕ້ຫົວຂໍ້: “ພັດທະນາວຽກງານສຶ່ມວນຊົນ ໄປສູ່ຄຸນນະພາບໃໝ່ ຢ່າງແຂງແຮງ”

ຄອສພ ສ້າງຂະບວນການປູກຕົ້ນໄມ້ ສະຫລອງ ວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ

ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຈັດກິດຈະກຳປູກຕົ້ນໄມ້ຄືນຄວາມອຸດົມສົມບູນໃຫ້ທຳມະ ຊາດ ເພື່ອສະເຫລີມສະຫລອງວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 46 ປີ ແລະ ວັນເດັກນ້ອຍສາກົນ ຄົບຮອບ 101 ປີ ໃນວັນທີ 1 ມິຖຸນາ 2026 ໂດຍມີ ທ່ານ ຄຳພັນ ເຜີຍຍະວົງ ຫົວໜ້າ ຄອສພ, ມີຮອງຫົວໜ້າ ຄອສພ, ຄະນະພັກ- ຄະນະນໍາ, ບັນດາກົມ ແລະ ທຽບເທົ່າກົມ, ພະນັກງານ -ລັດຖະກອນ ພາຍໃນ ຄອສພ ເຂົ້າຮ່ວມ.

1 2 3 12